ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸຸ່ມຈີ 7 ຈະສືບຕໍ່ ລົງໂທດຣັດເຊຍ ແລະ ອາດຈະລົງໂທດ ໜັກຂຶ້ນ ກໍເປັນໄດ້


ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວທີ່ກອງປະຊຸມນັກຂ່າວ ທີ່ ເມືອງ Bavarian ເຢຍຣະມັນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວທີ່ກອງປະຊຸມນັກຂ່າວ ທີ່ ເມືອງ Bavarian ເຢຍຣະມັນ.

ກຸຸ່ມຈີ 7 ຫຼື 7 ປະ​ເທດ​ທີ່ຈະເລີນທາງດ້ານອຸດສາຫະກຳ ​ໄດ້​
ເຕືອນຣັດ​ເຊຍ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ຕົນ​ຈະເພີ້ມການ​ລົງ​ໂທດ
ທາງດ້ານ​ເສດຖະກິດ ຂຶ້ນຕື່ມ ຈົນກວ່າຣັດ​ເຊຍ ຈັດຕັ້ງປະຕິ
ບັດ​ການ​ຢຸດ​ຍິງ​ຢ່າ​ງ​ເຕັມທີ່ ​ເພຶ່ອເຮັດໃຫ້​ການ​ສູ້ລົບ ຢູ່​ພາກ​ຕາ
​ເວັນ​ອອກ​ຂອງຢູ​ເຄຣນ ລະຫວ່າງ ພວກ​ກະບົດແບ່ງແຍກ​ດິນ
​ແດນ​ນິຍົມຣັດ​ເຊຍ ​ແລະ​ກຳລັງລັດຖະບານ Kyiv ສິ້ນສຸດລົງ.

ປະທານາທິບໍດີ Barack Obama ກ່າວ​ວ່າ ​ໄດ້​ມີ “ການ​ເຫັນ
ພ້ອມເປັນເອກກະສັນຢ່າງ​ແຮງ​ກ້າ” ​ເພື່ອສືບຕໍ່​ກົດ​ດັນ​ຣັດ​ເຊຍ
ທີ່​ພົວພັນ​ກັບ​ບັນຫາຂັດ​ແຍ້​ງຢູ່​ ໃນຢູ​ເຄຣນ ​ແລະ​ການ​ປະກາດ
ຮວມເອົາແຫຼມ Crimea ຂອງ​ຢູ​ເຄຣນເຂົ້າເປັນ ດິນແດນຂອງຕົນໃນປີກາຍນີ້.

ທ່ານ Obama ກ່າວ​ວ່າ ຄຳ​ຖາມ​ຕໍ່ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ມີ​ຢູ່່​
ວ່າ ທ່ານ​ຕ້ອງການ​ທີ່ຈະ​ດຳ​ເນີນ​ການ​ “ທຳລາຍ​ເສດຖະກິດ​ປະ​ເທດ​ຂອງ​ທ່ານດ້ວຍ​ຄວາມ
​ປາດ​ຖະໜາ​ໄປ​ໃນທາງ​ທີ່ຜິດ ​ເພື່ອ​ສ້າງ​ຕັ້ງ​ຄືນ​ໃໝ່​ຄວາ​ມ ມີຊື່ສຽງ ຂອງມະຫາອານາຈັກ
​ໂຊ​ຫວຽດ” ​ໂດຍ​ການ​ສືບຕໍ່ສະໜັບສະໜູນພວກ ກະບົດ​ນິຍົມຣັດ​ເຊ​ຍ ຫລື​ໃຫ້​ຄວາມເຄົາ
ລົບ​ນັບຖື ແກ່ "ຄວາມ​ເປັນອະທິປະໄຕ ຂອງຢູ​ເຄຣນ.

ທ່ານ Obama ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ ​ໃນ​ຂະນະ​ທີ່ກອງ​ປະຊຸມສຸດ​ຍອດ ກຸ່ມ G7
​ຢູ່ເຂດ Bavarian Alps ​ໃນ​ປະ​ເທດ​ເຢຍຣະ​ມັນ ​ສີ້​ນສຸດ​ລົງນັ້ນວ່າ

“ບົດບາດຂອງຣັດ​ເຊຍ ຢູ່​ໃນຢູ​ເຄຣນ ກຳລັງ​ເຮັດ​ໃຫ້ຣັດ​ເຊຍ ​ໄດ້​ຮັບ​ຄວາມ​ເສຍ ຫາຍ
​ແລະ​ເຮັດ​ໃຫ້​ຊາວຣັດ​ເຊຍ​ ​ໄດ້​ຮັບ​ຄວາມ​ເຈັບປ​ວດ.”

ທ່ານ Putin ບໍ່​ໄດ້ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເປັນປີ​ທີ​ສອງຕິດ​ຕໍ່​ກັນຍ້ອນ ​ການ
ພົວພັນຂອງຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ຊຶ່ງ​ມົສກູ​ໄດ້​ປະ​ຕິ​ເສດໄປນັ້ນ.

ສັນຍາ​ຢຸດ​ຍິງທີ່ເຊັນໂດຍຣັດ​ເຊຍ ຢູ​ເຄຣນ ຝຣັ່ງແລະ​ເຢຣະມັນ ບັງຄັບ​ໃຫ້​ສອງ​ ຝ່າຍ ​ຖອນອາວຸດ​ໜັກ​ອອກ​ຈາກ​ເຂດແນວໜ້າແຕ່​ວ່າ​ຂໍ້ກຳນົດຕ່າງໆແມ່ນມີການ ລະເມີດ​ຢູ່​
ເປັນ​ປະຈຳ.

ກ່ຽວ​ກັບ​ບັນຫາຮີດ່ວນອີກອັນນຶ່ງ​ ຄືການຈ່າຍໜີ້ຈຳນວນມະຫາສານຂອງກຣີສ ​ໃຫ້​ແກ່
ກອງ​ທຶນ​ສາກົນ IMF ນັ້ນ ທ່ານ Obama ກ່າວ​ວ່າ Athens ຈະ​ຕ້ອງໄດ້ເຮັດ "ການ​ຕັດ
ສິນ​ໃຈ​ທີ່ຫຍຸ້ງຍາກ” ທີ່​ຈະ​ເປັນ “ການ​ດີ​ໃນ​ລະຍະ​ຍາວ” ​ເພື່ອ​ປະຕິ​ຮູບ​ກ່ຽວກັບການ​ໃຊ້​
ຈ່າຍ​ຂອງ​ຕົນ.

Obama Gets Europe to Extend Russia Sanctions
please wait

No media source currently available

0:00 0:01:32 0:00

XS
SM
MD
LG