ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Jammeh ສະຫລະອຳນາດ ແລ້ວບິນ ອອກຈາກປະເທດ ເພື່ອໄປຂໍລີ້ໄພ

ທ່ານ Yahya Jammeh ຜູ້ນຳຂອງແກມເບຍ ທີ່ປະລາໄຊ ໂບກມືອຳລາ ບັນດາຜູ້ສະໜັບສະໜູນ ໃນຂະນະທີ່ທ່ານ ກຳລັງຈະເດີນທາງອອກຈາກສະໜາມບິນ ນະຄອນຫຼວງ Banjul, ວັນທີ 21 ມັງກອນ 2017.
ທ່ານ Yahya Jammeh ຜູ້ນຳຂອງແກມເບຍ ທີ່ປະລາໄຊ ໂບກມືອຳລາ ບັນດາຜູ້ສະໜັບສະໜູນ ໃນຂະນະທີ່ທ່ານ ກຳລັງຈະເດີນທາງອອກຈາກສະໜາມບິນ ນະຄອນຫຼວງ Banjul, ວັນທີ 21 ມັງກອນ 2017.

ທ່ານ Yahya Jammeh ຜູ້ນຳຂອງແກມເບຍ ທີ່ປະລາໄຊ ໄດ້ບິນໄປຂໍລີ້ໄພ ຢູ່ ຕ່າງປະເທດ ໃນຄໍ່າຄືນຂອງວັນເສົາວານນີ້ ເຊິ່ງເປັນການສິ້ນສຸດ ການປົກຄອງ ແບບຜະເດັດການ ທີ່ຍາວນານມາໄດ້ 22 ປີ ແລະ ການບໍ່ລົງຮອຍກັນໃນດ້ານ
ການເມືອງ ຈົນຈະເກີດການແຊກແຊງ ດ້ານການທະຫານ ຂອງບັນດາປະເທດ ຢູ່ໃນຂົງເຂດ ອາຟຣິກາຕາເວັນຕົກ.

ທ່ານ Jammeh ບໍ່ໄດ້ອອກຖະແຫລງການໃດເລີຍ ໃນຂະນະທີ່ທ່ານໄດ້ເດີນທາງ
ອອກຈາກສະໜາມບິນ ຢູ່ທີ່ນະຄອນຫຼວງ Banjul ພ້ອມກັບຄອບຄົວຂອງທ່ານ ດ້ວຍເຮືອບິນທີ່ບໍ່ມີເຄື່ອງໝາຍ ແລະ ຈຸດໝາຍສຸດທ້າຍຂອງ ທ່ານ ແມ່ນ ຍັງບໍ່ຈະ
ແຈ້ງ ໃນທັນທີທັນໃດ. ທ່ານໄດ້ຕິດຕາມໄປດ້ວຍປະທານາທິບໍດີຂອງກີນີ ທ່ານ
Alpha Conde ຜູ້ທີ່ໄດ້ຫາຊ່ອງທາງ ໃນສອງສາມມື້ຜ່ານມານີ້ ເພື່ອໄກ່ເກ່ຍແຜນ
ທາງອອກໃຫ້.

ໃນພາບຈາກວີດີໂອ ນີ້ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ ແກມເບຍ ທ່ານ Adama Barrow ໂອ້ລົມໃນລະຫວ່າງການໃຫ້ສຳພາດ ກັບ ອົງການຂ່າວ Associated Press ໃນນະຄອນຫຼວງ Dakar ຂອງ Senegal, ວັນທີ 21 ມັງກອນ 2017, ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ທ່ານ Yahya Jammeh ໄດ້ຕົກລົງທີ່ຈະລົງຈາກຕຳແໜ່ງ.

ການເດີນທາງອອກໄປຂອງທ່ານ Jammeh ຜູ້ທີ່ໄດ້ຍຶດເອົາອຳນາດ ໃນປີ 1994 ດ້ວຍການກໍ່ລັດຖະປະຫານ ໄດ້ສິ້ນສຸດ ຄວາມເຄັ່ງຕຶງຫຼາຍສັບປະດາຜ່ານມາ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນເວລາ ທ່ານໄດ້ປະຕິເສດທີ່ຈະລົງຈາກຕຳແໜ່ງ ຫຼັງຈາກການ ຜ່າຍແພ້ ທີ່ບໍ່ຄາດຄິດຂອງທ່ານ ໃນການເລືອກຕັ້ງທົ່ວປະເທດ ເມື່ອວັນທີ 1 ເດືອນ
ທັນວາ ຜ່ານມາ. ມັນຍັງໄດ້ຫລີກລ່ຽງໄພຂົ່ມຂູ່ຂອງການປະຕິບັດການ ທາງດ້ານ
ທະຫານ ໂດຍກອງກຳລັງທະຫານ 7,000 ຄົນ ຈາກປະເທດ Senegal ແລະ Nigeria ຜູ້ທີ່ໄດ້ເຂົ້າໄປໃນແກມເບຍ ໃນວັນພະຫັດ ເພື່ອປະເຊີນໜ້າກັບ ພວກທະຫານ ທີ່ ຈົງຮັກພັກດີຕໍ່ທ່ານ Jammeh.

ທັງ ສະຫະພາບອາຟຣິກາ ແລະ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ ສະໜັບສະໜູນ ແຜນການເຂົ້າແຊກແຊງດັ່ງກ່າວ.

ການເດີນທາງອອກໄປຂອງທ່ານ Jammeh ໄດ້ເປີດທາງໃຫ້ການໂອນອຳນາດໃຫ້ ແກ່ທ່ານ Adama Barrow ຜູ້ທີ່ໄດ້ຮັບໄຊຊະນະ ຕຳແໜ່ງປະທານາທິບໍດີ ເມື່ອ 7 ອາທິດກ່ອນ. ທ່ານ Barrow ຜູ້ທີ່ ໄດ້ສາບານໂຕ ໃນວັນພະຫັດຜ່ານມາ ຢູ່ທີ່ສະຖານ
ທູດ ຂອງແກມເບຍ ປະຈຳປະເທດເພື່ອນບ້ານ Senegal ບັດນີ້ ຄາດກັນວ່າ ຈະຫວນ ຄືນໄປຍັງປະເທດບ້ານເກີດ.

ເມື່ອຕົ້ນສັບປາດາທີ່ຜ່ານມານີ້ ທ່ານ Jammeh ໄດ້ປະກາດພາວະສຸກເສີນ ທົ່ວປະເທດ ໃນຄວາມພະຍາຍາມຄັ້ງສຸດທ້າຍ ເພື່ອທີ່ຈະກຳອຳນາດເອົາໄວ້. ທ່ານໄດ້ຫຍຸບຄະນະ ລັດຖະບານຂອງທ່ານ ໃນຂະນະທີ່ສະພາແຫ່ງຊາດ ຕໍ່ອາຍຸ ສະໄໝການດຳລົງຕຳແໜ່ງ ຂອງທ່ານ ອອກໄປເປັນ 3 ເດືອນ.

Gambia
please wait
Embed

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG