ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການຂອງແກມເບຍ ໄດ້ສັ່ງປິດ ສະຖານີວິທະຍຸ ເອກະຊົນ ແຫ່ງໜຶ່ງ


ປະທານາທິບໍດີ ຂອງແກມເບຍ ທ່ານ Yahya Jammeh ສະແດງທ່າທາງອອກມາ ກ່ອນໜ້າການລົງຄະແນນສຽງ ໃນເມືອງ
Banjul ຂອງແກມເບຍ, ວັນທີ 1 ທັນວາ 2016.
ປະທານາທິບໍດີ ຂອງແກມເບຍ ທ່ານ Yahya Jammeh ສະແດງທ່າທາງອອກມາ ກ່ອນໜ້າການລົງຄະແນນສຽງ ໃນເມືອງ Banjul ຂອງແກມເບຍ, ວັນທີ 1 ທັນວາ 2016.

ບັນດາເຈົ້າໜ້າທີ່ ໃນປະເທດແກມເບຍ ໄດ້ປິດສະຖານີວິທະຍຸຂອງເອກະຊົນ ແຫ່ງໜຶ່ງ ລົງ ທ່າມກາງຄວາມເຄັ່ງຕຶງໃນດ້ານການເມືອງທີ່ກຳລັງສູງຂຶ້ນ ຂະນະທີ່ປະທານາທິບໍດີ ສືບຕໍ່ປະຕິເສດ ທີ່ຈະຮັບເອົາຄວາມຜ່າຍແພ້ ໃນການເລືອກຕັ້ງ ເມື່ອບໍ່ດົນມານີ້.

ສະຖານີວິທະຍຸ Teranga FM ຊຶ່ງໄດ້ແປຂ່າວ ຈາກເອກະສານຕ່າງໆຂອງແກມເບຍ ເປັນພາສາຂອງທ້ອງຖິ່ນ ໄດ້ຖືກສັ່ງໃຫ້ປິດ ໂດຍບັນດາເຈົ້າໜ້າທີີ່ ຮັກສາຄວາມປອດໄພ ແຫ່ງຊາດ ເມື່ອວັນອາທິດຜ່ານມາ ດ້ວຍສາເຫດ ທີ່ບໍ່ໄດ້ແຈ້ງໃຫ້ຊາບ.

ພະນັກງານຂອງສະຖານີວິທະຍຸ ຄົນໜຶ່ງ ບອກຕໍ່ອົງການຂ່າວຝຣັ່ງ ໂດຍປະສົງຂໍ ສະຫງວນຊື່ ວ່າ ເຈົ້າໜ້າທີ່ ຂອງອົງການສືບລັບແຫ່ງຊາດ ສີ່ຄົນ ແລະ ເຈົ້າໜ້າທີ່ ຕຳຫຼວດຄົນໜຶ່ງ ຢູ່ໃນຊຸດເຄື່ອງແບບ ໄດ້ເຂົ້າມາສະຖານີວິທະຍຸ ໃນວັນອາທິດ
ຜ່ານມາ ແລະ ໄດ້ບອກໃຫ້ພວກເຮົາ ຍຸຕິການອອກອາກາດ.

ສະຖານີວິທະຍຸ Teranga FM ໄດ້ຖືກງົດອອກອາກາດ ມາແລ້ວສີ່ເທື່ອ ເມື່ອສອງ ສາມປີບໍ່ດົນມານີ້ ແລະ ຜູ້ອຳນວຍການບໍລິຫານງານຂອງສະຖານີ ໄດ້ຖືກກ່າວຟ້ອງ ດ້ວຍຂໍ້ຫາປຸກລະດົມ ໃນປີ 2015 ແລະ ຍັງຖືກຄຸມຂັງໃນຄຸກຢູ່ ນັບຕັ້ງແຕ່ນັ້ນມາ.

ສະຖານີວິທະຍຸ Hilltop ແຫ່ງທີສອງ ຢູ່ໃກ້ກັບນະຄອນຫຼວງ ກໍມີລາຍງານວ່າ ໄດ້ຖືກປິດເຊັ່ນກັນ ໃນວັນຈັນມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG