ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊິ້ນສ່ວນ ຂອງເຮືອບິນ EgyptAir ຖືກພົບເຫັນ ຢູ່ຝັ່ງທະເລອີຈິບ


ຮູບວິດີໂອ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຈິບ ຢູ່ ທະເລ Mediterranean.
ຮູບວິດີໂອ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຈິບ ຢູ່ ທະເລ Mediterranean.

ກອງ​ທັບ​ອີ​ຈິບ​ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ຊິ້ນ​ສ່ວນຂອງເຮືອບິນ​ EgyptAir ທີ່ຕົກປະມານ 300 ກິ​ໂລ​ແມັດ​ ທາງ​ພາ​ກ​ເໜືອ​ຂອງ​ເມືອງ Alexandria ​ໃນ​ທະ​ເລ Mediterranean.

ນາຍ​ພົນ​ຈັດຕະວາ Mohammed Samir ​ໂຄສົກ​ກອງທັບ​ອີ​ຈິບ ກ່າວ​ຢູ່​ໃນ​ຖະ​ແຫລ​ງ ການທີ່​ນຳ​ອອກ​ເຜີຍ​ແຜ່​ທາງ facebook ຂອງ​ທ່ານ ​ໃນ​ວັນສຸກ​ມື້​ນີ້​ວ່າ “ບັນດາສິ່ງ​ຂອງ ​ສ່ວນ​ໂຕຂອງ​ຜູ້​ໂດຍສານ​ແລະ​ຊິ້ນ​ສ່ວນຂອງຊາກ​ເຮືອບິນ” ໄດ້ພົບເຫັນຟູຢູ່ເທິງໜ້ານໍ້າ.

ຕຳຫລວດທີ່ໃຊ້ໝາ ກຳລັງລາດຕະເວນຢູ່ເດິ່ນເຮືອບິນ Charles de Gaulle ທີ່ນະຄອນຫລວງ Paris ປະເທດ France ວັນທີ 19 ພຶດສະພາ 2016.
ຕຳຫລວດທີ່ໃຊ້ໝາ ກຳລັງລາດຕະເວນຢູ່ເດິ່ນເຮືອບິນ Charles de Gaulle ທີ່ນະຄອນຫລວງ Paris ປະເທດ France ວັນທີ 19 ພຶດສະພາ 2016.

ຄະນະຊອກຄົ້ນກຳລັງຊອກຫາຢູ່ໃນທະເລ Mediterranean ຊາກລຳ​ໂຕ​ຂອງ​ເຮືອບິນ​ໂດຍ​ສານ​ອາຍ​ພົ່ນ ຂອງສາຍການບິນ EgyptAir ທີ່ໄດ້ຕົກລົງ ສູ່ທະເລ ໃນວັນພະຫັດ ວານນີ້ ຂະນະທີ່ພວມ​ຈະ​ໄປເຖິງນະຄອນ Cairo ​ໃນ​ຖ້ຽວບິນຈາກນະຄອນ Paris. ໃນ ຕອນເຊົ້າວັນສຸກມື້ນີ້ ນັກສືບສວນຝຣັ່ງສາມຄົນແລະຜູ້ຊ່ຽວຊານດ້ານເທັກນິກ ຈາກບໍລິ ສັດ Airbus ໄດ້ໄປເຖິງນະຄອນ Cairo ເພື່ອຊ່ວຍໃນການສືບສວນ.

ອີຈິບ ແລະກຣິສໄດ້ສົ່ງພວກເຮືອບິນ ແລະກຳປັ່ຫລາຍ​ລຳ ນອອກໄປຊອກຫາເຮືອບິນ ທີ່ຫາຍສາບສູນໄປນັ້ນ ແລະຄະນະ​ສືບ​ສວ​ນຝຣັ່ງຄາດວ່າຈະເຂົ້າຮ່ວມ ການຊອກຄົ້ນ ຫາດັ່ງກ່າວ. ສະຫະລັດໄດ້ສົ່ງເຮືອບິນສັງເກດການໄປຊ່ວຍໃນການຊອກຫາ.

ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault.
ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault.

ເຮືອບິນອາຍພົ່ນ Airbus ພ້ອມດ້ວຍຜູ້ໂດຍສານ 66 ຄົນທີ່ຢູ່ໃນເຮືອບິນ ໄດ້ຫາຍສາບ
ສູນຈາກເຣດ້າໃນວັນພະຫັດວານນີ້ບໍ່ດົນປານໃດຫຼັງຈາກໄດ້ບິນເຂົ້າເຂດນ່ານຟ້າອີຈິບ ​ໃນ​ລະຫວ່າງ​ຖ້ຽວບິນສີ່ຊົ່ວໂມງຈາກຝຣັ່ງ.

ລັດຖະມົນຕີຕ່າງປະເທດຝຣັ່ງ ໃນວັນສຸກມື້ນີ້ ໄດ້ປະຕິເສດຕໍ່​ການ​ໃຫ້​ຄວາມ​ເຫັນຢ່າງ​ ກວ້າງຂວາງ​ຂອງ​ຜູ້ຄົນ ທີ່ໄດ້​ຖິ້ມ​ໂທດ​ໃສ່​ພວກກໍ່ການຮ້າຍກ່ຽວ​ກັບ​ການ​ຕົກຂອງ​ເຮືອ ບິນ ສາຍການບິນ EgyptAir ໂດຍກ່າວວ່າ “ຍັງ​ບໍ່​ມີ​ຮ່ອງຮອຍ ​ທີ່ແນ່ນອນ​ເທື່ອວ່າ” ແມ່ນຫຍັງເຮັດໃຫ້ເຮືອບິນຕົກ.

ບັນດາຄອບຄົວຜູ້ໂດຍສານ ຢູ່ນອກຫ້ອງການສາຍການບິນ EgyptAir ທີ່ນະຄອນ Cairo ປະເທດ Egypt, ວັນທີ 19 ພຶດສະພາ, 2016.
ບັນດາຄອບຄົວຜູ້ໂດຍສານ ຢູ່ນອກຫ້ອງການສາຍການບິນ EgyptAir ທີ່ນະຄອນ Cairo ປະເທດ Egypt, ວັນທີ 19 ພຶດສະພາ, 2016.

ທ່ານ Jean-Marc Ayrault ກ່າວຕໍ່ໂທລະພາບຝຣັ່ງວ່າ “ພວກເຮົາກຳລັງເບິ່ງ ​ໄປ​ຍັງ​ທຸກຢ່າງທີ່ອາດເປັນໄປໄດ້ ແຕ່ວ່າຍັງບໍ່ມີຫຍັງຄັກ​ແນ່ ​ທີ່​ຈະ​ລົງ​ຄວາມ​ເຫັນໄດ້ເພາະວ່າ ເຮົາຍັງ​ບໍ່​ທັນມີ​ຮ່ອງຮອຍແນ່ນອນ​ເທື່ອກ່ຽວ​ກັບສາເຫດທີ່​ພາ​ໃຫ້​ເຮືອບິນ​ຕົກ.”

ເສັ້ນທາງຖ້ຽວບິນ EgyptAir 804.
ເສັ້ນທາງຖ້ຽວບິນ EgyptAir 804.

ຢູ່ໃນນະຄອນ Cairo ລັດຖະມົນຕີການບິນອີ​ຈິບ ທ່ານ Sherif Fathy ກ່າວ​ວ່າ ຝຣັ່ງຈະ ເປັນຜູ້ຮັບຜິດຊອບກ່ຽວ​ກັບ​ຄວາມ​ບົກ​ຜ່ອງ​ທາງດ້ານຄວາມປອດໄພ​ໃດໆ​ກໍ​ຕາມຖ້າຫາກ ການກໍ່ການຮ້າຍ ຫາກພົບເຫັນວ່າ ເປັນສາເຫດທີ່​ພາໃຫ້ເຮືອບິນຕົກ. ທ່ານຍັງໄດ້​ໃຫ້ທິດ ສະ​ດີອີກວ່າ ການກໍ່ການຮ້າຍ​ແມ່ນ​ເປັນ​ໄປໄດ້ສູງກວ່າບັນຫາດ້ານເຄຶ່ອງຈັກ ທີ່ອາດເປັນ ສາເຫດພາ​ໃຫ້ເຮືອບິນຕົກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Egypt Air
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG