ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍອດຜະລິດຕະພັນລວມ ພາຍໃນ ແຂວງໄຊສົມບູນ ເພີ່ມຂື້ນ ຫຼາຍກວ່າ 10 ເປີເຊັນ ໃນແຜນການປີ 2014-2015


ທາງການແຂວງໄຊສົມບູນ ໄດ້ວາງແຜນການພັດທະນາ ພູເບ້ຍ ໃຫ້ເປັນເຂດທ່ອງທ່ຽວທຳມະຊາດ ທີ່ດີທີ່ສຸດແຫ່ງໜຶ່ງໃນລາວ.
ທາງການແຂວງໄຊສົມບູນ ໄດ້ວາງແຜນການພັດທະນາ ພູເບ້ຍ ໃຫ້ເປັນເຂດທ່ອງທ່ຽວທຳມະຊາດ ທີ່ດີທີ່ສຸດແຫ່ງໜຶ່ງໃນລາວ.

ຍອດຜະລິດຕະພັນລວມພາຍໃນແຂວງ ໄຊສົມບູນ ເພີ່ມຂື້ນ
ຫຼາຍກວ່າ 10 ເປີເຊັນ ໃນແຜນການປີ 2014-2015 ໂດຍ
ສະເລ່ຍເປັນລາຍຮັບຂອງ ປະຊາຊົນໃນແຂວງດັ່ງກ່າວ ໄດ້
ເກືອບເຖິງ 10 ລ້ານກີບຕໍ່ຄົນຕໍ່ປີ.

ທ່ານ ຄຳແດງ ສີລາວົງ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງ ໄຊສົມບູນ ຖະແຫຼງ
ວ່າ ຍອດຜະລິດຕະພັນລວມພາຍໃນ (GDP) ຂອງແຂວງໄຊສົມບູນ ໃນ ແຜນການປີ
2014-2015 ມີມູນຄ່າລວມ 814.8 ຕື້ກີບ ໂດຍເພີ່ມຂຶ້ນໃນອັດຕາ ສະເລ່ຍທີ່ຫຼາຍກວ່າ
10 ເປີເຊັນທຽບໃສ່ແຜນການປີ 2013-2014 ທັງຍັງ ສະເລ່ຍ ເປັນລາຍຮັບ ຂອງປະຊາ
ຊົນລາວ ໃນແຂວງໄຊສົມບູນ ໄດ້ເກືອບເຖິງ 10 ລ້ານກີບຕໍ່ຄົນຕໍ່ປີອີກດ້ວຍ.

ທັງນີ້ໂດຍພາກກະສິກຳ-ປ່າໄມ້ຂະຫຍາຍຕົວເພີ່ມຂຶ້ນຫຼາຍກວ່າ 9 ເປີເຊັນ ແລະ ກວມ
ເອົາ 33.6 ເປີເຊັນຂອງ GDP ສ່ວນພາກອຸດສາຫະກຳຂະຫຍາຍຕົວ ເພີ່ມຂຶ້ນ 10.5
ເປີເຊັນ ມີມູນຄ່າຜົນຜະລິດກວມເອົາ 41 ເປີເຊັນຂອງ GDP ແລະ ພາກບໍລິການຂະ
ຫຍາຍຕົວ ເພີ່ມຂຶ້ນ 10 ເປີເຊັນກວ່າ ແລະ ຄິດເປັນ 25.4 ເປີເຊັນຂອງ GDP ສ່ວນທາງ
ດ້ານການຄ້ານັ້ນ ກໍມີມູນຄ່າລວມເຖິງ 74.31 ຕື້ກີບ ເພີ່ມຂຶ້ນ 15 ເປີເຊັນ ທຽບໃສ່ແຜນ
ການປີ 2013-2014 ເຊິ່ງໃນນີ້ເປັນການສົ່ງ ສິນຄ້າໄປຕ່າງປະເທດໃນມູນຄ່າ 2.4 ກວ່າລ້ານໂດລາ ແລະ ນຳເຂົ້າສິນຄ້າ ຈາກຕ່າງປະເທດໃນມູນຄ່າຫຼາຍກວ່າ 10.59 ລ້ານໂດລາ ເຊິ່ງເຮັດໃຫ້ແຂວງ ໄຊສົມບູນຕົກເປັນຝ່າຍຂາດດຸນການຄ້າຕ່າງປະເທດ.

ແຕ່ຢ່າງໃດກໍຕາມທາງການແຂວງໄຊສົມບູນ ກໍໄດ້ວາງແຜນການພັດທະນາ ແຫຼ່ງທ່ອງ
ທ່ຽວ 40 ກວ່າແຫ່ງໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ
ເພື່ອຮອງຮັບແຜນການສົ່ງເສີມ ການທ່ອງທ່ຽວຂອງແຂວງ ຈາກປະຈຸບັນໄປເຖິງປີ 2020
ເຊິ່ງເລີ່ມດ້ວຍການເກັບຂໍ້ມູນ ແລະ ການສຶກສາ ຄວາມເປັນໄປໄດ້ ໃນການພັດທະນາ
ພູເບ້ຍ ໃຫ້ເປັນເຂດທ່ອງທ່ຽວທຳມະຊາດ ທີ່ດີທີ່ສຸດແຫ່ງໜຶ່ງໃນລາວ.

ສຳລັບການເກັບກຳຂໍ້ມູທີ່ກຳລັງດຳເນີນການຢູ່ໃນເວລານີ້ກໍຍັງລວມໄປເຖິງການ ສຶກສາ
ຄົ້ນຄວ້າທີ່ກ່ຽວກັບປະຫວັດຄວາມເປັນມາ ແລະ ສະພາບພື້ນທີ່ໃນເຂດພູ ເບ້ຍ ຢ່າງລະ
ອຽດເພື່ອໃຊ້ເປັນຂໍ້ມູນອັນສຳຄັນ ໃຫ້ແກ່ການວາງແຜນພັດທະນາທີ່ ສອດຄ່ອງກັບ ສະ ພາບພື້ນທີ່ ໂດຍສະເພາະ ແມ່ນການທີ່ພູເບ້ຍເປັນພູສູງທີ່ສຸດໃນລາວ ທັງຍັງມີປ່າໄມ້ປົກ
ຫຸ້ມຢ່າງໜາແໜ້ນ ອາກາດບໍລິສຸດ ແລະ ທີວທັດງົດງາມ ດ້ວຍນັ້ນ ຈຶ່ງເໝາະສົມຢ່າງຍິ່ງ
ທີ່ຈະພັດທະນາໃຫ້ເປັນສະຖານທີ່ພັກ ຕາກອາກາດ ສຳລັບນັກທ່ອງທ່ຽວ.

ຫາກແຕ່ວ່າການທີ່ທາງການແຂວງ ໄຊສົມບູນ ຍັງມີຂໍ້ຈຳກັດໃນດ້ານງົບປະມານ ຈິ່ງຕ້ອງ
ສົ່ງເສີມການລົງທຶນຂອງທັງເອກະຊົນ ລາວ ແລະ ຕ່າງປະເທດເປັນຫຼັກ ໂດຍສະເພາະ
ແມ່ນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນໄຊສົມບູນ ໄດ້ໃຫ້
ການຢືນຢັນວ່າ.

“ພວກເຮົາກະງົບປະມານມີຈຳກັດ ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການ ແລະ ກະບໍ່
ມີພາຫະນະ ທີ່ຈະລົງໄປ ແລ້ວເສັ້ນທາງການໄປມານີ້ກະທຸລະກັນ ດານເນາະ ຕ້ອງໄດ້
ອາໄສຢ່າງນີ້ແລ້ວ ຫຼາຍກວ່າ ເພາະວ່າເສັ້ນທາງລົດເຂົ້າ ໄປໃນບາງບ້ານ ກະບໍ່ມີເນາະ
ແຕ່ວ່າໄປໄດ້ກະບ່ອນໃດມີເສັ້ນທາງ ລົດກະໄປ ໄດ້ພຽງແຕ່ລະດູແລ້ງ ລະດູຝົນນີ້ ກະ
ໄປບໍ່ໄດ້.”

ທັງນີ້ໂດຍທາງການແຂວງໄຊສົມບູນ ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ ກັບ
ບໍລິສັດ Green Partner Holding ຈາກ ຈີນ ເມື່ອບໍ່ດົນມານີ້ ໂດຍບໍລິສັດ ດັ່ງກ່າວ ຈະ
ລົງທຶນ ໃຫ້ກ່ອນ ສ່ວນທາງການແຂວງໄຊສົມບູນ ກໍຈະຕ້ອງຊຳລະຄືນ ທັງໝົດ ພາຍໃນ
15 ປີ.

ໂດຍການພັດທະນາລະບົບພື້ນຖານໂຄງລ່າງໃນແຂວງໄຊສົມບູນ ແບ່ງເປັນ 2 ໄລຍະ
ກໍຄືໃນຊ່ວງປີ 2014-2015 ແລະ ປີ 2016-2020 ທີ່ໄດ້ມີການສຶກສາ ສຳຫຼວດອອກ ແບບ
ການພັດທະນາ ແລະ ການລົງທຶນໃນຂົງເຂດ ການຜະລິດສິນຄ້າກະສິກຳ ການສຳຫຼວດ
ອອກແບບ ແລະ ລົງທຶນໃນການກໍ່ສ້າງຂົວ-ທາງ ສຳນັກງານຂອງລັດ, ການກໍ່ສ້າງຕົວ
ເມືອງໃໝ່, ສະໜາມບິນ, ລະບົບໄຟຟ້າ,​ ນ້ຳປະປາ ເປັນຕົ້ນ ໂດຍທີ່ທາງຝ່າຍບໍລິສັດຈີນ
ກໍຈະລົງທຶນເພື່ອກໍ່ສ້າງເຂື່ອນ ຜະລິດພະລັງງານໄຟຟ້າຄູ່ກັນໄປດ້ວຍ.

ນອກຈາກນີ້ ບໍລິສັດ ຈີນ ຍັງຈະພັດທະນາເມືອງລ່ອງແຈ້ງ, ເມືອງອານຸວົງ ແລະ ເມືອງຮົ່ມ
ເປັນເຂດທ່ອງທ່ຽວວັດທະນະທຳ ແລະ ທຳມະຊາດ ໂດຍຈະສ້າງບ້ານ ພັກຕາກອາກາດ
ທີ່ມີສິ່ງອຳນວຍຄວາມສະດວກ ຢ່າງຄົບຊຸດ ສຳລັບຮອງຮັບນັກທ່ອງທ່ຽວ ທີ່ມີຖານະດີ
ຈາກຈີນ ໃຫ້ໄດ້ 20,000 ຄອບຄົວໃນແຕ່ລະປີ.

ທັງນີ້ລັດຖະບານ ລາວ ໄດ້ປະກາດສ້າງຕັ້ງເຂດໄຊສົມບູນ ຢ່າງເປັນທາງການ ເມື່ອວັນທີ
31 ທັນວາ 2013 ໂດຍປະກອບດ້ວຍ 5 ເມືອງຄື ເມືອງຮົ່ມ, ທ່າໂທມ, ອານຸວົງ, ລ່ອງຊານ,
ລ່ອງແຈ່ງ ແລະ ມີປະຊາກອນທັງໝົດ 81,800 ກວ່າຄົນ ໃນພື້ນທີ່ປົກຄອງກວ້າງກວ່າ
8,500 ກິໂລແມັດມົນທົນ.

XS
SM
MD
LG