ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ເພ່ງເລັງໃສ່ ການຮັກສາ ຄວາມປອດໄພ ໃນເຂດຕ່າງໆ ຫລັງຈາກການໂຈມຕີ ຂອງພວກກໍ່ການຮ້າຍ


یک مرد در حال انتقال تابوت خالی برای حمل جنازۀ یکی از قربانیان حملات انتحاری در جریان تظاهرات جنبش روشنایی، در کابل.
یک مرد در حال انتقال تابوت خالی برای حمل جنازۀ یکی از قربانیان حملات انتحاری در جریان تظاهرات جنبش روشنایی، در کابل.

ປະທານາທິບໍດີ Francois Hollande ​ແຫ່ງ​ປະ​ເທດ​ຝຣັ່ງ
ກຳລັງ​ພົບ​ປະ​ກັບ​ຄະນະ​ລັດຖະບານ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້​ນີ້
​ໃນ​ຂະນະ​ທີ່​ຝຣັ່ງ​ເພ່ງ​ເລັງ​ໃສ່​ການ​ເອົາ​ມາດ​ຕະການ​ຕ່າງໆ​
ດ້ານ​ຄວາມ​ປອດ​ໄພ ຫຼັງ​ຈາກ​ການໂຈມ​ຕີ​ທີ່ອັນຕະລາຍ​ເຖິງ​
ຕາຍ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ນະຄອນຫຼວງ​ປາຣີ​ໃນ​ສັບປະ
ດາ​ແລ້ວ​ນີ້.

ປະຊາ​ຄົມນາໆ​ຊາດ ​ໄດ້​ສະ​ເໜີ​ໃຫ້ການ​ສະ​ໜັບສະ​ໜຸນ​ທີ່​ຫລັ່ງ​ໄຫຼ​ມາ ນັບ​ຕັ້ງແຕ່​ພວກ​ມື​ປືນ​ໄດ້​ສັງຫານ​ປະຊາຊົນ 17 ຄົນ​ໃນ​ຊ່ວງ​ເວລາ 3 ມື້​ໃນນະຄອນຫຼວງ​ຂອງຝຣັ່ງນັ້ນ.

ບັນດາ​ຜູ້ນຳ​ຂອງ​ໂລກ​ຫຼາຍ​ກວ່າ 40 ທ່ານ​ໄດ້ໄປຮ່ວມ​ກັບ​ທ່ານ Hollande ພ້ອມ​ກັບ​ພວກ​ປະຊາຊົນ​ຈຳນວນ 1 ລ້ານ 6 ​ແສນຄົນປະກອບສ່ວນ​ໃນ​ການໂຮມ​ຊຸມນຸມ​ຄັ້ງ​ໃຫຍ່​ເພື່ອ​ສະ​ແດງ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ໃນ​ວັນ​ອາທິດ​ວານ​ນີ້​ທີ່​ປາຣີ.

ກຸ່ມ​ຜູ້ນຳ​ເຫຼົ່າ​ນີ້ ​ແມ່ນ​ຮວມທັງ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະ
ມັນ ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທ່ານ Sergei Lavrov ລັດຖະ
ມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ
​ແອ​ລ ​ແລະປະທານາທິບໍດີ Mahmoud Abbas ​ແຫ່ງ​ອຳນາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌.

ການ​ໂຮມ​ຊຸມນຸມ​ຄ້າຍຄື​ກັນ​ນີ້ ​ໄດ້​ມີ​ຂຶ້ນ​ໃນ​ພາກສ່ວນອື່ນໆ​ອີກ​ໃນ​ຝຣັ່ງ ຕະຫຼອດ​ທັງ​ໃນ​
ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ ນຳ​ເອົາພວກ​ເດີນ​ຂະ​ບວນ ລົງສູ່​ຖະໜົນ​ສາຍ​ຕ່າງໆ​ໃນ​ນະຄອນ Berlin, Brussels, Istanbul ​ແລະ​Madrid.

franceterror12january15
please wait

No media source currently available

0:00 0:03:09 0:00

XS
SM
MD
LG