ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມ ກຸ່ມຈີ 8 ຈະເພັ່ງເລັງ ໃສ່ເລື້ອງຊີເຣຍ ແລະ ເກົາຫລີເໜືອ (ວີດິໂອ)


 ບັນດາລັດຖະມົນຕີກະຊວງການຕ່າງປະ
ເທດຂອງກຸ່ມ G8 ທີ່ຈັດຂຶນໃນ Lancaster House ນະຄອນລອນດອນ ໃນວັນທີ 11 ເມສາ 2013.
ບັນດາລັດຖະມົນຕີກະຊວງການຕ່າງປະ ເທດຂອງກຸ່ມ G8 ທີ່ຈັດຂຶນໃນ Lancaster House ນະຄອນລອນດອນ ໃນວັນທີ 11 ເມສາ 2013.
ເປັນທີ່ຄາດກັນວ່າ ບັນດາລັດຖະມົນຕີກະຊວງການຕ່າງປະ
ເທດຂອງກຸ່ມ G8 ຈະເພັ່ງເລັງໃສ່ວິກິດການໃນຊີເຣຍ ແລະ
ການເຄື່ອນໄຫວຢູ່ໃນເກົາຫລີເໜືອ ໃນຂະນະທີ່ພວກທ່ານ
ປະຊຸມກັນ ຢູ່ທີ່ນະຄອນລອນດອນ ໃນວັນພະຫັດມື້ນີ້.

ພວກລັດຖະມົນຕີດັ່ງກ່າວໄດ້ພົບປະກັນໃນເວລາກິນເຂົ້າແລງ
ໃນວັນພຸດວານ ນີ້ ແລະກໍໄດ້ຈັດການປະຊຸມພິເສດຂຶ້ນ ຊຶ່ງລວມ
ທັງການເຈລະຈາຫາລືກັບພວກ ເຈົ້າໜ້າທີ່ຂອງຝ່າຍຕໍ່ຕ້ານ
ລັດຖະບານຊີເຣຍ.

ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະ
ຫະລັດ ແລະ ທ່ານ William Hague ລັດຖະມົນຕີການຕ່າງປະເທດອັງກິດໄດ້ຟັງການຮ້ອງ
ຂໍການຊ່ວຍເຫລືອທາງທະຫານເພີ້ມເຕີມ ຂອງພວກຕໍ່ຕ້ານລັດຖະບານຊີເຣຍ ແຕ່ເຈົ້າ
ໜ້າທີ່ສະຫະລັດເວົ້າວ່າ “ພວກທ່ານບໍ່ໄດ້ໃຫ້ຄໍາໝັ້ນສັນຍາໃດໆ ເທື່ອ.” ທ່ານ Kerry ແລະ
ທ່ານ Hague ແມ່ນລວມຢູ່ໃນບັນດາເຈົ້າໜ້າທີ່ ທີ່ຈະເຂົ້າຮ່ວມກອງປະຊຸມຂອງກຸ່ມ ເພື່ອນ
ມິດຂອງຊີເຣຍ ໃນທ້າຍເດືອນນີ້ ທີ່ນະຄອນ Istanbul ປະເທດເທີກີ ເພື່ອສົນທະນາຫາ
ລືກັນ ກ່ຽວກັບບັນຫາດັ່ງກ່າວເພີ້ມເຕີມອີກ.

ອັງກິດແລະຝຣັ່ງ ໄດ້ຮຽກຮ້ອງໃຫ້ທຳການແກ້ໄຂ ຫຼືບໍ່ກໍຍົກເລີກການຫ້າມຂາຍອາວຸດ
ຂອງສະຫະພາບຢູໂຣບ ເພື່ອໃຫ້ການສະໜັບສະໜຸນແກ່ພວກຕໍ່ຕ້ານລັດຖະບານຊີເຣຍ.
ຣັດເຊຍ ແລະເຢຍຣະມັນ ຄັດຄ້ານຕໍ່ຫານເຄື່ອນໄຫວດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ການ
ເຮັດແນວນັ້ນ ອາດປ່ອຍໃຫ້ອາວຸດຕົກໄປຢູ່ໃນມືຂອງ ພວກຫົວຮຸນແຮງອິສລາມ ແລະ
ຈະເຮັດໃຫ້ບັນຫາຂັດແຍ້ງໃນຂົງເຂດເພີ້ມທະວີ ຄວາມຮ້າຍແຮງຂຶ້ນຕື່ມ.

ນອກນັ້ນ ໃນວັນພຸດວານນີ້ທ່ານ Kerry ຍັງໄດ້ພົບປະກັບທ່ານ Sergei Lavrov ລັດຖະ
ມົນຕີການຕ່າງປະເທດຂອງຣັດເຊຍ ທີ່ເວົ້າວ່າ ຣັດເຊຍ “ບໍ່ມີຄວາມເຫັນທີ່ແຕກຕ່າງ” ກັນ
ກັບສະຫະລັດ ແລະເກົາຫລີໃຕ້ ໃນເລື້ອງເກົາຫລີເໜືອ.

ໃນວັນພະຫັດມື້ນີ້ ຄາດກັນວ່າ ບັນດາລັດຖະມົນຕີກະຊວງການຕ່າງປະເທດເຫລົ່ານີ້ ຈະ
ສົນທະນາກັນ ກ່ຽວກັບວ່າ ຈະທໍາການຕອບໂຕ້ແນວໃດ ຕໍ່ເກົາຫລີເໜືອທີ່ໄດ້ຂົ່ມຂູ່ວ່າ ຈະ
ໂຈມຕີສະຫະລັດ ແລະເກົາຫລີໃຕ້ ແລະໃນວັນອັງຄານຜ່ານມາ ກໍໄດ້ເຕືອນໃຫ້ຊາວຕ່າງ
ປະເທດຍົກຍ້າຍອອກຈາກເກົາຫລີໃຕ້ ເພື່ອຫລີກລ່ຽງບໍ່ໃຫ້ຕົກຄ້າງໃນກໍລະນີທີ່ເກີດສົງ ຄາມ.

ພ້ອມກັນນີ້ ກຸ່ມຈີ 8 ຫຼື ກຸ່ມ 8 ປະເທດ ທີ່ຈະເລີນທາງດ້ານອຸສາຫະກຳ ຊຶ່ງ ລວມມີສະ
ຫະລັດ, ອັງກິດ, ເຢຍຣະມັນ, ຝຣັ່ງ, ອິຕາລີ, ຍີ່ປຸ່ນ, ການາດາ ແລະຣັດເຊຍ ຍັງມີແຜນ
ທີ່ຈະພິຈາລະນາວ່າ ຈະສ້າງຄວມກ້າວໜ້າແບບໃດໃຫ້ແກ່ການເຈລະຈາເພື່ອຕັດຮອນ
ຄວາມທະເຍີທະຍານ ໃນການຢາກມີອາວຸດ ນີວເຄລຍຂອງອີຣ່ານ ທີ່ບໍ່ປະສົບຜົນສໍາ
ເລັດ ໃນອາທິດແລ້ວນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ກອງປະຊຸມກຸ່ມ G8 ຢູ່ນະຄອນລອນດອນ
please wait

No media source currently available

0:00 0:00:53 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG