ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ຝຣັ່ງ ຮຽກຮ້ອງໃຫ້ ສປຊ ສະໜັບສະໜຸນ ລີເບຍ “ເປັນ​ກໍລະນີ​ພິ​ເສດ” (ສະໄລດ໌)


ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ຫຼັງຈາກ ທີ່ໄດ້ເຂົ້າປະຊຸມກັບ ບັນດາສະມາຊິກ ລັດຖະບານ ຢູ່ ວັງ Elysee ໃນປາຣີ ເມື່ອວັນທີ 24 ກໍລະກົດ 2014.
ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ຫຼັງຈາກ ທີ່ໄດ້ເຂົ້າປະຊຸມກັບ ບັນດາສະມາຊິກ ລັດຖະບານ ຢູ່ ວັງ Elysee ໃນປາຣີ ເມື່ອວັນທີ 24 ກໍລະກົດ 2014.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ຮຽກຮ້ອງ​ໃຫ້
ສະຫະ​ປະຊາ​ຊາດ ​ສະໜອງການສະໜັບສະໜຸນ “ເປັນ​ກໍລະນີ​
ພິ​ເສດ”
​ ສຳ​ຫລັບ​ລີ​ເບຍ ​ເພື່ອ​ຊ່ວຍ​ເຫຼືອບັນດາ​ເຈົ້າໜ້າ​ທີ່ ໃນ
ການຟື້ນຟູ​ຄວາມ​ເປັນ​ລະບຽບຂອງປະ​ເທດ​ທີ່​ໄດ້​ແຕກຫັກລົງ
ຍ້ອນການສູ້ລົບຂອງພວກ ທະຫານບ້ານ ​ແລະການຊິງດີຊິງເດັ່ນ
​ທາງ​ການ​ເມືອງ ໃນ​ປະ​ເທດດັ່ງກ່າວ.

ທ່ານ Hollande ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້ ຢູ່​ນະຄອນຫລວງ​ປາຣີ
ວ່າ ການ​ທີ່​ບໍ່ເອົາມາດຕະການຫຍັງເລີຍນັ້ນອາດ​ນຳ​ໄປ​ສູ່​ການ
​ແພ່​ລາມ​ຂອງ​ການ​ກໍ່​ການ​ຮ້າຍ​ໄດ້.

ການໃຫ້ຄຳ​ເຫັນ​ຂອງ​ທ່ານ Hollande ມີຂຶ້ນ​ນຶ່ງມື້ ຫຼັງຈາກ​ຜູ້​ແທນ​ພິ​ເສດ​ປະຈຳ​ສະຫະ​
ປະຊາ​ຊາດຂອງລີເບຍ ທ່ານ Tarek Mitri ​ໄດ້​ເຕືອນສະພາ​ຄວາມ​ໝັ້ນຄົງ ວ່າ ສະ​ຖາ
ນະ​ການ​ໃນ​ລີ​ເບຍ​ນັ້ນ “ອາດ​ນຳໄປສູ່​ສົງຄາມ​ກາງເມືອງ​ຢ່າງເຕັມອັດຕາ.”

ທ່ານ Hollande ກ່າວຕື່ມວ່າ “ໄພ​ຂົ່ມຂູ່​ ຈາກ​ການແພ່ຜາຍຂອງ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ​
ແມ່ນເປັນ​ຄວາມ​ເປັນ​ຈິງ​. ການມີໜ້າ ແລະ ກິດຈະກຳ​ຕ່າງໆຂອງ​ພວກ​ເຂົາ ຢູ່​ໃນ
ຫົວ​ເມືອງຕ່າງໆຂອງ​ລີ​ເບຍ ​ແມ່ນເປັນທີ່ຮູ້ ກັນຂອງ​ໝົດ​ທຸກ​ຄົນຢູ່​ແລ້ວ. ​ດຽວ​ນີ້
ສະຖານະ​ການ ດ້ານ​ຄວາມ​ປອດ​ໄພ​ທີ່​ວຸ້ນວາຍ ​ແລະຄວາມສາມາດໃນຂອບເຂດ
ຈຳກັດ​ຂອງ​ລັດຖະບານ​ ເພື່ອຮັບມືກັບ​ໄພ​ຂົ່ມຂູ່ນັ້ນ ອາດ​ຈະເຮັດ​ໃຫ້ເປັນ​ບ່ອນ​ທີ່​
ມີໄພ​ອັນຕະລາຍ​ເພີ້ມຂຶ້ນ ຢູ່ໃນ​ລີ​ເບຍເອງ ​ແລະຕໍ່ປະເທດອື່ນໆອີກດ້ວຍ.”

ລີ​ເບຍ​ໄດ້​ປະສົບ​ກັບ​ຄວາມ​ໂກ​ລາ​ຫົນ​ວຸ້ນວາຍມາຕັ້ງ​ແຕ່ ປີ 2011 ຫຼັງຈາກ ຈອມ​ພະ​ເດັດ​ການ Moammar Gadhafi ​ໄດ້​ຖືກ​ໂຄ່ນ​ລົ້ມ.

ກຸ່ມພວກ​ຫົວ​ຮຸນແຮງອິສລາມຕິດ​ອາວຸດຫຼາຍໆ​ກຸ່ມ ກຳລັງ​ຊ່ວງຊິງ​ຍາດ ແຍ່ງອຳນາດ ດ້ວຍ ຄວາມ​ໂຮ​ດຮ້າຍ​ປ່າ​ເຖື່ອນ ໂດຍການຕັ້ງສະພາ​ແຂ່ງ​ກັນ ເລືອກ​ເອົານາຍົກລັດຖະມົນຕີ ແຂ່ງກັນ ​ແລະ ລັດຖະບານ​ກາງ​ຊົ່ວ​ຄາວ ພວມດີ້ນຮົນຕໍ່ສູ້ຫາທາງຈັດຕັ້ງ ການຮັກສາຄວາມປອດໄພ.

XS
SM
MD
LG