ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ໃນປະເທດແກມເບຍ


ປະຊາຊົນຊາວແກມເບຍ ເຂົ້າແຖວຖ້າປ່ອນບັດ ຢູ່ນອກໜ່ວຍປ່ອນບັດແຫ່ງນຶ່ງ ທີ່ເມືອງ Serrekunda ທາງກໍ້າ ຕາເວັນຕົກສຽງໃຕ້ຂອງນະຄອນຫຼວງ Banjul (24 ພະຈິກ 2011)
ປະຊາຊົນຊາວແກມເບຍ ເຂົ້າແຖວຖ້າປ່ອນບັດ ຢູ່ນອກໜ່ວຍປ່ອນບັດແຫ່ງນຶ່ງ ທີ່ເມືອງ Serrekunda ທາງກໍ້າ ຕາເວັນຕົກສຽງໃຕ້ຂອງນະຄອນຫຼວງ Banjul (24 ພະຈິກ 2011)

ປະທານາທິບໍດີແກມເບຍທ່ານ Yahya Jammeh ກ່າວວ່າທ່ານມີຄວາມເຊື່ອໝັ້ນວ່າ
ທ່ານຈະໄດ້ຮັບຕຳແໜ່ງຕື່ມອີກ 5 ປີ ໃນການເລືອກຕັ້ງປະທານາທິບໍດີ ທີ່ຖືກປະນາມ
ໂດຍກຸ່ມເສດຖະກິດທີ່ສຳຄັນ ຢູ່ໃນພູມີພາກ.

ໃນວັນພະຫັດວານນີ້ ທ່ານ Jammeh ກ່າວຕໍ່ພວກນັກຂ່າວວ່າ ຜູ້ມີສິດປ່ອນບັດຈະ
ເລືອກເອົາທ່ານເຂົ້າຮັບຕຳແໜ່ງຕື່ມອີກອີງຕາມປະວັດຂອງທ່ານ ນັບແຕ່ທ່ານໄດ້ເຂົ້າ
ກຳອຳນາດໃນການກໍ່ລັດຖະປະຫານເມື່ອ 17 ປີກ່ອນພຸ້ນ. ປະທານາທິບໍດີແກມເບຍ
ກ່າວວ່າ ທ່ານໄດ້ບັນລຸຜົນສຳເລັດ ໃນການພັດທະນາປະເທດ ຫຼາຍກວ່າທີ່ອັງກິດໄດ້
ຮັບໃນໄລຍະ 400 ປີຂອງການປົກຄອງແບບອານານິຄົມ.

ພວກສະໜັບສະໜຸນປະທານາທິບໍດີກ່າວວ່າ ທ່ານໄດ້ປັບປຸງໂຄງລ່າງພື້ນຖານຂອງປະ
ເທດ ການສຶກສາແລະສາທາລະນະສຸກ. ແຕ່ພວກຕຳໜິຕິຕຽນທ່ານເວົ້າວ່າ ແກມເບຍ ຍັງປະເຊີນກັບສະພາບທີ່ທຸກຈົນຢ່າງໜັກ. ພວກເຂົາເຈົ້າໄດ້ກ່າວຫາປະທານາທິບໍດີວ່າ
ເປັນຜູ້ຮັບຜິດຊອບໃນການສັງຫານ ການທໍລະມານ ທຳການກົດຂີ່ຕໍ່ພວກຄັດຄ້ານທາງ
ການເມືອງແລະອິດສະຫຼະພາບໃນດ້ານຂ່າວສານ

ປະຊາຄົມເສດຖະກິດຂອງບັນດາປະເທດໃນເຂດອາຟຣິກາຕາເວັນຕົກ ກ່າວໃນສັບປະ
ດານີ້ວ່າ ການປ່ອນບັດເລືອກຕັ້ງທີ່ວ່ານີ້ ບໍ່ສາມາດຖືວ່າ ເປັນການປ່ອນບັດທີ່ເສລີໄດ້
ໂດຍອ້າງວ່າມີການກ່າວຫາ ກ່ຽວກັບການຂົ່ມຂູ່ຜູ້ມີສິດປ່ອນບັດ ແລະການຄວບຄຸມສື່
ມວນຊົນຂອງລັດຖະບານ.

XS
SM
MD
LG