ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມູນນິທິ Bill ແລະ Melinda Gates ຈະບໍລິຈາກ 50 ລ້ານ ໂດລ່າ ເພື່ອຕ້ານ ອີໂບລາ (ສະໄລດ໌/ວີດີໂອ)


Ebola VO
please wait
Embed

No media source currently available

0:00 0:00:47 0:00

ມູນນິທິ Bill ແລະ Melinda Gates ກ່າວວ່າ ຕົນຈະບໍລິຈາກ 50
ລ້ານໂດລ່າເພື່ອຊ່ວຍໃນການຕໍ່ສູ້ ກັບການແຜ່ລະບາດຂອງໂຣກ
ອີໂບລາ ໃນອາຟຣິກາຕາເວັນຕົກ.

ມູນນິທິ ທີ່ມີຫ້ອງການຕັ້ງຢູ່ນະຄອນ Seattle ດັ່ງກ່າວເວົ້າວ່າ ຕົນ
ຈະໄດ້ຈ່າຍເງິນໃນທັນທີ ໃຫ້ທາງອົງການສະຫະປະຊາຊາດ ແລະ
ອົງການຊ່ວຍເຫຼືອຂອງນາໆຊາດອື່ນໆ ເພື່ອຊື້ພວກ ອຸບປະກອນ
ທີ່ຈຳເປັນທີ່ສຸດພ້ອມທັງການການດຳເນີນວຽກງານສຸກເສີນຕ່າງໆ
ໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບທັງຫຼາຍ.

ມູນນິທິ ດັ່ງກ່າວຍັງກ່າວອີກວ່າ ຕົນຈະປະສານງານກັບອົງການ
ພາຄີທັງຫຼາຍ ເພື່ອເລັ່ງລັດ ການປິ່ນປົວ ການຜະລິດວັກຊີນ ແລະການວິນິດໄສໂຣກ ການກວດເພື່ອໃຫ້ການປິ່ນປົວ ທີ່ດີຂຶ້ນ ພ້ອມທັງການປ້ອງກັນບໍ່ໃຫ້ເຊື້ອໂຣກທີ່ຮ້າຍແຮງນີ້ ຕິດແປດໃສ່ຄົນອື່ນ.

ນອກນັ້ນໃນວັນອັງຄານຜ່ານມານີ້ກໍເຊັ່ນກັນ ອົງການສະຫະປະຊາຊາດ ໄດ້ອະນຸມັດເງິນ 3 ລ້ານ 8 ແສນໂດລ່າ ໃຫ້ແກ່ອົງການ ບໍລິການທາງອາກາດເພື່ອມະນຸດສະທຳ ຫຼື UN Humanitarian Air Service ເພື່ອຊ່ອຍສົມທົບ ໃນການຂົນສົ່ງການຊ່ວຍເຫຼືອ ເຄື່ອງໃຊ້ ຂອງສອຍ ຢຸກຢາ ອຸບປະກອນ ແລະເຈົ້າໜ້າທີ່ ໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກ ໂຣກອີໂບລ່ານັ້ນ.

ການຫຼຸດຜ່ອນຂອງການເດີນທາງໂດຍສາຍການບິນພານິດໃນຂົງເຂດໄດ້ມີກະທົບຕໍ່ການ
ດຳເນີນພາລະກິດຂອງບັນດາອົງການຊ່ອຍເຫຼືອ ທາງນຸດສະທຳຕ່າງໆ ຢູ່ໃນຂົງເຂດ.

ການໃຫ້ຄຳໝັ້ນສັນຍາທີ່ວ່ານີ້ ມີຂຶ້ນ ຫຼັງຈາກການຮຽກຮ້ອງຂອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ທ່ານ Ban Ki-moon ທີ່ໄດ້ຮຽກຮ້ອງ ໃຫ້ມີການຕອບຮັບ ທີ່ເຂັ້ມແຂງ ກວ່າເກົ່າຂອງນາໆຊາດຢ່າງຕໍ່ອີໂບລາ. ອິງຕາມອົງການອະນາໄມໂລກແລ້ວ ໂຣກດັ່ງກ່າວ​ໄດ້ເອົາຊີວິດ ເກືອບ 2 ພັນ 300 ຄົນແລ້ວ ໃນປີນີ້ ຊຶ່ງສ່ວນໃຫຍ່ ແມ່ນຢູ່ໃນ Guinea Sierra Leone ແລະ Liberia.

XS
SM
MD
LG