ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າຂອງ ຮ້ານຂາຍ ເຟີນີເຈີ ເສຍຟຸດບອລ ຊຸບເປີ້ໂບລ ໃຫ້ແກ່ລູກຄ້າ


ທ່ານ Jim McIngvale ​ເຈົ້າຂອງຮ້ານ ເຟີນີເຈີ ໄດ້​ສັນ​ຍາ​ ຈະສົ່ງເງິນຄືນ ແກ່​ລູກ​ຄ້າ ຖ້າຫາກທິມ Seahawks ຂອງນະຄອນ Seattle ຊະນະ Super Bowl.
ທ່ານ Jim McIngvale ​ເຈົ້າຂອງຮ້ານ ເຟີນີເຈີ ໄດ້​ສັນ​ຍາ​ ຈະສົ່ງເງິນຄືນ ແກ່​ລູກ​ຄ້າ ຖ້າຫາກທິມ Seahawks ຂອງນະຄອນ Seattle ຊະນະ Super Bowl.
ຄົນ​ຂາຍ​ເຄື່ອງ​ເຟີ​ນິ​ເຈີ ໃນສະຫະລັດ​ຄົນ​ນຶ່ງ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ
ວ່າ ລາວຈະແຈກເຟີນີເຈີ ໃຫ້​ບັນດາ​ລູກ​ຄ້າຟຣີ ຖ້າ​ທິມອາເມຣິກັນ
ຟຸດ​ບອລ Seahawks ຂອງນະຄອນ Seattle ຫາກຊະນະການ
ແຂ່ງຂັນຊິງແຊ້ມສັນນິບາດແຫ່ງຊາດອາເມຣິກັນຟຸດບອລ ຫຼື Su-
per Bowl ​ແລະ​ປັດ​ຈຸ​ບັນ​ນີ້​ຕົກ​ເປັນ​ເງິນ​ຢູ່ 7 ລ້ານ​ໂດ​ລາ.

ນັກທຸລະ​ກິດ ຈາກ​ລັດ​ເທັກ​ຊັສ ​ໄດ້​ພະນັນແບບ​ເສຍ​ເງິນ ​ທີ່ຮ້ານ​
ຂາຍ​ເຟີ​ນິ​ເຈີຂອງ​ລາວ​ສອງ​ຮ້ານ ​ໃນ​ສອງ​ອາທິດ​ກ່ອນ​ການ​ແຂ່ງ
ຂັນຊິງແຊ້ມອາ​ເມຣິກັນຟຸດ​ບອລ.

ທ່ານ Jim McIngvale ທີ່​ຮູ້ກັນ​ໃນນາມ “Mattress Mack” ນັ້ນ
​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ​ແກ່​ລູກ​ຄ້າວ່າ ຈະ​ສົ່ງ​ເງິນຄືນ​ໃຫ້​ເຂົາ​ເຈົ້າ ຖ້າ​ວ່າ​ເຂົາ​ເຈົ້າ ​ຈ່າ​ຍຫຼາຍ
ກວ່າ 6,000 ​ໂດ​ລາ ຢູ່​ຮ້ານ​ຂອງລາວກ່ອນ​ໜ້າການ​ແຂ່ງຂັນ​ຄັ້ງຍິ່ງ​ໃຫຍ່ ​ແລະ​ຖ້າເວົ້າວ່າ
ຖ້າທີ​ມ Seahawks ຜູ້ຊຶ່ງມີຄະແນນເປັນຮອງນັ້ນຫາກຊະນະທິມ Broncos ຂອງນະຄອນ Denver. ທີມ Seahawks ​ໄດ້ຊະນະຢ່າງຂາດຮອຍ​ 43 ຕໍ່ 8 ໃນການ​ແຂ່ງຂັນSuper
Bowl ​ທີ່ບໍ່ສົມດູນກໍ້າເກິ່ງທີ່ສຸດ ໃນ​ປະຫວັດສາດ.

ທ່ານ McIngvale ກ່າວ​ວ່າ ມີ​ປະມານ 1,000 ຄົນ​ ໄດ້​ເຂົ້າ​ຮ່ວມ​ການ​ພະນັນ ຄັ້ງນີ້.

ນັກທຸລະ​ກິດ ກ່າວ​ຕໍ່​ໜັງ​ສື​ພິມ​ທ້ອງ​ຖິ່ນ​ Houston Chronicle ວ່າ ການ​ພະນັນບໍ່​ໄດ້ສ້າງ ຄວາມ​ເສຍ​ຫາຍ​ທັງ​ໝົດ. ທ່ານ​ກ່າວ​ອີກ​ວ່າ ລາວ​ໄດ້​ເຮັດໃຫ້​ພວກ​ລູກ​ຄ້າຫລາຍໆຄົນ​ ພາ
ກັນ​ດີ​ໃຈ ແລະກໍາລັງ​ສ້າງລູກ​ຄ້າ​ປະຈຳຕະຫລອດຊີວິດນຳດ້ວຍ.
XS
SM
MD
LG