ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນໍາກຸ່ມ G-20 ໃຫ້ຄໍາໝັ້ນສັນຍາ ທີ່ຈະຮື້ຟື້ນການເຕີບໂຕ ຂອງເສດຖະກິດໂລກ (ເບິ່ງວີດີໂອ)


ກອງປະຊຸມກຸ່ມ G20 ທີ່ເມືອງ Cannes ,ຝຣັ່ງ.
ວັນທີ 5 ພະຈິກ 2011.
ກອງປະຊຸມກຸ່ມ G20 ທີ່ເມືອງ Cannes ,ຝຣັ່ງ. ວັນທີ 5 ພະຈິກ 2011.

ບັນດາ​ຜູ້​ນໍາ​ 20 ປະ​ເທດ​ຊັ້ນ​ນໍາ​ດ້ານ​ເສດຖະກິດ​ຂອງ​ໂລກ​ໃຫ້​ຄໍາ​ໝັ້ນສັນຍາ​ທີ່​ຈະ​ຮື້​ຟື້ນ​ການເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກ​ຄືນ ​ແລະ​ຈະ​ແກ້​ໄຂ​ການ​ຫວ່າງ​ງານ​ທີ່​ພວມ​ເພີ່ມ​ທະວີ​ຂຶ້ນ​ໃນ​ໂລກໃນ​ປັດຈຸ​ບັນ​ນີ້.

ຫລັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ເປັນ​ເວ​ລາ 2 ມື້​ທີ່​ເມືອງ Cannes ປະ​ເທດ​ຝຣັ່ງ ບັນດາ​ຜູ້​ນໍາ 20 ປະ​ເທດ​ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ເຊ່ນ​ກັນທີ່ຈະ​ສົ່ງ​ເສີມການ​ຢູ່​ຮວມກັນ​ທາງ​ດ້ານ​ສັງຄົມ​ແລະ​ໃຫ້​ໂລກ​ຮັບ​ໃຊ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ຂອງ​ຕົນ.

ຄວາ​ງລັ່ງ​ເລ​ໃຈ​ຂອງ​ກຣິສ​ເພື່ອ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ​ຂອງໂຄງການ​ຊ່ອຍ​ກູ້​ໜີ້​ສິນ​ຂອງ​ຕົນ​ໄດ້​ຄອບ​ງໍາ​ກອງ​ປະຊຸມ​ສຸດ​ຍອດ​ເປັນ​ເວລາສອງ​ມື້​ນີ້ ​ແລະ​ພວກ​ຜູ້​ນໍາ​ກຸ່ມ G20 ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ຜູ້​ນໍາ​ຂອງ​ສະຫະພາບ​ຢູ​ໂຣບປ້ອງ​ກັນ​ບໍ່​ໃຫ້​ອີ​ຕາ​ລີ​ຕົກ​ຢູ່​ໃນ​ວິ​ກິດ​ການ​ໜີ້​ສິນ​ຄື​ກັນກັບກຣິສນັ້ນ.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ພວກ​ຜູ້​ນໍາ​ເຫລົ່າ​ນີ້​ໄດ້​ກ່າວ​ຊົມ​ເຊີຍແຜນການ​ຮອບດ້ານ​ຂອງ​ເຂດ​ໃຊ້​ເງິນ​ຢູ​ໂຣ​ເພື່ອ​ຮື້​ຟື້ນ​ສະຖຽນ​ລະ​ພາບດ້ານ​ການ​ເງິນ​ໃຫ້​ຄືນ​ສູ່​ສະພາບ​ເດີມ ​ແຕ່​ບໍ່​ໄດ້​ສະ​ເໜີ​ໃຫ້​ເງິນ​ຊ່ອຍ​ເຫລືອ​ໃນ​ກອງ​ທຶນ​ຊ່ອຍ​ເຫລືອ​ພາວະ​ສຸກ​ເສີນ.

ປະທານາທິບໍດີ​ຝຣັ່ງທ່ານ Nicolas Zarkozy ຊຶ່ງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ກ່າວ​ວ່າ ປະ​ເທດ​ເສດຖະກິດ​ທີ່​ສໍາຄັນ​ໃນ​ຢູ​ໂຣບ ຄື​ຝຣັ່ງ​ແລະ​ເຢຍຣະມັນ ​ໄດ້​ກໍານົດ​ຢ່າງ​ແນ່​ວ​ແນ່​ເພື່ອ​ປ້ອງ​ກັນຄວາມ​ສາມັກຄີ​ພ້ອມ​ພຽງ​ກັນ​ຂອງ​ຢູ​ໂຣບ​ແລະ​ເງິນຕາ​ຢູ​ໂຣຂອງ​ຢູ​ໂຣບນັ້ນ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ​ກ່າວ​ວ່າ ບັນດາ​ຜູ້​ຂອງ​ໂລກ​ໄດ້​ທໍາ​ຄວາມ
ຄືບ​ໜ້າ​ທີ່​ສໍາຄັນ​ໃນ​ການ​ຮັກສາສະຖຽນ​ລະ​ພາບ​ຂອງເສດຖະກິດ​ໂລກ ​ແຕ່​ວ່າຈະ​ຕ້ອງ​ດໍາ​
ເນີນ​ການ​ຫລາຍ​ຂຶ້ນ​ເພື່ອ​ແກ້​ໄຂ​ບັນຫາ​ໜີ້​ສິນ​ຂອງ​ຢູ​ໂຣບນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຊົມ​ເຊີຍ​ຈີນ​ທີ່​ຮັບປາກ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່ຈະ​ເອົາ​ບາດກ້າວ​ຕື່ມ
ອີກ​ເພື່ອ​ສົ່ງ​ເສີມ​ການ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຕັດ
ການ​ໄດ້​ປຽບ​ທາງ​ດ້ານ​ການ​ຄ້າຂອງ​ຕົນກັບ​ຕ່າງປະ​ເທດ​ນັ້ນ ຊຶ່ງ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ​ຂາດ​
ດຸນ​ການ​ຄ້າກັບ​ສະຫະລັດ​ຢ່າງ​ຫລວງຫລາຍ​ນັ້ນ.

XS
SM
MD
LG