ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການແຕ່ງງານ ລະຫວ່າງ ຄົນເພດດຽວກັນ ໄດ້ເລີ້ມຂຶ້ນ ຢູ່ທົ່ວນີວຊີແລນ (ວີດິໂອ)


ວີດິໂອ-ການແຕ່ງງານ ຂອງຄົນເພດດຽວກັນ
please wait

No media source currently available

0:00 0:01:09 0:00

ວີດິໂອ: ການແຕ່ງງານ ຂອງຄົນເພດດຽກັນຄັ້ງທໍາອິດ ຈັດຂຶ້ນຢູ່ທົ່ວ ນີວຊີແລນ ລຸນຫລັງທີ່ກົດໝາຍການແຕ່ງງານ ຂອງພວກຮັກຮ່ວມເພດ ເລີ້ມມີຜົນບັງຄັບໃຊ້ ໃນວັນຈັນມື້ນີ້ ທີ 19 ສິງຫາ 2013.

ການແຕ່ງງານລະຫວ່າງຄົນເພດດຽວກັນຄັ້ງທໍາອິດ ໄດ້ຈັດ
ຂຶ້ນຢູ່ທົ່ວນີວຊີແລນ ໃນວັນຈັນມື້ນີ້ ລຸນຫລັງທີ່ກົດໝາຍໃໝ່
ຂອງປະເທດທີ່ເຮັດໃຫ້ການແຕ່ງງານຂອງພວກຮັກຮ່ວມເພດ ໄດ້ເລີ້ມມີຜົນບັງຄັບໃຊ້.

ນຶ່ງໃນຈໍານວນຄູ່ຮັກຄູ່ທໍາອິດໆ ທີ່ແຕ່ງງານກັນໃນປະເທດ
ດັ່ງກ່າວ ແມ່ນສອງອະດີດນັກເຕະບານລະດັບຊາດຂອງນີວຊີແລນນາງ Tash Vitali
ແລະ Melissa Ray ທີ່ຊະນະລາງວັນຄ່າໃຊ້ຈ່າຍໃນພິທີແຕ່ງງານທັງໝົດ ຈາກການ
ແຂ່ງຂັນທາງວິທະຍຸ.

ອີກຄູ່ນຶ່ງ ກໍຄືນາງ Lynley Bendall ແລະນາງ Ally Wanikau ຊຶ່ງແຕ່ງງານກັນ ຢູ່
ໃນຖ້ຽວບິນພິເສດຂອງສາຍການບິນ Air New Zealand ຈາກ ນະຄອນ Auckland
ໄປຫານະຄອນຫລວງ Wellington.

ໃນຂະນະດຽວກັນ ຊາວອອສເຕຣເລຍ ທ່ານ Paul McCarthy ແລະທ່ານ Trent Kandler ກໍໄດ້ແຕ່ງງານກັນໃນວັນຈັນມື້ນີ້ເຊັ່ນກັນຢູ່ໃນນີວຊີແລນ ລຸນຫລັງທີ່ຊະນະ
ການແຂ່ງຂັນທີ່ຈັດຂຶ້ນໂດຍຫ້ອງການທ່ອງທ່ຽວຂອງນີວຊີແລນ ເຖິງແມ່ນວ່າການແຕ່ງ
ງານຂອງພວກເຂົາເຈົ້າ ບໍ່ຖືກຮັບຮູ້ຢູ່ໃນອອສເຕຣເລຍກໍຕາມ.

ສະພາແຫ່ງຊາດນີວຊີແລນ ໄດ້ຮັບຜ່ານກົດໝາຍໃໝ່ ທີ່ດັດແກ້ກົດໝາຍວ່າ ດ້ວຍການ
ແຕ່ງງານ ທີ່ອອກໃນເດືອນເມສາຜ່ານມາ. ນີວຊີແລນເປັນປະເທດທໍາອິດ ຢູ່ໃນຂົງ
ເຂດເອເຊຍປາຊີຟິກ ແລະເປັນປະເທດທີ 14 ຢູ່ໃນໂລກທີ່ ອອກກົດໝາຍອະນຸຍາດ
ໃຫ້ພວກຮັກຮ່ວມເພດແຕ່ງງານກັນໄດ້.


The first same-sex weddings took place across New Zealand on Monday after the country's new law that legalized gay marriage went into effect.

One of the first couples to wed were former New Zealand national footballers Tash Vitali and Melissa Ray, who won an all expenses wedding ceremony in a radio competition.

Another couple, Lynley Bendall and Ally Wanikau, were married on a special Air New Zealand flight from Auckland to the capital Wellington.

Meanwhile, Australians Paul McCarthy and Trent Kandler also got married Monday in New Zealand after winning a competiition run by the country's tourism board, although their marriage is not recognized in Australia.

New Zealand's parliament passed the new law amending the country's marriage act back in April. It is the first country in the Asia Pacific region, and the 14th in the world, to legalize same-sex marriage.
XS
SM
MD
LG