ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີບາງຢ່າງ ທີ່ຍັງບໍ່ທັນຕົກລົງກັນໄດ້ ໃນເລື້ອງນິວເຄລຍ ຂອງ ອີຣ່ານ


ທ່ານ John Kerry (ຄົນທີ 3 ຈາກຊ້າຍ) ໂອ້ລົມກັບທີມເຈລະຈາ ຂອງສະຫະລັດ ທີ່ເມືອງ Lausanne ສະວິດເຊີແລນ ວັນທີ 31 ມີນາ 2015.
ທ່ານ John Kerry (ຄົນທີ 3 ຈາກຊ້າຍ) ໂອ້ລົມກັບທີມເຈລະຈາ ຂອງສະຫະລັດ ທີ່ເມືອງ Lausanne ສະວິດເຊີແລນ ວັນທີ 31 ມີນາ 2015.

ການ​ເຈລະຈາ​ກັນ​ເພື່ອຫລຸດຜ່ອນໂຄງການ​ນີວ​ເຄລຍຂອງ​
ອີຣ່ານ ໄດ້​ຍ່າງ​ເຂົ້າ​ສູ່ຊົ່ວ​ໂມງ​ສຸດ​ທ້າຍ​ ໃນ​ວັນ​ອັງຄານ​ມື້​ນີ້
ກ່ອນ​ເວລາ​ເສັ້ນຕາຍ​ໃນຕອນ​ທ່ຽງ​ຄືນ​ທີ່ໄດ້​ວາງ​ໄວ້​ກ່ອນ​
ໜ້າ​ນັ້ນມາຮອດ ​ໂດຍ​ທີ​ມຜູ້ຕາງໜ້າ​ຈາກ​ອີຣ່ານ ​ແລະ​ກຸ່ມ​
ປະ​ເທດ 6 ມະຫາ​ອຳນາດ ທີ່​ໄດ້​ພະຍາຍາມ​ເພື່ອ​ແກ້​ໄຂ​
ບັນຫາ ໃນ​ການ​ເຈລະຈາ​ກັນມາ​ເປັນ​ເວລາ 18 ​ເດືອນ​ເພື່ອ
​ໃຫ້​ບັນລຸໂຄງຮ່າງ​ຂອງຂໍ້​ຕົກລົງຮອບດ້ານ​.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ນະ​ຄອນ Lausanne ປະ​ເທດ​ສະ​ວິດ
​ເຊີ​ແລນ ​ໄດ້ ສະ​ແດງ​ຄວາມ​ຫວັງແບບ​ປະ​ປົນ​ກັນ​ໃນ​ແງ່​ດີ ​
ແລະ​ແງ່​ບໍ່​ດີ ​ແລະ​ເຕືອນ ກ່ຽວ​ກັບ​ວຽກ​ງານ​ທີ່​ຍັງ​ຕົກລົງ​ກັນ​
ບໍ່​ທັນ​ໄດ້ ກ່ຽວ​ກັບ​ເລື້ອງ​ຕ່າງໆ ​ເຊັ່ນ ວ່າ ຂໍ້​ຕົກລົງ​ກັນ​ນີ້​ຄວນຈະ​ມີ​ອາຍຸ​ດົນ​ປານ​ໃດ ຄວນ
ຈະ​ມີ​ການ​ຍົກ​ເລີກ​ການລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ອີຣ່ານ ​ໃນ​ເວລາ​ໄວ​ປານ​ໃດ ​ແລະ​ຈະ​ເຮັດ​ແນວ​ໃດ ຖ້າ​ຫາກ​ອີຣ່ານລະ​ເມີດ​ຕໍ່​ເງື່ອນ​ໄຂ​ຕ່າງໆ​ຢູ່​ໃນ​ຂໍ້​ຕົກລົງ​ກັນ​ນັ້ນ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວວ່າ “​ເລື້ອງ​ຫຍຸ້ງ
ຍາກ
ບາງ​ຢ່າງ” ຍັງ​ມີ​ຢູ່ ​ໃນ​ຂະນະ​ດຽວ​ກັນ ທ່ານ Abbas Aragchi ຫົວໜ້າ​ເຈລະຈາ​ຝ່າຍ​ອີຣ່ານ ກ່າວ​ວ່າ ຂໍ້​ຕົກລົງ​ສາມາດ​ບັນລຸ​ກັນ​ໄດ້ ບາງທີ​ອາດຈະແມ່ນໃນ​ວັນ​ອັງຄານ​
ມື້​ນີ້ ຫຼື​ວັນ​ພຸດ​ມື້​ອື່ນ.

ອີຣ່ານ​ແລະ​ກຸ່ມ​ປະ​ເທດ​ທີ່​ຮວມທັງ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ສະຫະລັດ ​ແລະ​ເຢຍຣະມັນ ​ໄດ້​ມີ​ປະຫວັດ​ໃນ​ການ​ຕໍ່​ເວລາ​ເສັ້ນ​ຕາຍ​ຂອງພວກ​ຕົນ ຊຶ່ງ​ໄດ້​ດຳເນີນມາແລ້ວ​ສອງ​ເທື່ອ
ນັບ​ແຕ່​ໄດ້​ຕົກລົງ​ກັນ ໃນ​ຂໍ້​ຕົກລົງ​ກັນ​ຊົ່ວຄາວ​ວ່າ​ດ້ວຍ​ນີວ​ເຄລຍ ​ໃນ​ເດືອນ​ພະຈິກ​ປີ 2013 ນັ້ນ.

Iran Nuclear
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG