ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກກິລາ ໂອລິມປິກຝຣັ່ງ ສາມຄົນ ເສຍຊີວິດ ຍ້ອນເຮືອບິນ ເຮລິຄອບເຕີ ຕຳກັນ


ຜູ້ຊາຍຄົນນຶ່ງຢືນຢູ່ໃກ້ກັບ ບ່ອນໄຟໄໝ້ເຮືຶອບິນເຮລິຄອບເຕີ ຕຳກັນຕົກ ໃກ້ກັບບ້ານ Castelli ແຂວງ La Rioja.
ຜູ້ຊາຍຄົນນຶ່ງຢືນຢູ່ໃກ້ກັບ ບ່ອນໄຟໄໝ້ເຮືຶອບິນເຮລິຄອບເຕີ ຕຳກັນຕົກ ໃກ້ກັບບ້ານ Castelli ແຂວງ La Rioja.

ສິບ​ຄົນ​ເສຍ​ຊີວິດ ຮວມທັງນັກ​ກິລາຝຣັ່ງ​ທີ່​ມີ​ຊື່​ສຽງ​ສາມ​ຄົນຍ້ອນ
ເຮືອບິນ​ເຮ​ລີ​ຄອບເຕີຕຳ​ກັນ ​ໃນ​ຂະນະ​ທີ່​ຖ່າຍ​ທຳລາຍການໂທ
ລະພາບ reality show ທີ່ ​ປະ​ເທດອາເຈັນ​ຕີ​ນາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ສອງ​ລຳ ​ໄດ້​ຕຳ
​ກັນ​ໃນ​ວັນ​ຈັນ​ວານ​ນີ້​ໃນ​ຂະນະ​ທີ່​ຖ່າຍທຳລາຍການໂທລະພາບ

ກ່ຽວກັບການສູ້ຊົນເພື່ອໃຫ້ມີ ຊີວິດລອດຢູ່ໃນປ່າຂອງຊາວຢູ
ໂຣບ ທີ່ຮ້ອງ​ວ່າ “Dropped.” ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ສອງ​ລຳ​ໄດ້
​ຕົກ​ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງLa Rioja ໃກ້​ກັບ​ພູ
Andes.​ ໝົດທັງ 10 ຄົນ ທີ່ຢູ່​ໃນ​ເຮືອບິນ​ໄດ້ເສຍ​ຊີວິດ.

ຮວມຢູ່​ໃນ​ບັນດາ​ຜູ້​ເຄາະ​ຮ້າຍ​ກໍມີນັກ​ກິລາ​ລອຍ​ນຳ້ໂອ​ລິ​ມປິກ ຍານາງ Camille Muffat
ນັກກິລາມວຍໂອ​ລິ​ມປິກ​ ທ່ານ Alexis Vastine ​ແລະແຊມ​ປ້ຽນ​ໂລກ ນັກ​ຂີ່ເຮືອ​ໃບ ທ່ານ
Florence Arthaud ຊຶ່ງທັງ​ໝົດ​ເປັນຄົນ​ສັນຊາດ​ຝຣັ່ງ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ອອກຖະ​ແຫລ​ງການ​ສະ ບັບນຶ່ງ
ໂດຍ​ຮ້ອງການ​ເສຍ​ຊີວິດ​ຄັ້ງ​ນີ້​ວ່າ “​ເປັນ​ການ​ເສົ້າ​ສະ​ລົດ​ໃຈ​ໃຫຍ່ຫຼວງທີ່​ສຸດ.”

ຍານາງ Muffat ອາຍຸ 25 ປີ ​ໄດ້​ຊະນະ​ຫລຽນ​ຄຳ ຫລຽນ​ເງິນ ​ແລະ​ຫລຽນ​ທອງ​ແດງ​ຢູ່​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ປີ 2012 ທີ່​ນະຄອນ​ລອນ​ດອນ. ທ່ານ Vastine ອາຍຸ
28 ປີ ​ໄດ້​ຊະນະ​ຫລຽນ​ທອງ​ແດງ ​ໃນ​ປີ 2008 ທີ່​ນະຄອນ​ປັກ​ກິ່ງ ​ແລະ ທ່ານ Arthaud ​ໄດ້
​ຖືກ​ພິຈາລະນາ​ວ່າ ​ເປັນ​ນຶ່ງ​ໃນ​ ​ບັນດານັກ​ຂີ່​ເຮືອ​ໃບທີ່ດີເດັ່ນທີ່ສຸດຢູ່​ໃນ​ໂລກ.

ຜູ້​ເຄາະ​ຮ້າຍຈາກ​ອຸບັດ​ເຫດ​ແປດ​ຄົນ ​ເປັນຄົນສັນຊາດ​ຝຣັ່ງ ​ແລະ​ນັກ​ບິນ​ເຮ​ລິຄອ​ບ​ເຕີ
​ສ​ອງຄົນ​ເປັນ​ຊາວ​ອາ​ຈັນຕີ​ນາ.

ARGENTINA FRANCE CRASH VO
please wait

No media source currently available

0:00 0:00:49 0:00

XS
SM
MD
LG