ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະນາຄົດທີ່ບໍ່ແນ່ນອນ ສຳຫລັບ ອົບພະຍົບ ຊາວເອເຊຍ ທີ່ກຳລັງຈະຖືກ ເນລະເທດ ຢູ່ໃນສະຫະລັດ


Future Uncertain for Asian Immigrants Facing Deportation in US
please wait

No media source currently available

0:00 0:03:09 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ສ່ວນ​ໃຫຍ່​ຂອງການຖົກຖຽງກັນ ເລື້ອງບັນຫາຄົນເຂົ້າເມືອງ ໃນ
ສະຫະລັດນັ້ນ ແມ່ນວົນວຽນຢູ່ອ້ອມແອ້ມ ພວກ​ຄົນ​ເຂົ້າ​ເມືອງ​
ຈາກພາກ​ພື້ນ ອາເມຣິກາ ລາຕິນ ທີ່ບໍ່ມີເອກະສານຖືກຕ້ອງຕາມ
ກົດໝາຍ ຜູ້ຊຶ່ງກຳລັງປະເຊີນໜ້າ ກັບການຖືກເນລະເທດ. ກຸ່ມນຶ່ງ
ທີ່ຖືກມອງຂ້າມຢູ່​ເລື້ອຍໆ ກໍແມ່ນຊາວ ເອເຊຍ ທີ່​ເຂົ້າ​ມາ​ຢູ່​ໃນ​
ປະ​ເທດ​ນີ້​ແບບຜິດກົດໝາຍ ຊຶ່ງຄາດຄະເນວ່າ ມີຈຳນວນ ປະມານ
1 ລ້ານ 3 ແສນຄົນ. ຄຳສັ່ງພິ​ເສດ ເມື່ອ​ໄວໆມານີ້ ຂອງປະທານາ
ທິບໍດີ ບາຣັກ ໂອບາມາ ​ກ່ຽວ​ກັບ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ
ສາມາດ ຊ່ວຍ​ໃຫ້ຊາວເອເຊຍ​ເຫລົ່າ​ນັ້ນ ປະມານ 4 ​ແສນຄົນ ຖືກ​
ຍົກ​ເວ້ນ​ຊົ່ວຄາວ ຈາກການຖືກເນລະເທດ ​ ແຕ່ສຳຫລັບອີກຫຼາຍໆ
ຄົນ ອະນາຄົດຂອງພວກເຂົາເຈົ້າ ແມ່ນບໍ່ແນ່ນອນເລີຍ. ຜູ້ສື່ຂ່າວ
ວີໂອເອ Elizabet Lee ມີລາຍ ງານຈາກພາກໃຕ້ ຂອງລັດ
​ແຄລີຟໍເນຍ ຊຶ່ງດາຣາຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ້າວ Peter Liu ນັກຮຽນມັດທະຍົມ ມີຄວາມກັງວົນ ກ່ຽວກັບ ອະນາຄົດຂອງລາວ. ລາວອອກຈາກປະເທດຈີນ ມາຍັງສະຫະລັດ ເພາະວ່າມີການເຈັບເປັນ ຢູ່ໃນຄອບຄົວ
ຂອງລາວ ຊຶ່ງມີບັນຫາທາງການເງິນ. ລາວໄດ້ຕັດສິນໃຈຢູ່ຕໍ່ໄປ ກາຍກຳນົດວີຊ່າ
ທ່ອງທ່ຽວ ທີ່​ລາວ​ຂໍ​ມາ.

ທ້າວ Liu ເວົ້າວ່າ “ມັນເປັນການຕັດສິນໃຈທີ່ຍາກຫຼາຍ ເພາະວ່າ ໃນເວລານັ້ນ
ຂ້ອຍຄິດວ່າ ຖ້າຂ້ອຍຕັດສິນໃຈແນວນີ້ ຂ້ອຍກໍອາດຈະ ບໍ່​ໄດ້ພົບເຫັນ ພໍ່ເຖົ້າ
ແມ່ເຖົ້າຂອງຂ້ອຍ ແລະ ຄອບຄົວຂອງຂ້ອຍ ເປັນເວລາຫຼາຍໆປີ.”

ດຽວນີ້ ທ້າວ Liu ອາໄສຢູ່ໃນນະຄອນ Los Angeles ​ໃນ​ຖານະ ​ເປັນ​ຄົນ​ເຂົ້າ​ເມືອງ
ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ. ​ລາວເປັນ ຫ່ວງນຳ​ເລື້ອງ​ຫາ​ເງິນ ມາຈ່າຍຄ່າ ຮຽນມະຫາວິທະຍາໄລ ​ເພາະວ່າ ລາວບໍ່ສາມາດເຮັດວຽກໄດ້. ຄຳສັ່ງພິເສດ ຂອງ
ປະທານາທິບໍດີ ໂອບາມາ ບໍ່ໄດ້ຊ່ອຍເຫຼືອລາວເລີຍ ເພາະວ່າ ລາວມາເຖິງອາເມຣິກາ
ຫຼັງຈາກມື້ ຕັດຂາດ ສຳຫລັບການເລື່ອນ​ເວລາອອກໄປ ໃຫ້ແກ່ພວກເດັກນ້ອຍທີ່ ໄດ້
ເຂົ້າມາຮອດສະຫະລັດແລ້ວນັ້ນ. ລາວກ່າວວ່າ ແມ່ນແຕ່ພວກຜູ້ທີ່ ມີ​ເງື່ອນ​ໄຂ ທີ່​ຈະ ໄດ້ຮັບການຍົກ​ເວ້ນ​ຊົ່ວຄາວ ຈາກການຖືກເນລະເທດນັ້ນ ກໍ​ຍັງລັງ​ເລ​ໃຈ ບໍ່ກ້າທີ່ຈະ
ຍື່ນ​ໃບສະໝັກ ຮ້ອງຂໍ​ເອົາການ​ຍົກ​ເວ້ນ.

ທ້າວ Liu ເວົ້າວ່າ “ໂດຍສະເພາະແລ້ວ ໃນປະຊາຄົມຊາວເອເຊຍ ຄົນສ່ວນ​ໃຫຍ່
ຈະມີີຄວາມກັງວົນຫຼາຍ ຖ້າເຂົາເຈົ້າອອກມາຈາກຄວາມມືດ ແລະ ສະໝັກຂໍເອົາ
ການ​ໂຈະ​ ການຖືກເນລະເທດໄວ້ ​ເພາະວ່າມັນ ຈະເປັນຜົນກະທົບ ຕໍ່ຄອບຄົວ
ຂອງພວກເຂົາເຈົ້າ ບໍ່ໃນທາງໃດ ກໍທາງໜຶ່ງ.”

ຄຳສັ່ງພິເສດຂອງປະທານາທິບໍດີໂອບາມາ ​ໄດ້​ໂຈະ​ໄວ້​ຊົ່ວຄາວ ໄພ​ຂົ່ມຂູ່ ຂອງການຖືກ
ເນລະເທດ ສຳ​ຫລັບພວກ​ເຂົ້າ​ເມືອງຜິດກົດໝາຍ ທີ່ໄດ້ອາໄສຢູ່ໃນສະຫະລັດມາ​ແລ້ວ
ເປັນເວລາຢ່າງນ້ອຍ 5 ປີ ແລະ ມີລູກເຕົ້າທີ່ຢູ່​ໃນສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍ. ​

​ແຕ່​ວ່າ ພວກ​ທີ່​ຖື​ວ່າ​ເປັນ​ໄພ​ຂົ່ມຂູ່ ຕໍ່​ຄວາມ​ປ​ອດ​ໄພ ຫຼື ຜູ້​ທີ່​ມີ​ປະຫວັດ ຄະດີອາຍາ​ ຈະ
ປະ​ເຊີນ​ກັບ ​ການຖືກ​ເນລະ​ເທດ​ຕໍ່​ໄປ.

ທ້າວ David Ros ອົບ​ພະຍົບຄົນ​ຂະ​ເໝນ ຕົກ​ຢູ່​ໃນ​ກໍລະນີ​ດັ່ງກ່າວ. ​ຕອນ​ທີ່ລາວ​ມີ​ອາຍຸ​
ໄດ້ 16 ປີ ລາວ​ໄດ້ສັງຫານຜູ້​ຊາຍ​ຄົນນຶ່ງ​ ​ແລະ ຖືກ​ຈັບຂັງ​ຄຸກ​ເປັນ​ເວລາ​ເກືອບ 19 ປີ ຊຶ່ງ​ເຮັດ​ໃຫ້ລາວ​ສູນ​ເສຍສະຖານະ​ພາບ ຜູ້​ມີ​ສິດອາໄສຢູ່​ໄດ້ຢ່າງຖາວອນ ຫລື​ບັດ​ຂຽວ​ນັ້ນ
​ແລະ​ ເວລາ​ນີ້ ກຳລັງ​ລໍຖ້າການຖືກເນລະ​ເທດ.

ທ້າວ David Ros ​ເວົ້າວ່າ “ຂ້ອຍມາ​ປະ​ເທດ​ນີ້ ​ໂດຍ​ບໍ່​ຮູ້ຈັກ​ພາສາ​ອັງກິດຈັກ​ດີ້ ບໍ່​ມີ​
ການ​ສຶກສາ ບໍ່​ມີ​ເງິນ ​ແລະ ພວກ​ເຮົາ​ໄດ້​ສູ້​ຊົນ​ຢ່າງ​ໜັກ ​ແລະ ຍ້ອນ​ການສູ້​ຊົນ​
ດັ່ງກ່າວ​ນັ້ນ​ ຂ້ອຍຈຶ່ງໄດ້ເຮັດ​ສິ່ງ​ທີ່ຜິດພາດ​ໄປ ຫຼາຍໆ​ຄັ້ງ ​ໃນ​ຊີວິດ.”

ກຸ່ມທີ່​ຊື່ວ່າ ​ຊາວອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ ​ສົ່ງ​ເສີມ​ຄວາມ​ຍຸຕິ​ທຳ ແລະສະພາກົດໝາຍ​
ຊາວ​ເອ​ເຊຍ (Asian Americans Advancing Justice – Asian Law Caucus) ກ່າວ
ວ່າ ຊາວ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ຊາວ​ເກາະ​ປາຊີ​ຟິກ ​ແມ່ນ​ໄດ້ຖືກ​ເນລະ​ເທດ ​ຍ້ອນໄດ້​ກະທຳ​ຄວາມ​ຜິດທາງ​ອາຍາ ໃນ​ອັດຕາ ຫຼາຍ​ເຖິງ 5 ​ເທົ່າຂອງ​ຊາວ​ອົບ​ພະຍົບ
ຊາດອື່ນໆ.

Shiu-Ming Cheer ທະນາຍຄວາມປະຈຳສູນ​ກາງ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊາດ ກ່າວ​ວ່າ ​ເຫດຜົນແມ່ນ​ສະຫລັບສັບ​ຊ້ອນຫລາຍ.

ທ່ານ​ນາງ Shiu-Ming Cheer ​ເວົ້າ​ວ່າ “ມັນ​ປະກອບ​ດ້ວຍຄວາມຫຼົ້ມ​ແຫຼວ ຂອງ
ນະ​ໂຍບາຍ ສຳ​ຫລັບການ​ຕັ້ງຖິ່ນ​ຖານ​ໃໝ່ ຂອງພວກ​ອົບພະຍົບ ​ແລະ ຄວາມ​
ເປັນ​ຈິງ​ທີ່​ວ່າ ຊາວເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ຫຼາຍໆ​ຄົນ ອາ​ໄສ​ຢູ່​ໃນ​ຊຸມ​ຊົນ
ບ່ອນ​ທີ່​ມີ​ອັດຕາອາ​ຊະ​ຍາ​ກຳ​ ທີ່ສູງ​ຢູ່​ແລ້ວ ​ແລະ ມີ​ການ​ຂາດ​ແຄນ​ ທາງ​ດ້ານ​
ການ​ສົ່ງ​ເສີມ ການຂາດ​ແຄນ​ຕາໜ່າງ ແລະ​ ສະ​ຖາ​ບັນ​ຊ່ອຍ​ເຫຼືອທາງ​ສັງຄົມ
ຕ່າງໆ​ ​ທີ່​ອາດ​ຊ່ວຍ​ສະໜອງ ທາງ​ເລືອກ​ອື່ນໆ ໃຫ້ແກ່ພວກ​ເຂົາ​ເຈົ້າ ນອກ​
ເໜືອ​ໄປຈາກ​ ການ​ກະທຳອາ​ຊະ​ຍາ​ກຳນັ້ນ.”

ທ່ານ​ນາງ Cheer ​ກ່າວ​ອີກ​ວ່າ ຊາວເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ເຫຼົ່ານີ້ ຫຼາຍໆ​ຄົນ ໄດ້​
ຫັນປ່ຽນ​ຊີວິດ​ຂອງ​ເ​ຂົາ​ເຈົ້າ ຫຼັງຈາກ​ໄດ້​ຮັບໃຊ້ໂທດ​ໃນ​ຄຸກມາ​ແລ້ວ ລວມທັງທ້າວ David
Ros ນຳ. ດຽວ​ນີ້ ​ລາວ​ມີ​ວຽກ​ເຮັດ​ງານ​ທຳ ລ້ຽງ​ດູ​ຄອບ​ຄົວ​ ທີ່​ມີເມຍ ​ແລະ ລູກ​ 2 ຄົນ ​ແລະ
ໄດ້​ເຮັດ​ວຽກ ອາສາ​ສະໝັກ​ຫລາຍໆ​ຢ່າງ ນຳ​ອີກ. ລາວ​ຫວັງ​ວ່າ ຈະ​ມີ​ການ​ປ່ຽນ​ແປງກົດໝາຍ ​ເພື່ອໃຫ້​ຜູ້​ພິພາກສາ​ ສາມາດ​ຕັດສິນ​ໃຈ​ໄດ້​ວ່າ ຜູ້​ທີ່​ມີ​ຄະດີ​ອາຍາ​ຄົນ​ໃດ ຄວນຈະ​ຕ້ອງ​
ຖືກ​ເນລະ​ເທດ.

ທ້າວ Ros ​ເວົ້າວ່າ “​ການ​ປ່ອຍໃຫ້ສານ​ເປັນ​ຜູ້​ຕັດສິນ​ໃຈ​ໄດ້​ອີກ ​ໃນ​ເລື່ອງ​ນີ້ ​ແມ່ນ
ຈະ​ເປັນ​ສິ່ງ​ໜຶ່ງ​ ທີ່​ເປັນ​ບາດກ້າວ​ຂັ້ນ​ຕົ້ນ ​ເພາະວ່າ ຜູ້​ພິພາກສາ ສາມາດຕັດສິນ​
ໃຈ​ໄດ້ ບົນ​ພື້ນຖານ​ ຂອງຄວາມ​ດີ ຂອງ​ບຸກຄົນໆນັ້ນ ບໍ່​ແມ່ນວ່າ​ຜູ້ກ່ຽວ​ເຄີຍ​ເປັນ​
ໃຜມາ​ກ່ອນ ​ແຕ່ວ່າ​ເປັນ​ຄົນ​ແນວ​ໃດ​ໃນ​ມື້​ນີ້.”

ທັງທ້າວ David Ros ​ກັບ ທ້າວ Peter Liu ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ອອກ​ມາເວົ້າ ​ເຖິງ​
ແມ່ນ​ວ່າ ຈະ​ສ່ຽງ​ຕໍ່​ການ​ຖືກ​ເນລະ​ເທດກໍ​ຕາມ ໂດຍ​ຫວັງ​ວ່າ ພວກ​ຜູ້​ແທນ ​ລັດຖະສະພາ
ຈະ​ໄດ້​ຍິນ​ເລື້ອງ​ລາວ ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ ປະຕິ​ຮູບ​ລະບົບ​ຄົນ​ເຂົ້າ​ເມືອງ ​ໃນ​ທາງທີ່
ເປັນ​ຜົນ​ດີ​ ແກ່​ພວກ​ເຂົາ​ເຈົ້າ.

US IMMIGRATION VOSOT
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG