ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Gates ຢ້ຽມຢາມ ປະເທດຍີ່ປຸ່ນ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Robert Gates ຢືນດ້ວຍຄວາມສະຫງົບ ຫຼັງຈາກ ວາງພວງມາລາ ທີ່ອະນຸສາວະລີ ແຫ່ງນຶ່ງ ໃນພິທີຢູ່ກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ກຸງໂຕກຽວ (13 ມັງກອນ 2011)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Robert Gates ຢືນດ້ວຍຄວາມສະຫງົບ ຫຼັງຈາກ ວາງພວງມາລາ ທີ່ອະນຸສາວະລີ ແຫ່ງນຶ່ງ ໃນພິທີຢູ່ກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ກຸງໂຕກຽວ (13 ມັງກອນ 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດກ່າວວ່າ
ເກົາຫຼີໃຕ້ມີສິດທີ່ຈະຕອບໂຕ້ ຕໍ່ການໂຈມຕີໃໝ່ ໃດໆກໍ
ຕາມຂອງເກົາຫລີເໜືອແຕ່ທ່ານກໍໄດ້ພະຍາຍາມໃຫ້ເປັນ
ທີ່ແນ່ໃຈວ່າການກະທຳດັງກ່າວແມ່ນບໍ່ມີຄວາມຈຳເປັນ.

ທ່ານ Robert Gates ໃຫ້ທັດສະນະດັ່ງກ່າວລຸນຫຼັງທີ່
ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງຍີ່ປຸ່ນໃນວັນພະຫັດມື້
ນີ້ ຊຶ່ງເປັນບ່ອນຢຸດແວ່ບ່ອນທີ 2 ໃນການ ຢ້ຽມຢາມ 3
ປະເທດໃນເຂດເອເຊຍຂອງທ່ານ. ໃນວັນສຸກມື້ອື່ນນີ້ທ່ານ
ຈະເດີນ ທາງໄປຍັງກຸງໂຊລ.

ເມື່ອມີການຖາມວ່າສະຫະລັດຈະຄັດຄ້ານຕໍ່ການໂຈມຕີທາງອາກາດາຂອງເກົາຫຼີໃຕ້ຕໍ່ເກົາຫຼີ
ເໜືອຫຼືບໍ່ທ່ານ Gates ກ່າວວ່າທຸກໆປະເທດມີສິດທີ່ຈະປ້ອງກັນໂຕເອງຕໍ່ການໂຈມຕີແບບ ບໍ່ໄດ້ມີການທ້າທາຍເກາະຜິດ. ແຕ່ທ່ານເວົ້າວ່າຈຸດເພັ່ງເລັງໃນການເຈລະຈາຂອງທ່ານໃນສັບ ປະດານີ້ຢູ່ຈີນແລະຍີ່ປຸ່ນແມ່ນຫາທາງປ້ອງກັນບໍ່ໃຫ້ມີການທ້າທາຍເກາະຜິດເກີດຂຶ້ນ.

ສະຫະລັດໄດ້ຮຽກຮ້ອງໃຫ້ຍີ່ປຸ່ນ ເອົາບົດບາດຫຼາຍຂຶ້ນໃນການປ້ອງກັນເກົາຫຼີໃຕ້ນັບແຕ່ເກົາ ຫຼີເໜືອໄດ້ຍິງປືນໃຫຍ່ໂຈມຕີເກາະ Yeonpyeong ຂອງເກົາຫຼີໃຕ້ໃນເດືອນພະຈິກຜ່ານມາ. ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນທ່ານ Toshimi Kitazawa ໄດ້ເດີນທາງໄປຢ້ຽມ ຢາມກຸງໂຊລໃນສັບປະດານີ້ ເພື່ອເຈລະຈາຫາລືກ່ຽວກັບຂໍ້ຕົກລົງຕ່າງໆ ໃນການຮ່ວມມືລະ ຫວ່າງກອງທັບຂອງປະເທດທັງສອງຊຶ່ງຈະເປັນຂໍ້ຕົກລົງຈຸທຳອິດລະຫວ່າງຍີ່ປຸ່ນແລະເກົາຫຼີໃຕ້ ນັບແຕ່ການປົກຄອງສະໄໝອານານິຄົມຂອງຍີ່ປຸ່ນ ສິ້ນສຸດລົງໃນປີ 1945.

XS
SM
MD
LG