ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈາກສູນສໍາມະນາ ອັດຕະປື ມາສູ່ຄວາມຝັນ ທີ່ເປັນຈິງ ໃນອາເມຣິກາ


Mr. Bounma James Keojampa
Mr. Bounma James Keojampa
ຫລັງ​ຈາກ​ສົງຄາມ​ອິນ​ດູ​ຈີນ​ໄດ້​ສີ້​ນສຸດ​ລົງ​ໃນ​ປີ 1975 ລະບອບ
ປົກຄອງໃໝ່​ທີ່​ເຂົ້າ​ມາ​ແທນ​ທີ່​ລັດ​ຖະບານ​ແຫ່ງ​ພະລາດ​ຊະ​ອາ
ນາຈັກ​ລາວ ໄດ້ຫັນປ່ຽນ​ວິຖີ​ຊີວິດ ຂອງ​ປະຊາກ​ອນ ລາວ ​ຢູ່ໃນ
ທຸກ​ຊົນ​ຊັ້ນ​ວັນນະ ແລະທັງຊາດ​ ພາຍໃຕ້ການ​ດໍາ​ເນີນ​ໄປ​ສູ່​ແນວ
ທາງນະ​ໂຍ ບາຍໃໝ່ ແລະເລີ້ມ​ຕົ້ນ​ໜ້າ​ປະວັດ​ສາດ​ລາວໃໝ່ ​
ໃນ ຕອນ​ທ້າຍ​ຂອງສັດຕະ​ຫວັດ ທີ່ 20. ​ເວລານັ້ນ ພົນລະ​ເມືອງ
ລາວຫລາຍ​ພັນ​ຄົນ ​ທີ່ຖືກ​ມອງເຫັນ​ວ່າ ​ຍັງມີ​ແນວ​ຄິດຈິດ​ໃຈ​ຢູ່
​ກັບລະບອບເກົ່ານັ້ນ ໄດ້​ຖືກ​ສົ່ງໄປ​ອົບ​ຮົມ​ຢູ່ສູນ​ສໍາ​ມະ​ນາຕ່າງໆ
​ໃນທົ່ວ​ປະ​ເທດ. ​ໃນ​ຂະນະ​ດຽວ​ກັນ ປະຊາກອນ​ລາວ ຫລາຍ
ແສນຄົນທີ່​ບໍ່​ເຫັນ​ພ້ອມກັບ​ລະບອບໃໝ່ ກໍໄດ້ພາກັນ​ຕັດສິນ​ໃຈ
ໜີຈາກ​ບ້ານ​ເກີດ​ເມືອງ​ນອນ ແລະເດີນ​ທາງໄປ​ຊອກ​ຕັ້ງ​ຖິ່ນ​ຖານ
​ໃໝ່​ຢູ່​ໃນ​ຕ່າງປະ​ເທດ​.

ຕະຫລອດເວລາ​ສາມ​ສິບກ​ວ່າປີທີ່ຜ່ານ​ມາຂອງການ​ສ້າງ​ຕັ້ງ​ຊີວິດ​ໃໝ່ຢູ່​ໃນ​ຕ່າງ ປະ​ເທດ ​ເວລາແລະ​ສິ່ງ​ແວດ​ລ້ອມ​ໃໝ່ ໄດ້​ຫລໍ່​ຫລອມ​ແນວ​ຄິດ ​ໃຫ້​ແກ່​ບັນດາ​ຜູ້​ນໍາ​ຄອບຄົວ ສູ້​ທົນ​ໃນ​ການທໍາ​ມາ​ຫາ​ກິນ ​ໂດ​ຍບໍ່​ໄດ້​ຕິຕຽນ​ວຽກງານ​ທີ່​ມີ​ໃຫ້​ເຮັດ ​ຫລື​ຖື​ກຽດ​ແຕ່​ຢ່າງ​ໃດ​ທັງ​ນີ້​ກໍເພື່ອ
ຄວາມ​ຢູ່​ເຢັນ​ເປັນ​ສຸກ ແລະຄວາມ​ໝັ້ນຄົງ ຂອງ​ຄອບຄົວ. ​ໂດ​ຍສະ​ເພາະຢ່າ​ງຍິ່ງ ບັນດາ​ເຍົາວະ​ຊົນຜູ້​ເກີດ​ໃໝ່​ໃຫຍ່​ລຸນ ​ກໍ​ມີໂອກາດໄດ້ຮັບ​ການ​ສຶກສາສູງ​ ເໜືອ​ກວ່າ​ໃນສະໄໝ​ໃດໆ​ຂອງ​ສັງຄົມ​ຊີວິດ​ລາວ ຊຶ່ງ​ສາ​ເຫດ​ສ່ວນ​ນຶ່ງ​ກໍ​ຍ້ອນຜົນງານຂອງ​ຄວາ​ມດຸ​ໝັ່ນ ສູ້ຊົນຂອງ​ຜູ້​ນໍາ​ຄອບຄົວທີ່​ລ້ຽງ​ດູ​ລູກ​ເຕົ້າ ດ້ວຍ​ຄວາມເອົາ​ໃຈ​ໃສ່​ ຈົນ​ໄດ້​ດິບ​ໄດ້​ດີ​ໝົດ​ທຸກ​ຄົນ. ໃນ​ນັ້ນ ກໍ​ຮວມ
ມີ​ຄອບຄົວ​ຂອງທ່ານ ບູນມາ ຫລື James ແກ້ວ​ຈໍາ​ປາ ອະດີດ​ນາຍ​ທະຫານ ຊັ້ນ​ພັນ​ຕີ​ ແຫ່ງ
ກອງ​ທັບ​ຂອງອະດີດພະລາດຊະອານາຈັກ​ລາວ ທີ່​ໃຫ້​ກຽດ​ສໍາ​ພາດ​ກັບ​ວີ​ໂອ​ເອ.

ທ່ານບຸນ​ມາ ເກີດ​ທີ່​ເມືອງຫລວງ​ພະບາງ ​ແຕ່​ເຕີບ​ໂຕໃຫຍ່ຂຶ້ນ​ມາຢູ່ນະຄອນ​ຫລວງ​ວຽງ​ຈັນ. ທ່ານ​ໄດ້​ຮັບ​ການ​ສຶກສາຈາກມັດທະຍົມ ລີ​ເຊ ວຽງ​ຈັນ ​ແລະ​ໄດ້​ເຂົ້າ​ຮັບໃຊ້ກອງ​ທັບ​ລາວ ​ຝ່າຍໝໍ​ທະຫານ.​ ທ່ານ​ໄດ້​ຮັບ​ການ​ອົບຮົມວິຊາ​ການຜ່າຕັດຈາກນະຄອນຫລວງພະນົມ
​ເປັນຂອງປະ​ເທດ​ກໍາປູ​ເຈຍ ໃນ​ປີ 1971. ທ່ານ​ໄດ້​ຮັບໃຊ້ໃນກອງທັບ​ແຫ່ງພະລາດຊະອາ
ນາຈັກ​ລາວ ​ເລື້ອຍມາຈົນໄດ້ຖືກ​ສົ່ງໄປ​ສໍາ​ມະ​ນາ ທີ່ແຂວງ​ອັດ​ຕະປື ​ໃນ​ປີ 1976.

ທ່ານ​ໄດ້​ເລົ່າສູ່ ວີ​ໂອ​ເອ ​ຟັງ ເຖິງປະສົບປະ​ການ ​ ຊີວິດຄວາມ​ເປັນ​ຢູ່ ຄອບຄົວຂອງທ່ານ ຢູ່ໃນ​ສູນ​ສໍາ​ມະ​ນາ ​ແລະສູ​ນອົບ​ພະ​ຍົບທີ່​ປະ​ເທດ​ໄທ ຈົນ​ເຖິງການເຂົ້າມາຕັ້ງ​ຊີວິດໃໝ່​ໃນສະຫະ
ລັດ ​ແລະ​ຜົນ​ສໍາ​ເລັດຂອງ​ພວກ​ລູກ​ເຕົ້າ​ທາງດ້ານ​ການ​ສື​ກສາ ດັ່ງ​ໃນ​ບົດ​ສໍາພາດ​ຕໍ່​ໄປ​ນີ້:

please wait

No media source currently available

0:00 0:09:47 0:00
ລິງໂດຍກົງ


ຫລັງ​ຈ​າກທ່ານ ບຸນ​ມາ James ​ແກ້ວ​ຈໍາປາ ໄດ້​ຜ່ານ​ວຽກ​ງານທໍາ​ມາ​ຫາ​ກິນ​ ຫລາຍໆຢ່າງ​
ໃນ​ຂັ້ນ​ຕົ້ນມາ​ແລ້ວ ທ່ານກໍ​ໄດ້​ຕັດສິນ​ໃຈສຶກສາ​ຕໍ່​ ຝ່າຍ​ການ​ອົບ​ຮົມ​ແນະ​ນໍາ. ​ປັດຈຸບັນ​ນີ້ ທ່ານເປັນ​ນັກ​ເທດ​ຂອງ​ໂບດ Church of Christ ຊຶ່ງ​ເປັນ​ສາຂາ​ນຶ່ງ​ຂອງສາສະໜາ​ຄຣິສ ຢູ່​ທີ່​ເມືອງ Erwin ລັດ Texas.

ແລງວັນ​ພະຫັດ​ໜ້າ ເຮົາ​ຈະ​ນໍາ​ເອົາ​ ຕອນທີ່​ສອງຂອງ​ລາຍການ​ນີ້ ມາສະ​ເໜີ​ທ່ານ ຊຶ່ງ​ຈະ​ເປັນ​ການ​ສໍາພາດ​ກັບ ດ໊ອກ​ເຕີ້ ບູນມະນີ Kyle ​ແກ້ວ​ຈໍາປາ ​ລູກ​ຊາຍຂອງ​ທ່ານ James ​ແກ້ວ​ຈໍາປາ. ​ໂປດຕິດ​ຕາມ​ຮັບຟັງ.
XS
SM
MD
LG