ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຜູ້ນໍາກຸ່ມ G20 ປະຊຸມກັນ ທີ່ເມັກຊິໂກ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ໂບກມືໃສ່ປະຊາຊົນ ຫລັງຈາກລົງຈາກເຮລີຄອບເຕີ້ Marine One ເພື່ອໄປຂຶ້ນເຮືອບິນປະຈໍາຕໍາແໜ່ງ Air Force One ທີ່ນະຄອນ Chicago ເພື່ອອອກເດີນທາງໄປຮ່ວມ
ກອງປະຊຸມກຸ່ມ G-20 ທີ່ເມັກຊິໂກ, ວັນທີ 17 ມີຖຸນາ 2012.
ປະທານາທິບໍດີບາຣັກ ໂອບາມາ ໂບກມືໃສ່ປະຊາຊົນ ຫລັງຈາກລົງຈາກເຮລີຄອບເຕີ້ Marine One ເພື່ອໄປຂຶ້ນເຮືອບິນປະຈໍາຕໍາແໜ່ງ Air Force One ທີ່ນະຄອນ Chicago ເພື່ອອອກເດີນທາງໄປຮ່ວມ ກອງປະຊຸມກຸ່ມ G-20 ທີ່ເມັກຊິໂກ, ວັນທີ 17 ມີຖຸນາ 2012.

ບັນດາ​ຜູ້​ນໍາ​ຂອງ​ໂລກ​ໄດ້ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ປະ​ເທດ​ເມັກ​ຊິ​ໂກ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເປັນ​ເວລາ 2 ມື້​ຂອງ​ກຸ່ມ G20 ທີ່ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ຢູ່​ເມືອງ Los Cabos ​ເມືອງ​ຕາກ​ອາກາດ​ແຄມ​ມະຫາ​ສະມຸດ​ປາຊີ​ຟິກ ທ່າມກາງ​ຄວາມ​ປັ່ນ​ປ່ວນ​ໃນ​ເຂດ​ໃຊ້ເງິນ​ຢູ​ໂຣ​ແລະ​ສະຖາ
ນະ​ການນອງ​ເລືອດ​ທີ່​ຊຸດ​ໂຊມ​ລົງ​ນັບ​ມື້​ໃນ​ຊີ​ເຣຍນັ້ນ.

ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ຄວາມ​ປັ່ນ​ປ່ວນ​ດ້ານ​ເສດຖະກິດ​ໃນ​ຢູ​ໂຣບ​ໄດ້​ຜ່ອນຄາຍ​ລົງ​ແດ່​ໜ້ອຍ​ນຶ່ງ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ ຫລັງ​ຈາກ​ທີ່​ປາກົດ​ວ່າພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ກຣີສ ​ໄດ້ລົງ​ຄະ​ແນນ​ສຽງເລືອກ​ເອົາ​ພັກປະຊາທິປະ​ໄຕ​ໃໝ່​ ທີ່ເຫັນ​ດີ​ໃຫ້​ຮັບ​ເອົາການ​ຊ່ອຍ​ກູ້​ໜີ້​ສິນ​ ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງການລົງ​ຄະ​ແນນ​ສຽງ​ຄັດຄ້ານນັ້ນ ອາດ​ຈະ​ບີບ​ບັງຄັບ​ໃຫ້ກຣີສອອກ​ຈາກ​ເຂດໃຊ້​ເງິນ​ຢູ​ໂຣນັ້ນ​ໄດ້ ອັນ​ຈະ​ເປັນ​ການ​ເຄື່ອນ​ໄຫວ​ອັນ​ນຶ່ງທີ່​ຈະ​ສ້າງ​ຄວາມ​ຫາ​ຍະ​ນະ​ຄັ້ງ
​ຍິ່ງ​ໃຫຍ່ ​ໃຫ້​ແກ່ພວກ​ປະ​ເທດ​ອື່ນໆໃນ​ຢູ​ໂຣບທີ່​ກໍາລັງ​ປະ​ເຊີນ​ກັບ​ບັນຫາ ​ແລະ​ໃຫ້​ແກ່ເສດຖະ
ກິດ​ໂລກ​ໄດ້.

ທະຫານເມັກຊິໂກຍ່າງລາດຕະເວນຫາດຊາຍ San Jose del Cabo ໃນແຫລມ Baja ຂອງເມັກຊິໂກ, ວັນອາທິດ ທີ 17 ມີຖຸນາ 2012. ກອງປະຊຸມສຸດ ຍອດຂອງກຸ່ມ G-20 ເລີ່ມຂຶ້ນທີ່ເມືອງ Los Cabos ໃນວັນຈັນທີ 18 ມີຖຸນາ ມື້ນີ້.
ທະຫານເມັກຊິໂກຍ່າງລາດຕະເວນຫາດຊາຍ San Jose del Cabo ໃນແຫລມ Baja ຂອງເມັກຊິໂກ, ວັນອາທິດ ທີ 17 ມີຖຸນາ 2012. ກອງປະຊຸມສຸດ ຍອດຂອງກຸ່ມ G-20 ເລີ່ມຂຶ້ນທີ່ເມືອງ Los Cabos ໃນວັນຈັນທີ 18 ມີຖຸນາ ມື້ນີ້.

ຄາດ​ກັນ​ວ່າປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ
​ແຫ່ງ​ສະຫະລັດ ຈະພະຍາຍາມ​ຮຽກຮ້ອງ​ເອົາ​
ສັນຍານ​ທີ່​ກ້າຫານ ແລະ​ວ່ອງ​ໄວກ່ວາ​ເກົ່າ​
ຈາກ​ຢູ​ໂຣບ ທີ່​ສະ​ແດງ​ວ່າ ຕົນຈະ​ຄວບ​ຄຸມ​
ບັນຫາ​ດ້ານ​ການ​ເງິນ​ຂອງ​ຕົນ ​ແລະ​ປ້ອງ
​ກັນ​ບໍ່​ໃຫ້​ມັນ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ເສດຖະ
ກິດ​ຂອງ​ສະຫລັດ​ແລະ​ຕໍ່​ໂອກາດ​ຂອງ​ທ່ານ ​
ທີ່​ຈະ​ຖືກ​ເລືອກ​ຕັ້ງ​ເປັນປະທານາທິບໍດີ​ອີກ​
ສະ​ໄໝ​ນຶ່ງ​ນັ້ນ.

ກອງ​ປະຊຸມ​ກຸ່ມ G20 ນໍາ​ພວກ​ຜູ້​ນໍາ 20 ປະ​ເທດ​ຊັ້ນ​ນໍາ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກ​ມາ​ປະຊຸມ​ຫາລື​ກັນ.

ປະທານາທິບໍດີ Felipe Calderon ​ແຫ່ງ​ເມັກຊິ​ໂກ​ໄດ້ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ​ຫູ ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ໃນ​ວັນ​ອາທິດວານ​ນີ້ ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ໄຂ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້.

XS
SM
MD
LG