ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປາ​​ເເລັ​ສຕາຍ ກັບ ອີສຣາແອລ ​ຢຸດຍິງຊົ່ວຄາວ ຢ່າງບໍ່ເປັນທາງການ (ສະໄລດ໌)


ລົດຖັງຂອງອິສຣາແອລ ອອກລາດຕະເວນ ຢູ່ໃກ້ເຂດຊາຍແດນ ຕິດກັບເຂດ Gaza Strip ຂອງປາແລັສຕາຍ, ວັນທີ 24 ຕຸລາ 2012.
ລົດຖັງຂອງອິສຣາແອລ ອອກລາດຕະເວນ ຢູ່ໃກ້ເຂດຊາຍແດນ ຕິດກັບເຂດ Gaza Strip ຂອງປາແລັສຕາຍ, ວັນທີ 24 ຕຸລາ 2012.
ອີສຣາ​ແອ​ລ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ປາເເລັ​ສຕາຍ ​ໃນ​ເຂດ​ກາຊາ ກ່າວ​ວ່າ ການ​ຢຸດ​ຍິງ​ຢ່າງ​ບໍ່​ເປັນ​ທາງ​ການ ທີ່ໄກ່ເກ່ຍໂດຍປະ​ເທດ​ອີ​ຈິບ​ນັ້ນ ໄດ້​ເລີ່​ມມີ​ຜົນປະຕິບັດ​ແລ້ວ ຫຼັງຈາກ​ການ​ຍິງ​ຈະຫຼວດ​ ​ແລະ​ໂຈມ​ຕີ​ທາງ​ອາກາດ​ໂຕ້​ຕອບ​ຄືນ ເປັນ​ເວລາຫຼາຍມື້.

ກອງທັບ​ອີສຣາ​ແອ​ລ ກ່າວໃນ​ວັນ​ພະຫັດ​ມື້​ນີ້​ວ່າ ບໍ່ໄດ້​ມີການ​ຍິງ​ຈະຫຼວດ ​ເຂົ້າ​ມາ​ໃສ່​ດິນ​ແດນ​ຂອງ​ຕົນ ນັບ​ຕັ້ງ​ແຕ່​ຕອນ​ແລງ​ວັນ​ພຸດ​ວານ​ນີ້ ​ແລະຝ່າຍ​ຕົນ​ກໍ​ບໍ່​ໄດ້ທໍາ​ການ​ໂຈມ​ຕີ​ທາງ​ອາກາດ ​ໃສ່​ເຂດ​ກາ​ຊາ​ ນັບ​ຕັ້ງ​ແຕ່​ເຊົ້າວັນ​ພຸດ​ມາ.

ປາເເລັ​ສຕາຍ​ໄດ້​ຍິງ​ຈະຫຼວດ​ແລະ​ປືນ​ຄົກ​ໃສ່​ເຂດ​ພາກ​ໃຕ້​ຂອງ​ອີສຣາ​ແອ​ລ​ເປັນ​ເວລາ​ສອງ​ມື້ ​ໂດຍ​ໄດ້​ທໍາລາຍ​ບ້ານ​ເຮືອນຫຼາຍຫຼັງ ​ແລະ​ເຮັດ​ໃຫ້ກໍາ ມະກອນຫຼາຍຄົນ​ ​ທີ່​ທໍາ​ງານ​ຢູ່ສວນ​ໃກ້​ເຂດ​ຊາຍ​ແດນ ໄດ້​ຮັບ​ບາດ​ເຈັບ. ອີສຣາແອ​ລກ່າວ​ວ່າ ມີ​ການ​ຍິງ​ຈະຫຼວດປະມານ 80 ລູກ​ເຂົ້າ​ມາ​ໃສ່ ໃນການໂຈມ​ຕີ​ເປັນ​ເວລາ​ສອງ​ມື້​ດັ່ງກ່າວ.​

ສ່ວນ​ການໂຈມ​ຕີ​ທາງ​ອາກາດ​ໂຕ່ຕອບ​ຄືນ​ຂອງອີສຣາ​ແອ​ລໃສ່​ເຂດ​ກາຊາ ​ກໍໄດ້​ສັງຫານ​ຊາວ​ປາເເລັ​ສຕາຍ ​ສີ່​ຄົນ ​ໂຮມ​ທັງ​ສະມາຊິກສາມ​ຄົນ​ຂອງ​ກຸ່ມ​ຮາ​ມາສ ທີ່​ປົກຄອງ​ເຂດກາ​ຊາ​ຢູ່​ໃນ​ເວລາ​ນີ້.

ຮາ​ມາສ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ນ້ອຍໆ​ກຸ່ມ​ນຶ່ງ ທີ່ຊື່​ວ່າ Popular Resistance Committees ຫຼືກໍາມະການ​ຕໍ່ຕ້ານ​ມະຫາຊົນ ​ໄດ້ອ້າງເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ໃສ່​ອີສຣາ​ແອ​ລນັ້ນ ​ໂດຍ​ກ່າວ​ວ່າ ​ເປັນ​ການຕອບ​ໂຕ້​ຕໍ່ການ​ຮຸກ​ຮານ​ຂອງ​ອີສຣາ​ແອ​ລ.

ເບິ່ງສະໄລດ໌ກ່ຽວກັບອິສຣາແອລ ແລະປາແລັສຕາຍ

XS
SM
MD
LG