ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Hollande ຈະບໍ່ສະໝັກ ເປັນ ປ. ຝຣັ່ງ ສະໄໝທີສອງ


ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ຈາກວັງ Elysee ໃນນະຄອນຫລວງ Paris ທີ 1 ທັນວາ 2016.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ຈາກວັງ Elysee ໃນນະຄອນຫລວງ Paris ທີ 1 ທັນວາ 2016.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ປະກາດ​ວ່າ ທ່ານ​ບໍ່​ມີ​ແຜນ​ທີ່​ຈະ​ລົງ ສະໝັກ​ເປັນ​ສະ​ໄໝທີ​ສອງ ທີ່​ຈະ​ເຮັດ​ໃຫ້​ທ່ານ​ເປັນ​ປະທານາທິບໍດີ ​ຢູ່​ໃນ​ຕຳ​ແໜ໋ງ​ເປັນ
​ເວລາ​ ຫລາຍ​ປີທີ່​ຈະລາ​ອອກໂດຍປາດ​ສະ​ຈາກ​ການ​ລົງ​ສະ ໝັກ​ເລືອກ​ຕັ້ງໃໝ່.

ທ່ານ Hollande ​ໄດ້​ປະ​ກາດ​ເຖິງ​ຄວາມ​ຕັ້ງ​ໃຈຂອງ​ທ່ານ​ ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໃນ​ຄຳ​ປາ​ໄສທາງ​ໂທລະພາບ​ໂດຍກ່າວ​ວ່າ ​ທ່ານ​ບໍ່​ໄດ້​ຮັບ​ການ​ສະໜັບສະ​ໜູນ​ພຽງພໍ ​ທີ່​ຈະໄດ້​ຮັບ​ໄຊ​ຊະນະ ໃນ​ສະ​ໄໝທີ​ສອງ. ທ່ານ Hollande ​ໄດ້​ຮັບ​ຄະ​ແນນ​ນິຍົມ​ຕ່ຳສຸດ ໃນ​ປະຫວັດ​ສາດ ກວ່າ​ປະທານາທິບໍດີ​ຝຣັ່ງ​ຄົນໃດໆ.

ການ​ປະກາດ​ຂອງ​ທ່ານ​ ໄດ້​ເຮັດ​ໃຫ້ການ​ຄາດ​ຄະ​ເນເປັນເວລາ​ຫລາຍ​ອາທິດສິ້ນ ສຸດ​ລົງ ກ່ຽວ​ກັບ​ວ່າ​ຜູ້ນຳ​ພັກ​ສັງຄົມ​ນິຍົມ ຈະ​ສ່ຽງ​ຕໍ່​ການລົງ​ສະໝັກ​ເລືອກ​ຕັ້ງ​ໃໝ່ ​ໂດຍ​ມີ​ໂອກາດທີ່​ຈະປະສົບ​ຄວາມ​ສຳ​ເລັດພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ.

​ເວລາ​ທີ່​ທ່ານ Hollande ຢູ່​ໃນ​ຕຳ​ແໜ່​ງ​ ແມ່ນໄດ້​ມີ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ສຸດ​ຢູ່ດິນ​ແດນ​ຝຣັ່ງ​ ໃນ​ປະຫວັດສາດ​ສະ​ໄໝ​ໃໝ່ ພ້ອມ​ທັງ​ຄວາມ​ພະ ຍາຍາມທີ່​ບໍ່​ສຳ​ເລັດໃນ​ການ​ຫາ​ທາງ​ຫລຸດຜ່ອນອັດຕາ​ການ​ຫວ່າງ​ງານທີ່​ສຳຄັນ​ລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

France Hollande
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG