ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຝຣັ່ງ ຖືກຄົນຮ້າຍ ເອົາມີດແທງ ແຕ່ລອດຊີວິດ (ວີດິໂອ)


ຕໍາຫຼວດປິດກັ້ນບໍລິເວນ ທີ່ທະຫານຝຣັ່ງຄົນນຶ່ງ ຖືກຄົນຮ້າຍເອົາ ມີດແທງ ຢູ່ເຂດນອກເມືອງຫຼວງປາຣີ, ວັນທີ
ຕໍາຫຼວດປິດກັ້ນບໍລິເວນ ທີ່ທະຫານຝຣັ່ງຄົນນຶ່ງ ຖືກຄົນຮ້າຍເອົາ ມີດແທງ ຢູ່ເຂດນອກເມືອງຫຼວງປາຣີ, ວັນທີ
ຊາຍ​ຄົນ​ນຶ່ງ ​ທີ່ຖື​ມີດ ຫຼືມີດຕັດ​ກ່ອງ ​ໄດ້ແທງທະຫານ​ຝຣັ່ງ
ຄົນ​ນຶ່ງ​ ຢູ່ທີ່ກ້ານຄໍ ໃກ້​ນະຄອນ ຫຼວງປາຣີ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ jean-Yves Le Drian
ກ່າວ​ວ່າ ທະຫານ​ຄົນ​ນັ້ນ​ຈະ​ລອດ​ຊີວິດ ຈາກ​ບາດ​ແຜ​ຂອງ​ລາວ.
ຜູ້ກ່ຽວ​ຖືກໂຈມ​ຕີ ຂະນະ​ທີ່​ກໍາລັງ​ລາດຕະ​ເວນ ຢູ່​ໃນ​ຍ່ານຊອບ
​ປິ້ງ La Defense ກັບ​ເພື່ອນ​ທະຫານ​ອີກ​ສອງ​ຄົນ. ທ່ານ Le
Drian ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຢາກ​ຈະ​ບອກ​ພວກ​ທ່ານ​ວ່າ ຄົນ​ຜູ້​ນຶ່ງ​ຢາກ
​ຂ້າ​ທະຫານ​ຄົນ​ນັ້ນ ກໍ​ເພາະວ່າ​ລາວ​ເປັນ​ທະຫານ. ​ແຕ່​ໂຊກ​ດີ ທີ່​ອາ​ຊະ​ຍາ​ກໍາ​ດັ່ງ
ກ່າວ ບໍ່​ໄດ້​ສົ່ງ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຫລາຍ. ທະຫານ​ຄົນ​ນັ້ນ ທ້າວ Cedric
Cordier ມີ​ອາການ​ທີ່​ໜ້າ​ພໍ​ໃຈ. ຂ້າພະ​ເຈົ້າ​ໄດ້​ໂອ້​ລົມ​ກັບ​ຜູ້ກ່ຽວຢ່າງຈິງ​ໃຈ ແລະ
​ບອກລາວ​ວ່າ ຂ້າພະ​ເຈົ້າ​ສະໜັບສະໜຸນ​ລາວ.”


ທ່ານ Francois Hollands ປະທານາທິບໍດີ​ຝຣັ່ງ ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່ ​ທີ່​ຕາມ​ລ່າ​ໂຕ​ຄົນ​
ຮ້າຍ​ນັ້ນ ກໍາລັງ​ສໍາ​ຫລວດ​ເບິ່ງທຸກ​ວິທີ​ທາງ ​ໂຮມ​ທັງ​ທີ່​ວ່າ​ເຫດການ​ນີ້ ​ມີ​ການເຊື່ອມ​ໂຍງ
​ທີ່​ເປັນ​ໄປ​ໄດ້ຫຼືບໍ່ ກັບ​ເຫດການ​ສັງຫານ​ທະຫານ​ອັງກິດ​ຄົນ​ນຶ່ງ ​ເມື່ອວັນ​ພຸດ​ຜ່ານ​ມາ​ນັ້ນ.
ທ່ານ Hollands ​ເວົ້າ​ເລຶ່ອງນີ້​ ທີ່​ປະ​ເທດ​ອີ​ທິໂອ​ເປຍ ບ່ອນ​ທີ່​ທ່ານ​ກໍາລັງຢ້ຽມຢາມ ເພື່ອ
ເຂົ້າຮ່ວມ​ພິທີ​ຂີດ​ໝາຍ​ ວັນ​ຄົບຮອບ​ຂອງການ​ສ້າງ​ຕັ້ງ ​ສະຫະພາບ​ອາ​ຟຣິກາ​.

​ເຫດການ​ໂຈມ​ຕີ​ດ້ວຍ​ມີດ​ດັ່ງກ່າວ​ນີ້ ສ້າງ​ຄວາມ​ເປັນ​ຫ່ວງ ວ່າ​ຈະ​ມີ​ການ​ໂຈມ​ຕີ​ທີ່​ລຽນ​
ແບບ ​ເຫດການ​ສັງຫານ​ທະຫານ​ອັງກິດ​ຄົນ​ນຶ່ງ ​ເມື່ອ​ວັນ​ພຸດ​ຜ່ານ​ມາ ທີ່​ຖະໜົນນຶ່ງ​ໃນ​
ລອນ​ດອນ ​ໃນ​ຕອນ​ກາງ​ເວັນແສກໆນັ້ນ.

(ເບິ່ງວີດີໂອ)






XS
SM
MD
LG