ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກຂ່າວຝຣັ່ງ 2 ຄົນ ຖືກສັງຫານ ໃນປະເທດ ມາລີ (ວີດີໂອ)


ນັກຂ່າວຊາວຝຣັ່ງ ສອງຄົນ ທີ່ຖືກສັງຫານ ໃນປະເທດມາລີ
ນັກຂ່າວຊາວຝຣັ່ງ ສອງຄົນ ທີ່ຖືກສັງຫານ ໃນປະເທດມາລີ
ລັດຖະບານ​ມາລີ ​ໄດ້​ປະນາມ​ການ​ສັງຫານ​ນັກ​ຂ່າວ​ຊາວ​ຝຣັ່ງສອງ​ຄົນ ທີ່​ຖືກ​ລັກ​ພາ​ຕົວ​ໄປ​ໃນ​ເຂດ​ພາກ​ເໜືອ​ຂອງ​ປະ​ເທດ.

ທ່ານ Mahamane Baby ​ໂຄສົກ​ລັດຖະບານ​ມາລີ ​ເວົ້າ​ວ່າ ລັດຖະບານ ​ໄດ້​ປະນາມ​ພຶດຕິ​ກໍາ​ນັ້ນ​ວ່າ “​ໂຫດ​ຮ້າຍ​ປ່​າ​ເຖື່ອນແລະ​ຂີ້​ຂາດຕາຂາວ”​ ຊຶ່ງ​ ເປັນຄໍາ​ປະນາມ​ທີ່ຮຸນ​ແຮງ​ທີ່​ສຸດ.

ກ່ອນ​ໜ້າ​ນີ້ ທ່ານ Francois Holland ປະທານາທິບໍດີ​ຝຣັ່ງ ​ໄດ້​ເອີ້ນ ການ​ສັງຫານ​ນັ້ນ​ວ່າ ຊົ່ວຮ້າຍ ​ແລະ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈຫຼາຍທີ່​ສຸດ ຫຼັງຈາກ​ການ​ສັງ​ຫານ​ດັ່ງກ່າວ ໄດ້​ຮັບ​ການ​ຢືນຢັນ.

ພວກ​ມື​ປືນ ບໍ່ໍຊາບ​ຝ່າຍ ​ໄດ້​ລັກ​ພາ​ຕົວ​ນັກ​ຂ່າວ​ຍິງ ​ແລະ​ນັກ​ຂ່າວ​ຊາຍ ບໍ່​ດົນຫຼັງຈາກ​ພວກ​ເຂົາ​ເຈົ້າເສັດ​ການສໍາພາດ ​ເຈົ້າໜ້າ​ທີ່​ຄົນ​ນຶ່ງຂອງຂະ​ບວນ ການເຄື່ອນໄຫວ​ແຫ່ງ​ຊາດ​ ເພື່ອ​ປົດ​ປ່ອຍ​ Azawad ຫຼື MNLA ຊຶ່ງ​ເປັນ​ກຸ່ມ​ແ​ບ່ງ​ແຍກ​ດິນແດນ ​ໃນ​ເມືອງ Kidal ທາງ​ພາກ​ເໜືອ​ຂອງ​ມາລີ.

ທ່ານ Christophe Deloire ຜູ້​ອໍ​ານວຍ​ການບໍລິຫານ​ ກຸ່ມ​ນັກ​ຂ່າວ​ບໍ່​ມີ ພົມ​ແດນ ຫຼື Reporters Without Borders ​ເວົ້າ​ວ່າ ພວກ​ນັກ​ຂ່າວ ສອງ​ຄົນ​ດັ່ງກ່າວ ຖືກ​ຈັບ​ໂດຍ​ຊາຍສະກັນ​ສີ່​ຄົນ ທີ່​ບັງຄັບ​ໃຫ້​ພວກ​ເຂົາ​ ​ເຈົ້າຂຶ້ນລົດ​ກະບະ. ທ່ານ​ເວົ້າ​ຕໍ່​ໄປ​ວ່າ ຫຼັງຈາກ​ນັ້ນ​ພວກ​ລັກ​ພາ​ຕົວ ​ໄດ້​ຂັບ ລົດ​ອອກ​ໄປ​ປະມານ 15 ກິໂລ​ແມັດ ຫ່າງ​ຈາກໃຈກາງ​ເມືອງ Kidal ​ແລະ​ກໍ​ເອົາໄດ້​ຍິງ​ພວກ​ນັກ​ຂ່າວ​ຫຼາຍສິບ​ລູກ.

ນັກ​ຂ່າວວີ​ໂອ​ເອ ​ພາກ​ພາສາຝຣັ່ງ​ໄປ​ຍັງ​ອາ​ຟຣິກາ ​ໃນ​ເມືອງ Kidal ​ເວົ້າ​ວ່າ ທະຫານ​ຝຣັ່ງ ​ໄດ້​ໃຊ້​ເຮືອບິ​ນ ​Helicopter ອອກ​ທໍາ​ການຕາມ​ລ່າຫາພວກ ລັກ​ພາ​ຕົວ.

ນັກ​ຂ່າວ​ສອງ​ຄົນ​ທີ່ເສຍ​ຊີວິດ​ໄປ​ນັ້ນ ​ເຮັດ​ວຽກ​ປະ​ຈໍາ​ວິທະຍຸ​ຝຣັ່ງສາກົນ ຫຼື RFI.

(ເບິ່ງວີດີໂອ)

Mali Kidnap
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG