ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກຝຣັ່ງ ຮຽກຮ້ອງໃຫ້ ນັບບັດຄະແນນ ໃນການເລືອກຕັ້ງ ປ. Gabon ຄືນໃໝ່


ບັນດາພວກຍາດມິດພີ່ນ້ອງ ພາກັນເຕົ້າໂຮມກັນ ຢູ່ໜ້າສານ ໃນເມືອງ Libreville ວັນທີ 5 ກັນຍາ, 2016.
ບັນດາພວກຍາດມິດພີ່ນ້ອງ ພາກັນເຕົ້າໂຮມກັນ ຢູ່ໜ້າສານ ໃນເມືອງ Libreville ວັນທີ 5 ກັນຍາ, 2016.

ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls ​ໄດ້​ເຂົ້າ​ຮ່ວມກັບ​ປະ​ເທດ​ອື່ນໆ ​ອອກຄວາມ​ເຫັນ​ສະ​ແດງຄວາມ​ເປັນ​ຫວ່ງ​ເປັນ​ໃຍ ກ່ຽວ​ກັບ​ການ​ບໍ່​ລົງ​ຮອຍ​ກັນໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ໄວ​ໆ​ມານີ້ຂອງ Gabon.

​ໃນ​ການ​ໃຫ້​ສຳພາດ​ກັບ​ສະຖານີວິທະ​ຍຸ​ຝຣັ່ງ ​ໃນວັນ​ອັງຄານ​ມື້​ນີ້ ທ່ານ Valls ​ໄດ້ກ່າວວ່າ ປະ​ເທດ​ດັ່ງກ່າວ ຄວນ​ຈະ​ຈັດ​ໃຫ້​ມີ​ການ​ນັບບັດ​ເລືອກ​ຕັ້ງ​ຄືນ​ໃໝ່ ຫຼັງຈາກ​ທີ່​ຝ່າຍ​ຄ້ານ ​ໄດ້​ກ່າວ​ຫາ​ວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງກັນ.

ປະທານາທິບໍດີ Ali Bongo ຂອງ Gabon ຖະແຫຼງຕໍ່ ພວກນັກຂ່າວ ໃນ ສວນສາທາລະນະແຫ່ງຊາດ Nairobi, ເຄັນຢາ, 30 ເມສາ, 2016.
ປະທານາທິບໍດີ Ali Bongo ຂອງ Gabon ຖະແຫຼງຕໍ່ ພວກນັກຂ່າວ ໃນ ສວນສາທາລະນະແຫ່ງຊາດ Nairobi, ເຄັນຢາ, 30 ເມສາ, 2016.

“ມັນ​ມີ​ການໂຕ້ຖຽງ​ກັນ​ແລະ​ມີ​ການ​ສົງ​ໄສ. ພວກ​ສັງ​ເກດ​ການ​ຢູ​ໂຣບ​ຢູ່ໃນ​ປະ​ເທດ​ທີ່​ໄດ້​ພາກັນຕຳ​ນິຕິ​ຕຽນ​ໃນ​ພື້ນຖານ​ຂອງ​ຈຸດປະສົງ​ທີ່​ວ່າ​ນີ້. ​ມັນ​ຈະ​ເປັນ​ການ​ດີກ​ວ່າ ທີ່​ຈະ​ມີ​ການ​ນັບ​ຄະ​ແນນ​ສຽງ​ຄືນ​ໃໝ່, ຊຶ່ງ​ທ່ານ Valls ​ໄດ້​ບອກ​ກັບ​ສະຖານີວິທະ​ຍຸ​ RTL ຂອງຝຣັ່ງ.”

ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ໃນ Garbon ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ໄດ້​ປະກາດ​ວ່າ​ປະທານາທິບໍດີ Ali Bongo ​ໄດ້​ຊະນະ​ຜູ້ນຳຝ່າຍ​ຄ້ານ ທ່ານ Jean Ping ປະມານ 5 ພັນ​ສຽງ​ເທົ່າ​ນັ້ນ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປະ​ທ້ວງ​ເກີດ​ຂຶ້ນ ແລະ​ເກີດ​ຄວາມ​ຮຸນ​ແຮງ​ຕາມ​ ຖະໜົນ​ຫົນທາງ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ນ້ອຍ 6 ຄົນ.​

ຜູ້ນຳຂອງຝ່າຍຄ້ານ ທ່ານ Jean Ping ໄປເຖິງເມືອງ Libreville, 28 ສິງຫາ, 2016.
ຜູ້ນຳຂອງຝ່າຍຄ້ານ ທ່ານ Jean Ping ໄປເຖິງເມືອງ Libreville, 28 ສິງຫາ, 2016.

ທ່ານ Saraphin Moundounga ລັດຖະມົນຕີກະຊວງ​ຍຸຕິ​ທຳ Gabon ​ໄດ້​ລາ​ອອກ
ຍ້ອນ ​ການ​ຂັດ​ແຍ້​ງ​ກັນ ກ່ຽວ​ກັບ​ການ​ເລືອກເອົາທ່ານ Bongo ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ ທີ່​ກາຍ​ມາ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງລັດຖະບານ​ຜູ້​ທຳ​ອິດ ທີ່​ໄດ້​ລາ​ອອກ ນັບ​ຕັ້ງ​ແຕ່ໄດ້ ມີການ​ລົງ​ຄະ​ແນນ​ສຽງ​.

ທ່ານ Moundounga ​ໄດ້​ບອກ​ກັບ ສະຖານີ​ວິທະຍຸ​ຝຣັ່ງນາໆ​ຊາດ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ລັດຖະບານ ບໍ່​ໄດ້​ສະໜອງຕອບ​ຕໍ່​ຄວາມເປັນ​ຫວ່ງ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການສັນຕິ ພາບ ທີ່​ພາ​ໃຫ້​ທ່ານ​ຕັດສິນ​ໃຈ ​ທີ່​ລາ​ອອກ​ຈາກ​ຕຳ​ແໜ່​ງນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG