ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມຈີ 20 ໃຫ້ຄຳໝັ້ນສັນຍາ ທີ່ຈະຊຸກຍູ້ ເສດຖະກິດໂລກ


G 20 BRISBANE CNPK
please wait
Embed

No media source currently available

0:00 0:01:40 0:00

ພວກຜູ້ນຳຂອງ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນໂລກ
ຫລືກຸ່ມຈີ 20 ໄດ້ນຳອອກເຜີຍແຜ່ ແຜນການສະບັບນຶ່ງ ທີ່ຈະ
ສົ່ງເສີມຍອດຜະລິດຮວມພາຍໃນຫລືຈີດີພີຂອງໂລກໃຫ້ເພີ້ມ
ຂຶ້ນຫຼາຍກວ່າ 2 ພັນຕື້ໂດລາ ພາຍໃນໄລຍະ 5 ປີໂດຍຈະລົງ
ທຶນໃນດ້ານໂຄງລ່າງພື້ນຖານ ແລະເພີ້ມການຄ້າເສລີ.

ເອກກະສານດັ່ງກ່າວ ຍັງໃຫ້ຄຳໝັ້ນສັນຍາກ່ຽວກັບການຮ່ວມ
ໄມ້ຮ່ວມມື ເພື່ອໃຫ້ມີການເອົາບາດກ້າວ ທີ່ແຂງຂັນ ຮັບມືກັບ
ການປ່ຽນແປງ ຂອງດິນຟ້າອາກາດ ແລະໃຫ້ການສະໜັບສະ ໜຸນຕໍ່ການຮັບມືຂອງນາໆຊາດກັບການລະບາດອີໂບລາ ໃນ
ເຂດອາຟຣິກາຕາເວັນຕົກ.

ໃນການຖະແຫລງປິດກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີ່ນະຄອນ Brisbane ນາຍົກ ລັດຖະມົນຕີ Tony Abbot ແຫ່ງອອສເຕຣເລຍກ່າວວ່າ ບັນດາປະເທດຕ່າງໆແມ່ນຖືວ່າ ທຸກໆປະເທດມີຄວາມຮັບຜິດຊອບໂດຍຈະຕິດຕາມສິ້ງຊອມເບິ່ງການຈັດຕັ້ງປະຕິບັດໃນ ການໃຫ້ຄວາມໝັ້ນໝາຍຂອງພວກເຂົາເຈົ້າ ເພື່ອສົ່ງເສີມໃຫ້ມີການເຕີບໂຕນັ້ນ.

ທ່ານ Abbot ເວົ້າວ່າ “ປີນີ້ ກຸ່ມຈີ 20 ແມ່ນໄດ້ຮັບຜົນ ທີ່ແທ້ຈິງ ສາມາດໃຊ້ໄດ້ ແລະຍ້ອນ ການດຳເນີນຄວາມພະຍາຍາມ ທີ່ກຸ່ມຈີ 20 ໄດ້ເຮັດໄປນັ້ນ ປີນີ້ ຈຶ່ງພາໃຫ້ເກີດຜົນ ໃນໄລ
ຍະ 48 ຊົ່ວໂມງຜ່ານມາໂດຍທີ່ຜູ້ຄົນຢູ່ໃນທົ່ວໂລກແມ່ນຈະດີຂຶ້ນແລະນັ້ນຄືເລື່ອງລາວທັງ
ໝົດ.”

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວໃນຕອນ ທ້າຍຂອງກອງປະຊຸມສຸດຍອດວ່າທ່ານໄດ້ໃຊ້ເວລາຢູ່ໃນຂົງເຂດເອເຊຍປາຊີຟິກໃນຮອບ ອາທິດທີ່ຜ່ານມານີ້ ແມ່ນພິສູດໃຫ້ເຫັນວ່າ ມັນເປັນອາທິດທີ່ເຂັ້ມແຂງສຳຫລັບການນຳພາ ຂອງອາເມຣິກາ.

ທ່ານກ່າວວ່າ ຄວາມກ້າວໜ້າທີ່ໄດ້ຮັບນັ້ນແມ່ນໝາຍຄວາມວ່າຈະມີວຽກເຮັດງານທຳຫຼາຍ ຂຶ້ນສຳຫລັບຊາວອາເມຣິກັນ ບາດກ້າວທີ່ຈະເຮັດໃຫ້ໂລກຂອງເຮົາສະອາດຂຶ້ນແລະດີຂຶ້ນ ສຳຫລັບສຸຂະພາບອະນາໄມ ແລະຄວາມຄືບໜ້າ ໃນການຊ່ອຍຊີວິດຜູ້ຄົນ ບໍ່ແມ່ນແຕ່ໃນ ເຂດອາຟຣິກາຕາເວັນຕົກທໍ່ນັ້ນ ແຕ່ໃນແຫ່ງອື່ນໆນຳດ້ວຍ.

ກຸ່ມຈີ 20 ຊຶ່ງຕາງໜ້າໃຫ້ແກ່ 85 ເປີເຊັນຂອງເສດຖະກິດໃນໂລກນັ້ນ ແມ່ນໄດ້ປະສົບກັບ ບັນຫາ ຍ້ອນການເຕີບໂຕທີ່ອ່ອນແອລົງຢູ່ໃນຈີນ ຍີ່ປຸ່ນ ສະຫະລັດແລະຢູໂຣບທີ່ອາດຈະ ກ້າວໄປສູ່ສະພາບເສດຖະກິດງຕົກຕ່ຳຮອບໃໝ່ນັ້ນ.

XS
SM
MD
LG