ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຈີ 7 ຕົກລົງ ຈະດຳເນີນການ ຢ່າງວ່ອງໄວ ເພື່ອລົງໂທດ ຄັ້ງໃໝ່ ຕໍ່ຣັດເຊຍ (ສະໄລດ໌/ວີດີໂອ)


ນາຍົກຢູເຄຣນ ທ່ານ Arseniy Yatsenyuk ພົບພະສັນຕະປະປາ Francis ທີ່ວັງວາຕິກັນ (26 ເມສາ 2014)
ນາຍົກຢູເຄຣນ ທ່ານ Arseniy Yatsenyuk ພົບພະສັນຕະປະປາ Francis ທີ່ວັງວາຕິກັນ (26 ເມສາ 2014)
ກຸ່ມ 7 ປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ໄດ້ຕົກລົງທີ່
ຈະດຳເນີນການຢ່າງວ່ອງໄວ ກ່ຽວກັບການລົງໂທດຄັ້ງໃໝ່ ຕໍ່
ຣັດເຊຍ ຍ້ອນການກະທຳຂອງຣັດເຊຍ ຢູ່ໃນຢູເຄຣນ.

ຢູ່ໃນຖະແຫຼງການຮ່ວມສະບັບນຶ່ງທີ່ນຳອອກເຜີຍແຜ່ໃນຕອນ
ແລງຂອງມື້ວັນສຸກວານນີ້ ກຸ່ມ 7 ປະເທດ ທີ່ຈະເລີນທາງດ້ານ
ອຸດສາຫະກຳ ຊຶ່ງປະກອບດ້ວຍ ສະຫະລັດ ການາດາ ອັງກິດ
ຝຣັ່ງ ເຢຍຣະມັນ ອີຕາລີ ແລະຍີ່ປຸ່ນກ່າວວ່າ ຕົນຈະເອົາມາດ ຕະການເພື່ອເພີ້ມທະວີການລົງໂທດທີ່ມີການແນເປົ້າໝາຍຈຳ
ນວນນຶ່ງ.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ເວົ້າວ່າ ການລົງໂທດດັ່ງກ່າວນີ້ອາດຈະເລີ້ມຂຶ້ນພາຍໃນ ຈັນຈະມານີ້ ກໍເປັນໄດ້.

ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk ກ່າວຫາຣັດເຊຍວ່າ ຕ້ອງການ ຢາກຍຶດຄອງຢູເຄຣນ ທັງທາງດ້ານທະຫານ ແລະດ້ານການເມືອງ ໃນຂະນະທີ່ Kyiv ແລະມົສກູຕ່າງກໍໄດ້ເສີມກຳລັງທະຫານເປັນຈຳນວນຫລວງຫຼາຍ ຢູ່ໃກ້ໆຊາຍແດນຂອງ
ຕົນ. ທ່ານ Yatsenyuk ກ່າວຕໍ່ກອງປະຊຸມຄະນະລັດຖະບານຊົ່ວຄາວວ່າ ມົສກູຕ້ອງການຢາກຈະກໍ່ສົງຄາມໂລກຄັ້ງທີ 3 ຂຶ້ນ.

ຂະນະດຽວກັນ ເຈົ້າໜ້າທີ່ທະຫານຂອງສະຫະລັດກ່າວໃນມື້ວັນສຸກວານນີ້ວ່າ ເຮືອບິນ ຣັດເຊຍ ໄດ້ບິນລ່ວງລ້ຳເຂົ້າໄປໃນເຂດນ່ານຟ້າຂອງຢູເຄຣນຫຼາຍໆຄັ້ງ ໃນໄລຍະ 24
ຊົ່ວໂມງຜ່ານມານີ້.
UKRAINE CNPK
please wait
Embed

No media source currently available

0:00 0:01:47 0:00

ໂຄສົກຄົນນຶ່ງຂອງກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ມົສກູເອົາບາດກ້າວໃນທັນທີ ເພື່ອເຮັດໃຫ້ສະຖານະການທີ່ເຄັ່ງຕຶງຜ່ອນຄາຍລົງ.

ໃນອີກດ້ານນຶ່ງນັ້ນພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍໃນພາກຕາເວັນອອກຂອງ
ຢູເຄຣນ ໄດ້ຈັບກຸມ ຄະນະສັງເກດການທາງທະຫານ ຂອງນາໆຊາດ. ພວກແບ່ງແຍກ ດິນແດນໄດ້ຢຶດລົດເມຄັນນຶ່ງທີ່ບັນທຸກພວກເຈົ້າໜ້າທີ່ຂອງອົງການວ່າດ້ວຍຄວາມໝັ້ນ ຄົງແລະການຮ່ວມມືໃນຢູໂຣບຫລື OSCE ທີ່ມີສຳນັກງານຢູ່ນະຄອນວຽນນາ 10 ກວ່າ ຄົນໃກ້ໆກັບເມືອງ Slovyansk.

ເອກອັກຄະລັດຖະທູດຣັດເຊຍປະຈຳອົງການ OSCE ກ່າວໃນວັນເສົາມື້ນີ້ວ່າ ຣັດເຊຍ ຈະດຳເນີນທຸກມາດຕະການທີ່ເປັນໄປໄດ້ ເພື່ອໃຫ້ປ່ອຍ ຄະນະສັງເກດການດັ່ງກ່າວ.
Russia's Ukraine Policy Part of Broader Shift
please wait

No media source currently available

0:00 0:02:29 0:00

The Group of Seven major economies has agreed to "move swiftly" on new sanctions against Russia because of Russia's actions in Ukraine.

In a joint statement, the G-7 nations (- the U.S., Canada, Britain, France, Germany, Italy and Japan -) said they would take measures to intensify "targeted sanctions."

A U.S. official said the sanctions could begin as early as Monday.

Ukrainian Prime Minister Arseniy Yatsenyuk has accused Russia of wanting to occupy Ukraine "militarily and politically," as both Kyiv and Moscow mass troops close to their mutual border. Mr. Yatsenyuk told an interim Cabinet meeting that Moscow "wants to start World War Three."

Meanwhile, U.S. military officials said Friday Russian aircraft flew into Ukrainian airspace several times in the previous 24 hours.

A Defense Department spokesman called on Moscow "to take immediate steps to de-escalate the situation."

In another development, pro-Russian separatists in eastern Ukraine detained a team of international military observers Friday. The separatists seized a bus carrying more than a dozen people from the Vienna-based Organization for the Security and Cooperation in Europe (OSCE) near the town of Slovyansk.

Russia's envoy to OSCE said Saturday Russia will take all possible measures to free the observers.
XS
SM
MD
LG