ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ປະຊຸມສຸດ​ຍອດ​ ຄັ້ງທີ 9 ຂອງກຸ່ມຈີ 20 ​ເປີດຂຶ້ນແລ້ວ ທີ່​ນະຄອນ Brisbane


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກຳລັງຟັງ ນາຍົກລັດຖະມົນຕີ ອອສເຕເລຍ ທ່ານ Tony Abbott ກ່າວຄຳປາໄສ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກຳລັງຟັງ ນາຍົກລັດຖະມົນຕີ ອອສເຕເລຍ ທ່ານ Tony Abbott ກ່າວຄຳປາໄສ.

ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານ Tony Abbot ​ໄດ້​
ເປີດ​ກອງ​ປະຊຸມ ສຸດ​ຍອດ​ ຄັ້ງທີ 9 ຂອງກຸ່ມຈີ 20 ​ທີ່​ນະຄອນ
Brisbane ​ໂດຍ​ຮຽກຮ້ອງ​ໃຫ້ ພວກຜູ້ນຳຂອງໂລກ ​ນຳສະ
ເໜີຂໍ້ລິເລີ້ມເພື່ອເສີມຂະຫຍາຍ ຍອດຜະລິດຮວມ ຫຼືຈີດີພີ
ຂອງໂລກ ໃຫ້ໄດ້ 2 ພັນ​ຕື້​ໂດ​ລາ.

ທ່ານ Abbot ກ່າວວ່າ ບັນດາ​ຜູ້​ແທນ​ຈາກ 20 ປະ​ເທດ​ທີ່​ມີ​
ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ ຄ​ວນ​ເພັ່ງເລັງໃສ່​ບັນຫາເສດຖະ
ກິດ ​ເຖິງ​ແມ່ນ​ວ່າ​ ມີ​ບັນຫາ​ດ້ານຄວາມ​ໝັ້ນຄົງ​ໃນຢູ​ເຄຣນ
ບັນຫາຂັດແຍ້ງ​ກ່ຽວກັບ​ເຂດ​ນ້ຳແດນ​ດິນຢູ່ໃນ​ຂົງ​ເຂດ ​ແລະ​
ການ​ອະພິປາຍກ່ຽວກັບ ສະພາບອາກາດຮ້ອນເອົ້າ ຂອງ​ໂລກກໍຕາມ.

ທ່ານ Abbot ກ່າວ​ວ່າ “ດັ່ງ​ທີ່​ທ່ານ​ເຫັນ​ຢູ່​ທົ່ວ​ໂລກ ແມ່ນມີ​ຄວາມຫຍຸ້​ງຍາກແລະ​ບັນຫາ​
ຫລາຍ​ຢ່າງ. ມີ​ບັນຫາ​ຢູ່​ພາກຕາ​ເວັນ​ອອກ​ກາງ ມີ​ບັນຫາ​ຢູ່ຢູໂຣບຕາ​ເວັນ​ອອກ ມີ​ບັນຫາ​
ຮ້າຍ​ແຮງ​ທີ່ອາ​ຟຣິກາຕາ​ເວັນ​ຕົກ ບັນຫາການ​ເຕີບ​ໂຕ​ເສດຖະກິດ ​ທີ່​ບອບ​ບາງ ​ແຕ່ເນື້ອ
ໄນ ທີ່ຄວນ​ມາ​ຈາກ​ພວກ​ເຮົາ​ໃນ​ສອງ​ມື້​ຂ້າ​ງໜ້າ​ນີ້ ກໍຄື​ເນື້ອ ໄນແຫ່ງຄວາມແຫ່ງ​ຄວາມ
​ຫວັງ ​ແລະ​ການມອງໄປຂ້າງໜ້າໃນແງ່ດີ.”

ທ່ານກ່າວ​ວ່າ​ ​ບັນດາແຜນການ​ເຕີບ​ໂຕ ຈະ​ເພີ້​ມວຽກເຮັດງານທຳຫຼາຍລ້ານ​ໜ້າ​ວຽກ ​
ແລະ​ເສີມຂະຫຍາຍຍອດຜະລິດຮວມຫຼືຈີດີພີີຂອງໂລກຫລາຍ​ກວ່າສອງ​ເປີ​ເຊັນ​ໃນ​ລະ
ຍະ​ຫ້າ​ປີ​ຂ້າງ​ໜ້າ ​ໂດຍ​ຜ່ານ​ການ​ຄ້າ​ທີ່ມີເສລີຫຼາຍຂຶ້ນ ​ແລະ​ການ​ລົງ​ທຶນເພີ້ມຕື່ມ ​ໃນ​ດ້ານໂຄງລ່າງພື້ນຖານ.

​ເປັນທີ່ຄາດກັນວ່າ ແຕ່ລະ​ປະ​ເທດຈະນຳສະເໜີແຜນການຕໍ່ກອງ​ປະຊຸມ​ສຸດ​ຍອດ​ວ່າ ​
ເຂົາ​ເຈົ້າຈະ​ບັນລຸ​ ການ​ປະກອບສ່ວນຂອງ​ເຂົາ​ເຈົ້າ ​ໄປ​ສູ່​ເປົ້າ​ໝາຍ 2 ພັນ​ຕື້​ໂດ​ລາ​ນັ້ນ
ໄດ້​ຢ່າງ​ໃດ.

ກອງ​ປະຊຸມ​ສຸດ​ຍອດ ຈະ​ສິ້ນສຸດລົງ​ໃນ​ວັນ​ອາທິດ​ມື້​ອື່ນ​ນີ້ ພ້ອມ​ດ້ວຍ​ການ​ເຜີ​ຍ​ແຜ່ບົດ​
ສະ​ລຸບວ່າ ບັນດາປະ​ເທດ​ເຫຼົ່ານີ້ໄດ້​ບັນລຸ​ຜົນສຳ​ເລັດຫຍັງແກ່ ​ແລະ​ຕ້ອງ ການ​ທີ່ຈະ
ບັນລຸຫຍັງອີກ ​ໃນ​ອະນາ​ຄົດຂ້າງໜ້າ.

G 20 BRISBANE SOTVO
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG