ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະ​ເບີດ ​ໃນ​ເມືອງ ກາຊາ ​ໄດ້ທຳລາຍ​ລົດ​​ຂ​ອງກຸ່ມ​ ຮາ​ມາສ ​ແລະ ກຸ່ມ​ຫົວ​ຮຸນ​ແຮງ


ຊາວ​ປາ​ແລ​ສໄຕ​ນ໌ ກວດ​ສອບ​ລົດ ຫຼັງ​ຈາກ​ມັນ​ຖືກ​ລະ​ເບີດ​​ໃນ​ເມື​ອງ ກາຊາ. 19 ກໍລະກົດ 2015.
ຊາວ​ປາ​ແລ​ສໄຕ​ນ໌ ກວດ​ສອບ​ລົດ ຫຼັງ​ຈາກ​ມັນ​ຖືກ​ລະ​ເບີດ​​ໃນ​ເມື​ອງ ກາຊາ. 19 ກໍລະກົດ 2015.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ຂອງ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ໄດ້​ສັ່ນ​ສະ​ເທືອ​ນ​ເມືອງ ກາຊາ, ​ເຮັດໃຫ້​ມີ​ຄົນ​ບາດ​ເຈັບ 2 ຄົນ ​ແລະ ທຳລາຍ​ລົດ​ຢ່າງ​ໜ້ອຍ​ຫ້າ​ຄັນ​ທີ່​ເປັນ​ຂ​ອງກຸ່ມ​
ຮາ​ມາສ ​ແລະ ກຸ່ມ​ຫົວ​ຮຸນ​ແຮງ ອິສລາມ ຈີ​ຮາດ.

​ເຈົ້າ​ໜ້າ​ທີ່​ຫຼາຍຄົນ​ກ່າວ​ວ່າ ການລະ​ເບີດ​ແມ່ນ​ໄດ້​ແນ​ໃສ່ບ້ານ​ Sheik Radwan ທີ່ຢູ່​ໃກ້​ຄຽງ, ​ເຊິ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ
ຮາ​ມາສ.

ການ​ໂຈມ​ຕີ​ແມ່ນ​ບໍ່​ມີ​ການ​ອອກ​ມາ​ຮັບຜິດຊອບໂດຍ​ທັນ​ທີ່​ທັນ​ໃດ. ຈັ່ງໃດ​ກໍ​ຕາມ, ຮູບ​ພາບ​ໃນຈຸດ​ເກີດ​ເຫດ​ຂອງ​ການລະ​ເບີດ​ບ່ອນ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທຸງ​ຂອງ​ກຸ່ມ​ລັດ​ອິສລາມ​ຖືກ​ທາສີ​ໄວ້​ຢູ່​ຝາ.

ການລະ​ເບີດ​ຫຼາຍ​ຄັ້ງ​ໄດ້​ເກີດຂຶ້ນ​ທ່າມກາງ ຄວາມ​ດີ້ນຮົນ​ຍາດ​ອຳ​ນາດ​ລະຫວ່າງກຸ່ມ
ຮາ​ມາສ ​ແລ​ະ ກຸ່ມ​ລັດ ອິສລາມ ​ໃນ​ເມື​ອງ ກາຊາ.

XS
SM
MD
LG