ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດຝຣັ່ງ ໃຊ້ DNA ເພື່ອລະບຸຕົວ ຜູ້ໂຈມຕີວັດ ໃນຝຣັ່ງ ຄົນທີສອງ

ທະຫານຝຣັ່ງ ຄົນໜຶ່ງ ຢືນຍາມ ໃນຂະນະທີ່ ສະກັດກັ້ນ ການເຂົ້າເຖິງ ສະຖານທີ່ ເກີດເຫດການໂຈມຕີ ໃນວັດ Saint-Etienne-du-Rouvray, ຢູ່ທີ່ເຂດ Normandy ຂອງຝຣັ່ງ, ວັນທີ 26 ກໍລະກົດ 2016.
ທະຫານຝຣັ່ງ ຄົນໜຶ່ງ ຢືນຍາມ ໃນຂະນະທີ່ ສະກັດກັ້ນ ການເຂົ້າເຖິງ ສະຖານທີ່ ເກີດເຫດການໂຈມຕີ ໃນວັດ Saint-Etienne-du-Rouvray, ຢູ່ທີ່ເຂດ Normandy ຂອງຝຣັ່ງ, ວັນທີ 26 ກໍລະກົດ 2016.

ຕຳຫຼວດໃນປະເທດຝຣັ່ງ ໄດ້ລະບຸຕົວຊາຍຄົນຜູ້ທີສອງ ຢ່າງເປັນທາງການ ທີ່ພົວພັນ ໃນການໂຈມຕີວັດຄາໂທລິກຢ່າງໂຫດຮ້າຍ ເມື່ອຕົ້ນສັບ ປະດານີ້ ທີ່ໄດ້ເຮັດໃຫ້ ຄຸນພໍ່ ອົງໜຶ່ງເສຍຊີວິດ.

ທ້າວ Abdel Malik Petijean ອາຍຸ 19 ປີ ແມ່ນ​ເກີດຢູ່​ໃນພາກຕາເວັນອອກ ຂອງຝຣັ່ງ ແລະໄດ້​ເປັນ​ທີ່​ຮູ້ຈັກ​ໂດຍພວກ​ເຈົ້າໜ້າ​ທີ່ ຫຼັງຈາກລາວໄດ້ພະຍາຍາມເດີນທາງໄປຊີເຣຍ. ຕຳຫຼວດ ສາມາດລະບຸຕົວລາວ ​ໄດ້ ຫຼັງຈາກແມ່ຂອງຜູ້ກ່ຽວ ໄດ້ສະໜອງຕົວຢ່າງຂອງ DNA ໃຫ້.

ພວກເຈົ້າໜ້າທີ່ຕຳຫຼວດ ໃສ່ໜ້າກາກ ກຳລັງດຳເນີນການຊອກຄົ້ນຫາຜູ້ໂຈມຕີ ໃນວັດ Saint-Etienne-du-Rouvray, ທີ່ເຂດ Normandy ຂອງປະເທດ France, ຫຼັງຈາກມີການໂຈມຕີ ຢູ່ທີ່ວັດ ເຮັດໃຫ້ຄຸນພໍ່ອົງໜຶ່ງ ເສຍຊີວິດ, ວັນທີ 26 ກໍລະກົດ 2016.

ທ້າວ Petijean ແລະ ທ້າວ Adel Kermiche ອາຍຸ 19 ປີເຊັ່ນກັນ ໄດ້ບຸກເຂົ້າໄປໃນ ວັດ Saint-Etienne-du-Rouvray ຢູ່ພາກເໜືອຂອງຝຣັ່ງ ໃນລະຫວ່າງ ພິທີສາສະໜາ ຕອນເຊົ້າ ​ໃນວັນອັງຄານຜ່ານມາ ແລະ ໄດ້ປາດຄໍຄຸນພໍ່ອາຍຸ 86 ປີ ແລ້ວ ຈັບເອົາ 5 ຄົນ ເປັນໂຕປະກັນ. ທັງສອງ ໄດ້ຖືກຍິງຕາຍໂດຍຕຳຫຼວດ ໃນທີ່ສຸດ ແລະ ໂຕປະກັນຄົນໜຶ່ງ ຍັງຢູ່ໃນອາການສາຫັດ.

ທ້າວ Kermiche ແມ່ນຢູ່ໃນລະຫວ່າງການຄອຍຖ້າຂຶ້ນສານ ​ໃນຂໍ້ຫາທີ່ກ່ຽວພັນກັບການ ກໍ່ການຮ້າຍ ແລະ ໄດ້ໃສ່ສາຍແຂນອີເລັກໂທຣນິກ ໃນເວລາທີ່ລາວໄດ້ທຳການໂຈມຕີວັດ​ຄາ​ໂທ​ລິກນັ້ນ.

ກຸ່ມນັກລົບຂອງລັດອິສລາມ ໄດ້ເປີດເຜີຍ ວີດີໂອ ທີ່ສະແດງໃຫ້ເຫັນ ວ່າ ຜູ້ຊາຍທັງສອງ ຄົນດັ່ງກ່າວ ກຳລັງຖືທຸງຂອງລັດອິສລາມ ແລະ ປະຕິຍານຈະ​ຈົງຮັກພັກດີ ຕໍ່ຜູ້ນຳ ລັດອິສລາມ ທ້າວ Abu Bakr al-Abaghdadi.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG