ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ຂອງກາບົງ ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນສະໄໝທີສອງ


ຄູ່ຜົວເມຍ ນັ່ງຊົມ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ Ali Bongo Ondimba ໃນນະຄອນຫຼວງ Libreville ຂອງກາບົງ, ວັນທີ 27 ກັນຍາ 2016.
ຄູ່ຜົວເມຍ ນັ່ງຊົມ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ Ali Bongo Ondimba ໃນນະຄອນຫຼວງ Libreville ຂອງກາບົງ, ວັນທີ 27 ກັນຍາ 2016.

ທ່ານ Ali Bongo Ondimba ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ​ເປັນປະທານາທິບໍດີ ຂອງປະເທດ Gabon ສະໄໝທີສອງ ຕື່ມ​ອີກ 7 ປີ ຫຼັງຈາກທີ່ໄດ້ຮັບໄຊຊະນະອີກເທື່ອ ໜຶ່ງ ດ້ວຍຄະແນນສຽງ ທີ່ລື່ນກັນພຽງໜ້ອຍດຽວ ໃນການເລືອກຕັ້ງ ທີ່ມີການໂຕ້ຖຽງ ກັນນັ້ນ.

ຢູ່ທີ່ພິທີສາບານໂຕເຂົ້າຮັບຕຳແໜ່ງ ໃນວັນອັງຄານວານນີ້ ທ່ານ Bongo ໄດ້ປະຕິຍານ ວ່າ ຈະປົກປ້ອງລັດຖະທຳມະນູນ ແລະ ຈະໃຫ້ຄວາມເປັນທຳແກ່ທຸກຄົນ. ທ່ານໄດ້ຮຽກ ຮ້ອງໃຫ້ມີການປຶກສາຫາລືກັນດ້ານການເມືອງ ແຕ່ຜູ້ສະໝັກຝ່າຍຄ້ານ ທ່ານ Jean Ping ໄດ້ປະຕິ ເສດ ຕໍ່ຂໍ້ສະເໜີນັ້ນ ໂດຍກ່າວຫາພັກລັດຖະບານ ຂອງທ່ານ Bongo ວ່າ ສໍ້ໂກງ ຄະແນນສຽງ.

ໄຊຊະນະຂອງທ່ານ Bongo ດ້ວຍຄະແນນສຽງ ທີ່ໜ້ອຍກວ່າ 6,000 ຄະແນນ ໄດ້ເກີດ ມີການຮຽກຮ້ອງໃຫ້ກວດສອບຄືນ ກ່ຽວ​ກັບໄຊຊະນະຂອງປະທານາທິບໍດີ ທີ່​ໄດ້​ສ້າງ​ຄວາມ​ບໍ່ພໍໃຈ ເຊິ່ງຄອບຄົວຂອງປະທາ ນາທິບໍດີ ໄດ້ປົກຄອງປະເທດ ທີ່ມີການຜະລິດ ນ້ຳມັນ ໃນ​ເຂດພາກກາງ ຂອງທະວີບອາຟຣິກາ ມາໄດ້ 49 ປີແລ້ວ. ສິດ​ມອບ​ໝາຍອັນ ທີສອງ ຂອງທ່ານ Bongo ກໍໄດ້ຖືກຕ້ອນຮັບ​ແບບ​ບໍ່ພໍ​ໃຈຈາ​ພສະຫະພາບອາ ຟຣິກາ ແລະ ອົງການສະຫະປະຊາຊາດ ໃນຂະນະດຽວກັນ ສະຫະພາບຢູໂຣບ ກໍ​ໄດ້​ສະ​ແດງຄວາມເສຍໃຈ ທີ່ການນັບຄະແນນສຽງ ບໍ່ມີຄວາມໂປ່ງໃສ.

ສານລັດຖະທຳມະນູນຂອງປະເທດ Gabon ໃນວັນເສົາຜ່ານມາ ໄດ້ປະຕິເສດບໍ່ຮັບ ເອົາຄຳຮ້ອງຂອງທ່ານ Ping ໃຫ້ນັບຄະແນນຄືນໃໝ່ ແລະ ໃຫ້ລົງນາມຮັບຮອງເອົາ ຜົນການນັບຄະ​ແນນ​ດັ່ງກ່າວນັ້ນ.

ສະຫະລັດ ໄດ້ຮັບຮູ້ເຖິງການຕັດສິນຂອງສານດັ່ງກ່າວ. ​ແຕ່​ແນວ​ໃດ​ກໍຕາມ​ສະຫະລັດ ໄດ້ຮຽກຮ້ອງ ໃຫ້ສານ​ລະບຸ​ລາຍລະອຽດ ກ່ຽວ​ກັບການດຳເນີນງານຂອງສານ ຕໍ່ສາທາ ລະນະ.

ການປະທ້ວງທີ່ຮຸນແຮງ ໄດ້ລະເບີດຂຶ້ນ ທົ່ວ Gabon ໃນເວລາ ຜົນການເລືອກຕັ້ງຂັ້ນຕົ້ນ ໄດ້ຖືກປະກາດອອກມາ ເມື່ອວັນທີ 27 ສິງຫາ. ຢ່າງນ້ອຍ 6 ຄົນ ໄດ້ຖືກຂ້າຕາຍ ໃນການ ປະທະກັນ ລະຫວ່າງ ພວກປະທ້ວງ ແລະ ກຳລັງຮັກສາຄວາມປອດໄພ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Gabon Politics
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG