ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ທີ່ຖືກເລືອກໃໝ່ຂອງ ແກັມເບຍ ໄດ້ຮັບ ການສະໜັບສະໜູນ ຈາກຜູ້ນຳໂລກ

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ຊ້າຍ, ແລະ ປະທານາທິບໍດີ ມາລີ ທ່ານ Ibrahim Boubacar Keita ຈັບມືກັນໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວຮ່ວມ ຫຼັງຈາກກອງປະຊຸມສຸດຍອດ ອາຟຣິກາ-ຝຣັ່ງ ໃນນະຄອນຫຼວງ Bamako, 14 ມັງກອນ, 2017. ທັງສອງທ່ານສະໜັບສະໜູນໃຫ້ ປະທານາທິບໍດີ ແກັມເບຍ ລົງຈາກການດຳລົງຕຳແໜ່ງ.

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງປະເທດ ແກັມເບຍ ທ່ານ Adama Barrow ໄດ້ພົບ ປະກັບບັນດາຜູ້ນຳໂລກທີ່ກຳລັງພະຍາຍາມຈະຈັດແຈງຜົນທີ່ອອກມາຢ່າງສັນຕິ ກ່ຽວກັບ ວິກິດການຜູ້ນຳຂອງປະເທດທີ່ຕັ້ງຢູ່ ອາຟຣິກາ ຕາເວັນຕົກ ໃນປະເທດ ມາລີ.

ທ່ານ Barrow ໄດ້ຖືກປະກາດວ່າ ເປັນຜູ້ຊະນະໃນການເລືອກຕັ້ງຂອງເດືອນທີ່ຜ່ານມາ ຢ່າງເປັນທາງການ ດ້ວຍຄະແນນຫ່າງກັນພຽງໜ້ອຍດຽວ. ທ່ານ Yahya Jammeh ຜູ້ທີ່ ໄດ້ກຳອຳນາດໃນປະເທດ ແກັມເບຍ ມາ ຕັ້ງແຕ່ການກໍ່ລັດຖະປະຫານປີ 1994 ນັ້ນ ໃນ ເບື້ອງຕົ້ນ ໄດ້ຍອມຮັບການຜ່າຍແພ້ ແຕ່ຕໍ່ມາໄດ້ກັບຄຳເວົ້າຕົນເອງ ແລະ ໄດ້ກ່າວຟ້ອງ ຮ້ອງເພື່ອຕໍ່ສູ້ກັບຜົນທີ່ອອກມາ, ໂດຍອ້າງວ່າ ການລົງຄະແນນສຽງຂາດຄວາມຍຸຕິທຳ.

ປະທານາທິບໍດີຂອງ ຝຣັ່ງ ແລະ ມາລີ ທ່ານ Ibrahim Boubacar Keita ແລະ ທ່ານ Francois Hollande ທັງສອງທ່ານໄດ້ຮຽກຮ້ອງໃຫ້ທ່ານ Jammeh ລົງຈາກຕຳແໜ່ງ ເມື່ອການດຳລົງຕຳແໜ່ງ 5 ປີສະໄໝປະຈຸບັນສິ້ນສຸດລົງໃນລະຫວ່າງ ສັບປະດາທີ່ຈະມາ ເຖິງນີ້.

ແນວໃດກໍຕາມ, ທ່ານ Jammeh ໄດ້ກ່າວວ່າ ທ່ານມີເຈຕະນາທີ່ຈະດຳລົງຕຳແໜ່ງຕໍ່ຈົນ ກວ່າ ສານສູງສຸດຈະຕັດສິນ ກ່ຽວກັບ ການຕໍ່ສູ້ທາງກົດໝາຍຂອງທ່ານ ຕໍ່ຜົນຂອງການລົງ ຄະແນນສຽງວັນທີ 1 ເດືອນທັນວາປີກາຍນີ້. ບັນດາຜູ້ສັງເກດການທີ່ຖືກແຈ້ງໃຫ້ຮູ້ໃນນະ ຄອນຫຼວງ Banjul ຄາດຄະເນວ່າ ສານອາດໃຊ້ເວລາຫຼາຍເດືອນເພື່ອບັນລຸການຕັດສິນ ດັ່ງກ່າວ.

ປະທານາທິບໍດີທີ່ ແກັມເບຍ ທີ່ຖືກເລືອກໃໝ່ ທ່ານ Adama Barrow ໃຫ້ສຳພາບກັບນັກຂ່າວໃນ ນະຄອນຫຼວງ Banjul, ປະເທດ ແກັມເບຍ. 12 ທັນວາ 2016.
ປະທານາທິບໍດີທີ່ ແກັມເບຍ ທີ່ຖືກເລືອກໃໝ່ ທ່ານ Adama Barrow ໃຫ້ສຳພາບກັບນັກຂ່າວໃນ ນະຄອນຫຼວງ Banjul, ປະເທດ ແກັມເບຍ. 12 ທັນວາ 2016.

ທ່ານ Barrow ຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມສຸດຍອດ ຝຣັ່ງ-ອາຟຣິກາ ປະຈຳປີ ໃນນະ ຄອນຫຼວງ Bamako ໃນວັນເສົາວານນີ້ກ່າວວ່າ ທ່ານກຳລັງສືບຕໍ່ທີ່ຈະວາງແຜນ ສຳລັບ ການສາບານໂຕເຂົ້າຮັບຕຳ ແໜ່ງໃນວັນພະຫັດທີ່ຈະມາເຖິງນີ້.

ກຸ່ມປະເທດ ECOWAS ໃນພາກພື້ນ ອາຟຣິກາຕາເວັນຕົກ ໄດ້ຈັດກອງກຳລັງທະຫານ ຂອງຕົນຕຽມພ້ອມໄວ້ ຖ້າທ່ານ Jammeh ບໍ່ຍອມລົງຈາກຕຳແໜ່ງຕາມທີ່ໄດ້ກຳນົດໄວ້.

ປະທານາທິບໍດີ Hollande ໄດ້ກ່າວໃນປະເທດ ມາລີ ວ່າ ການເລືອກຕັ້ງຂອງປະເທດ ແກັມເບຍ ແມ່ນເຊື່ອຖືໄດ້ ແລະ ໂປ່ງໃສ, ດັ່ງນັ້ນຜົນທີ່ອອກມາ “ຄວນຖືກເຄົາລົບນັບຖື.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Gambia
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG