ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍາລັງທະຫານຝຣັ່ງ ເຂົ້າຄວບຄຸມ ທາງເຂົ້າສູ່ Timbuktu ໄດ້ແລ້ວ (ສະໄລດ໌)


ຄົນຢ່າງຜ່ານປ້າຍ ທີ່ໝາຍສະຖານທີ່ມູນມໍລະດົກໂລກ ທີ່ເມືອງ Timbuktu ຂອງມາລີ.
ຄົນຢ່າງຜ່ານປ້າຍ ທີ່ໝາຍສະຖານທີ່ມູນມໍລະດົກໂລກ ທີ່ເມືອງ Timbuktu ຂອງມາລີ.
ທີ່ປະເທດມາລີ ​ກໍາລັງ​ທະຫານ​ຝຣັ່ງ ​ໄດ້ເຂົ້າ​ຄວບ​ຄຸມ​ເດີ່ນ​ບິນ
​ແລະ​ຖະໜົນ​ຫົນທາງ​ສາຍຕ່າງໆ ທີ່ເນ່ງໄປ​ສູ່​ເມືອງເກົ່າແກ່
Timbuktu ໃນການສືບ​ຕໍ່​ປະ​ຕິ​ບັດ​ງານ​ຂັບ​ໄລ່ ພວກ​ຫົວຮຸນ
ແຮງອິສລາມ ​ທີ່​ໄດ້​ຄວບ​ຄຸມພາກ​ເໜືອ​ຂອງ ມາລີ ມາ​ເປັນ
ເວລາ​ຫລາຍ​ເດືອນ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ກ່າວໃນ​ວັນ​ຈັນ​ນີ້ວ່າ ພວກ​ທະຫານ
ໂຕນ​ຈ້ອງ ​ແລະ​ກໍາລັງ​ພາກພື້ນດິນ ທີ່ສະໜັບສະໜຸນ​ໂດຍ​ເຮືອ
ບິນ​ເຮ​ລີ​ຄອບ​ເຕີ ​ໄດ້​ເຂົ້າຍຶດເອົາ​ທາງ​ເຂົ້າ​ໄປ​ສູ່​ເມືອງ​ ໃນ​ຕອນ​
ກາງຄືນວັນອາທິດ.

ອົງການວັດທະນະທໍາ UNESCO ​ຂອງສະຫະ​ປະ​ຊາ​ຊາດ ໄດ້ຈັດ ​ເມືອງ Timbaktu ເຂົ້າໃນບັນຊີລາຍຊື່ເມືອງ​ມູນ​ທໍລະ​ດົກ​ໂລກ ຍ້ອນ ວັດວາ ແລະ​ບ່ອນ​ສັກກາລະບູຊາອັນ​ເກົ່າ​ແກ່ ທີ່ບາງ​ບ່ອນ​ແມ່ນສ້າງຂຶ້ນ ຂື້ນໃນສັດຕະວັດ​ທີ 15. ​ແຕ່ ກຸ່ມ​ຫົວຮຸນແຮງອິສລາມ Ansar Dine ຖືວ່າ ສະຖານທີ່ເຫລົ່ານັ້ນເປັນ​ບ່ອນ​ໜິ່ນ​ປະ​ໝາດຕໍ່ສາສະໜາອິສລາມ ​ແລະ​ພວກ​ເຂົາ​ໄດ້​ທໍາລາຍ​ສຸສານ​ ຈໍານວນ​ນຶ່ງ​ຢູ່ໃນ​ເມືອງ.

ເຈົ້າ​ເມືອງໆ Timbaktu ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ​ອິສລາມ​ທີ່​ຫລົບໜີ​ໄປ​ຈາກ​ເມືອງ ​ໄດ້​ເອົາ​ໄຟ​ຈູດ​ຫ້ອງ​ສະມຸດ​ແຫ່ງ​ນຶ່ງ ບ່ອນເກັບມ້ຽນບົດ​ຂຽນ​ປະຫວັດສາດ​ຫລາຍ​ຮ້ອຍ​ຫົວ.

​ເມືອງ Timbuktu ຕັ້ງ​ຢູ່ 300 ກິ​ໂລ​ແມດ ທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງ Gao ບ່ອນ​ທີ່​ກໍາລັງທະຫານ​ຝຣັ່ງ ​ແລະມາລີ ​ໄດ້ເຂົ້າ​ຍຶດ​ເອົາ​ຄືນ​ ໃນ​ວັນ​ເສົາ ຈາກ​ພວກ​ອິສລາ​ມຫົວຮຸນແຮງ ທີ່​ພາກັນ​ປົບໜີ ​ໄປ ໂດຍ​ບໍ່​ໄດ້​ມີ​ການຕໍ່ຕ້ານ​.

ຊາວເມືອງ​ພາກັນ​ຫລີ້ນ​ດົນຕີ​ຢູ່​ຕາມ​ ຖະໜົນ​ຫົນທາງ ຟ້ອນ ດູດ​ຢາ ​ແລະ​ນຸ່ງ​ເຄື່ອງຊາວ​ຕາ​ເວັນ​ຕົກ ​ໃນ​ວັນ​ອາທິດວານນີ້ ​ເພື່ອ​ສະຫລອງ​ມື້​ທໍາອິດໝົດມື້​ຂອງ​ເຂົ້າ​ເຈົ້າ ໃນ​ເວລາ​ຫລາ​ຍໆເດືອນ ທີ່ປາດສະຈາກ​ກົດໝາຍ​ອິສລາ​ມອັນເຄ່ງຄັດ ທີ່​ພວກ​ກະບົດ​ບັງ​ຄັບໃຫ້​ໃຊ້ນັ້ນ​.

XS
SM
MD
LG