ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສຸດຍອດ ກຸ່ມຈີ 20 ໄຂຂຶ້ນ ທີ່ເມືອງ Cannes ຂອງຝຣັ່ງ


ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດ ແລະປະທານາທິບໍດີ Nicolas Sarkozy ແຫ່ງຝຣັ່ງ ຈັບມືກັນ ໃນລະຫວ່າງໃຫ້ສໍາພາດຕໍ່ນັກຂ່າວ
ກ່ອນກອງປະຊຸມສຸດຍອດກຸ່ມ G20 ທີ່ເມືອງ Cannes, ຝຣັ່ງ.
ວັນທີ 3 ພະຈິກ 2011.
ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດ ແລະປະທານາທິບໍດີ Nicolas Sarkozy ແຫ່ງຝຣັ່ງ ຈັບມືກັນ ໃນລະຫວ່າງໃຫ້ສໍາພາດຕໍ່ນັກຂ່າວ ກ່ອນກອງປະຊຸມສຸດຍອດກຸ່ມ G20 ທີ່ເມືອງ Cannes, ຝຣັ່ງ. ວັນທີ 3 ພະຈິກ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ບັກ​ໂອ​ບາ​ມາ​ ເດີນທາງ​ໄປ​ຮອດ​ເມືອງ Cannes ຂອງ​ຝຣັ່ງ​ແລ້ວ ​ເພື່ອ​ໄປ​ຮ່ວມກອ​ງປະຊຸມສຸດ​ຍອດເປັນ​ເວາ​ລາ​ສອງ​ມື້​ກັບ​ບັນດາ​ຜູ້​ນໍາຂອງ​ 20 ປະ​ເທດ​ຫລື G20 ທີ່​ຈະ​ເລີ​ນດ້ານ​ເສດຖະກິດຂອງ​ໂລກ ອັນ​ເປັນ​ການ​ພົບ​ປະ​ທີ່​ຄາດ​ກັນ​ໄວ້​ວ່າ ຈະ​ຄອບ​ງໍາ​ໂດຍ​ວິ​ກິດ​ການ​ໜີ້​ສິນ​ຂອງ​ຢູ​ໂຣບ​ແລະ​ການ​ເຄື່ອນ​ໄຫວ​ທີ່​ມີ ຂຶ້ນ​ຢ່າງ​ກະທັນຫັນຂອງ​ກຣິສທີ່​ຈະນຳເອົາໂຄງການ​ກອບ​ກູ້​ໜີ້​ສິນ​ມາ​ໃຫ້​ປະຊາຊົນ​ລົງມະຕິຮັບ​ເອົາ​ຫລື​ບໍ່ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ກໍານົດ​ຈະ​ທໍາ​ການ​ພົບ​ປະກັນ​ຕ່າງຫາກ​ໃນ​ວັນພະຫັດ​ມື້​ນີ້​ກັບ​ປະທານາທິບໍດີ​ຝຣັ່ງທ່ານ Nicolas Zarkozy ​ແລະ​ນາ ຍົກ​ລັດຖະມົນຕີ Angela Merkel ​ແຫ່ງ​ເຢຍຣະມັນ ຊຶ່ງ​ຜູ້​ນໍາ​ທັງ​ສອງພະຍາຍາມ​ຊັກ​ຊວນ​ໃຫ້​ທ່ານ Papandreou ປະລະ​ແຜນການ​ຂອງ​ທ່ານ​ ທີ່​ຈະ​ຈັດ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ໂຄງການ​ກອບ​ກູ້​ເສດຖະກິດ​ທີ່​ທາງ​ຜູ້​ນໍາ​ຂອງຢູ​ໂຣບ​ໄດ້​ບັນລຸການຕົກລົງ​ກັນ​ໃນ​ສັບປະດາ​ແລ້ວ​ນີ້.

ໃນ​ການ​ພົບ​ປະແບບສຸ​ກ​ເສີນ​ຂອງ​ບັນດາ​ຜູ້​ນໍາ​ຢູ​ໂຣບກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G20 ນີ້ ປະທານາທິບໍດີ Sarkozy ​ແລະ​ນາຍົກລັດຖະມົນຕີ Merkel ກ່າວ​ວ່າ ກຣິສຈະ​ບໍ່​ໄດ້​ຮັບ​ເງິນ​ຕື່ມ​ອີກ​ແມ່ນ​ແຕ່ 1 ​ເຊັນ​ຂອງ​ໂຄງການ​ຊ່ອຍ​ກູ້​ໜີ້​ສິນ​ຈາກ​ຢູ​ໂຣບຫລື​ຈາກ​ກອງ​ທຶນ​ສາກົນ​ຫລື IMF ນອກຈາກ​ກຣິສຈະ​ປະຕິບັດ​ຕາມ​ເງື່ອນ​ຕ່າງໆ​ຂອງ​ຂໍ້​ຕົກລົງ​ກັນ​ນັ້ນ.

ນາຍົກລັດຖະມົນຕີ Papandreou ​ໄດ້​ເຮັດ​ໃຫ້​ຢູ​ໂຣບງົງ​ງັນ​ໂດຍ​ປະກາດ​ອອກ​ມາແບບ​ບໍ່​ມີ
ການ​ຄາດ​ກັນ​ໄວ້​ລ່ວງ​ໜ້າ​ວ່າ ປະຊາຊົນກຣິສຈະ​ສາມາດ​ລົງມະຕິ​ຮັບ​ເອົາ​ໂຄງການ​ກອບ​ກູ້​
ໜີ້​ສິນ​ນີ້​ຫລື​ບໍ? ຊຶ່ງຮວມທັງ​ມາດ​ຕະການ​ປະຢັດ​ມັດທະຍັດ​ທີ່​ບໍ່​ໄດ້ຮັບຄວາມນິຍົມຢ່າງໃຫຍ່
ຫຼວງຈາກປະຊາຊົນ​ນັ້ນ​ນໍາ.

ເຖິງ​ຢ່າງ​ໃດ​ກໍ​ດີ ຄໍາ​ເວົ້າ​ຢູ່​ໃນ​ຮ່າງ​ການ​ລົງ​ປະຊາ​ມະຕິ​ ທີ່​ສະ​ເໜີ​ຂຶ້ນ​ນີ້ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ
ຊຶ່ງ​ທ່ານ Papandreou ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ປະກອບສ່ວນ​ໃນ​ອະນາຄົດ​ຂອງ​
ກຣິສ​ໃນ​ການ​ໃຊ້​ເງິນຕາ​ຮ່ວມຂອງຢູ​ໂຣບນັ້ນ​ ແມ່ນມີສ່ວນໄດ້ສ່ວນເສຍໃນ​ການ​ລົງ​ປະຊາ​
ມະຕິ​ນີ້.

XS
SM
MD
LG