ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊ່ຽວຊານຝຣັ່ງກັບໄທ ຊ່ວຍຊອກຫາ ສົບແລະຊາກເຮືອບິນ ທີ່ຕົກຢູ່ລາວ (ສະໄລດ໌)


ທີມກູ້ໄພ ຈາກຝຣັ່ງ ສໍາຫລວດເບິ່ງ ບ່ອນເຮືອບິນໝາກປິ່ນ ATR-72 ຂອງສາຍການບິນລາວ ຕົກຢູ່ປາກເຊ, ວັນທີ 19 ຕຸລາ 2013.
ທີມກູ້ໄພ ຈາກຝຣັ່ງ ສໍາຫລວດເບິ່ງ ບ່ອນເຮືອບິນໝາກປິ່ນ ATR-72 ຂອງສາຍການບິນລາວ ຕົກຢູ່ປາກເຊ, ວັນທີ 19 ຕຸລາ 2013.
ນັກຊ່ຽວຊານຝຣັ່ງແລະໄທ ກໍາລັງຊ່ວຍ ບັນດາພະນັກງານ
ກູ້ໄພໃນລາວ ຊອກຫາຊາກເຮືອບິນໂດຍສານ ລໍາທີ່ຕົກລົງ
ໃສ່ ແມ່ນໍ້າຂອງ ເມື່ອວັນພຸດ ທີ 16 ຜ່ານມານີ້.

ສັນນິຖານກັນວ່າ ທັງໝົດ 49 ຄົນຢູ່ເທິງເຮືອບີນລໍາທີ່ຕົກຢູ່
ປາກເຊ ເສຍຊີວິດໄປໝົດ. ມາຮອດວັນເສົາມື້ນີ້ ມີການກູ້ສົບ
ມາໄດ້ ຫລາຍກ່ວາ 30 ສົບແລ້ວ.

ທີມງານຈາກ ອົງການອຸບັດຕິເຫດທາງອາກາດ ຂອງຝຣັ່ງ
ກັບກອງທັບໄທ ກໍາລັງນໍາໃຊ້ ອຸປະກອນ sonar ສໍາລັບ
ຟັງຄື້ນສຽງຢູ່ໃຕ້ນໍ້າ ໃນວັນເສົາມື້ນີ້ ເພື່ອທໍາການສໍາຫລວດ
ຢູ່ໃຕ້ນໍ້າ ຊອກຫາຊາກເຮືອບິນ ແລະສົບຂອງພວກເຄາະຮ້າຍ
ທີ່ຍັງຫາບໍ່ພົບນັ້ນ.

ເຮືອບິນໝາກປິ່ນ ລຸ້ນ ATR-72 ທີ່ສ້າງຢູ່ຝຣັ່ງ ກໍາລັງບິນຈາກນະຄອນຫລວງວຽງຈັນ ເມື່ອຕອນບ່າຍວັນພຸດຜ່ານມາ ໄປຍັງເມືອງປາກເຊ ທາງພາກໃຕ້ຂອງລາວ ເວລາ ປະສົບອຸບັດຕິເຫດ ຕົກລົງໄປໃນແມ່ນໍ້າຂອງ. ເຮືອບິນລໍານັ້ນ ກໍາລັງບິນຜ່ານພາຍຸຝົນ ແລະລົມແຮງ ທີ່ສັນນິຖານກັນວ່າ ອາດເປັນສາເຫດພາໃຫ້ຍົນຕົກ.

ລາຍ​ຊື່​ຜູ້​ໂດຍສານ​ ລະບຸສັນຊາດຂອງຜູ້ໂດຍສານ 44 ຄົນ ວ່າ ມີ​ຄົນ​ລາວ 17 ຄົນ,
ຝຣັ່ງ 7 ຄົນ ​ອອສເຕຣ​ເລຍ 5 ຄົນ ​ໄທ 5 ຄົນ ເກົາຫຼີ 3 ຄົນ ຫວຽດນາມ 2 ຄົນ ແລະ
ຈາກອາ​ເມຣິກາ 1 ຄົນ ກາ​ນາ​ດາ 1 ຄົນ ຈີນ 1 ຄົນ ມາ​ເລ​ເຊຍ 1 ຄົນ ​ແລະໄຕ້​ຫວັນ
1 ຄົນ. ສ່ວນອີກ 5 ຄົນ ແມ່ນນັກບິນ 2, ນາງອາກາດ 2 ແລະນາຍຊ່າງ 1 ຄົນ.

XS
SM
MD
LG