ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສຸດຍອດ ຂອງກຸ່ມ ຈີ 8 ແລະກຸ່ມ ຈີ 20


ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ພວກຜູ້ນຳ ຂອງບັນດາປະເທດ ທີ່ຈະເລີນ ທາງດ້ານອຸສາຫະກຳ ຂອງໂລກ ໃກ້ຈະບັນລຸ ຄວາມເຫັນ ຢ່າງເປັນເອກກະສັນ ກ່ຽວກັບວ່າ ຈະປ້ອງກັນແບບໃດ ເພື່ອບໍ່ໃຫ້ ເສດຖະກິດໂລກ ກັບຄືນໄປສູ່ ສະພາບຫຼຸດຖອຍອີກ.

ພວກຜູ້ນຳ ຂອງກຸ່ມຈີ 8 ຫຼື 8 ປະເທດ ທີ່ຈະເລີນ ທາງດ້ານອຸສາຫະກຳ ຮວມທັງ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ANGELA MARKEL ແລະ ປະທານາທິບໍດີ ຝຣັ່ງ ທ່ານ NICOLAS SARKOZY ເລີ້ມການເຈລະຈາຫາລື ໃນມື້ວັນສຸກວານນີ້ ທີ່ເມືອງ MOSKOKA ປະເທດການາດາ ຊຶ່ງຕັ້ງຢູ່ທາງເໜືອ ຂອງນະຄອນ ໂຕຣອນໂຕນັ້ນ.

ປະທານາທິບໍດີ ໂອບາມາ ຮຽກຮ້ອງໃຫ້ ປະເທດຕ່າງໆ ກະຕຸກຊຸກຍູ້ ໃຫ້ເສດຖະກິດເຕີບໂຕ ຂະນະທີ່ ພວກຜູ້ນຳ ຂອງຢູໂຣບ ເພັ່ງເລັງໃສ່ ຄວາມຮັບຜິດຊອບ ໃນເລື່ອງງົບປະມານ. ເຈົ້າໜ້າທີ່ ສະຫະລັດ ເວົ້າວ່າເ ຖິງແມ່ນໄດ້ມີ ຄວາມເຫັນແຕກຕ່າງກັນ ກໍຈິງ ແຕ່ການເຈລະຈາຫາລື ໄດ້ກໍ່ໃຫ້ເກີດ ທັດສະນະຄວາມເຫັນ ທີ່ມາບັນຈົບກັນ.

ເປັນທີ່ຄາດກັນວ່າ ໃນວັນເສົາມື້ນີ້ ຈະມີການຫາລືກັນຕື່ມ ກ່ຽວກັບເລື່ອງ ເສດຖະກິດຂອງໂລກ ເວລາພວກຜູ້ນຳ ຂອງກຸ່ມຈີ 8 ແລະບັນດາປະເທດ ທີ່ກຳລັງພັດທະນາ ທີ່ສຳຄັນໆ ປະຊຸມສຸດຍອດ ຂອງກຸ່ມຈີ 20 ທີ່ນະຄອນໂຕຣອນໂຕ.

ຂະນະດຽວກັນ ພວກເຈົ້າໜ້າທີ່ ເວົ້າວ່າ ເປັນທີ່ຄາດກັນວ່າ ເລື່ອງຄວາມວິຕົກກັງວົນ ໃນດ້ານຄວາມໝັ້ນຄົງ ຮວມທັງ ອີຣ່ານ ແລະເກົາຫຼີເໜືອ ຈະຄອບງຳ ກອງປະຊຸມ ຮອບທີ 2 ຂອງພວກຜູ້ນຳ ກຸ່ມຈີ 8 ຊຶ່ງຈະມີຂຶ້ນ ໃນວັນເສົາມື້ນີ້ ຄືກັນ.

XS
SM
MD
LG