ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຝ່າຍຄ້ານຝຣັ່ງ ຂວາຈັດ ຈະໄດ້ຮັບຜົນປະໂຫຍດ ໃນການເລືອກຕັ້ງ ຮອບທຳອິດ


ຜູ້ນຳພັກແນວໂຮມແຫ່ງຊາດຝຣັ່ງ (French National Front) ແລະ ຜູ້ລົງສະມັກເລືອກຕັ້ງ ທ່ານນາງ Marine Le Pen ທີ່ເກັບກຳເອົາບັດລົງຄະແນນສຽງ ພວມໄປເຖິງ ໜ່ວຍປ່ອນບັດ ໃນລະຫວ່າງການເລືອກຕັ້ງ ຮອບທຳອິດ ໃນຂົງເຂດຂອງທ້ອງຖິ່ນ ໃນເມືອງ Henin-Beaumont, ປະເທດຝຣັ່ງ, ວັນທີ 6 ທັນວາ 2015.
ຜູ້ນຳພັກແນວໂຮມແຫ່ງຊາດຝຣັ່ງ (French National Front) ແລະ ຜູ້ລົງສະມັກເລືອກຕັ້ງ ທ່ານນາງ Marine Le Pen ທີ່ເກັບກຳເອົາບັດລົງຄະແນນສຽງ ພວມໄປເຖິງ ໜ່ວຍປ່ອນບັດ ໃນລະຫວ່າງການເລືອກຕັ້ງ ຮອບທຳອິດ ໃນຂົງເຂດຂອງທ້ອງຖິ່ນ ໃນເມືອງ Henin-Beaumont, ປະເທດຝຣັ່ງ, ວັນທີ 6 ທັນວາ 2015.

ຊາວຝຣັ່ງຜູ້ມີສິດອອກສຽງ ກຳລັງພາກັນໄປຍັງໜ່ວຍເລືອກຕັ້ງ
ຕ່າງໆ ໃນວັນອາທິດມື້ນີ້ ເພື່ອເລືອກເອົາບັນດາຜູ້ນຳ ໃນຂົງເຂດ
ຕ່າງໆ ຂອງປະເທດ ໃນອັນທີ່ຄາດກັນວ່າ ຈະໄດ້ຮັບຜົນປະໂຫຍດ
ໂດຍພັກຫົວນິຍົມຂວາຈັດ ທີ່ສ່ວນໃຫຍ່ແລ້ວ ເປັນພັກທີ່ຕໍ່ຕ້ານ
ອິສລາມ.

ການເລືອກຕັ້ງມີຂຶ້ນ ໃນຂະນະທີ່ ປະເທດຝຣັ່ງຍັງຄົງ ຢູ່ພາຍໃຕ້
ການຮັກສາຄວາມປອດໄພ ທີ່ເຄັ່ງຄັດ ຫຼັງຈາກການໂຈມຕີກໍ່ການ
ຮ້າຍຫຼາຍບັ້ນ ໃນນະຄອນຫຼວງປາຣີ ເມື່ອເດືອນພະຈິກຜ່ານມາ
ທີ່ໄດ້ເຮັດໃຫ້ມີ 130 ຄົນເສຍຊີວິດນັ້ນ.

ມີການຄາດຄະເນຢ່າງກວ້າງຂວາງ ວ່າ ພັກແນວໂຮມແຫ່ງຊາດ National Front ຫຼື NF
ຫົວນິຍົມຂວາຈັດ ທີ່ຕໍ່ຕ້ານການຮັບເອົາຄົນເຂົ້າເມືອງ ຈະໄດ້ຮັບຜົນປະໂຫຍດທາງດ້ານ
ການເມືອງ ຫຼາຍກວ່າ ພັກສັງຄົມນິຍົມ ທີ່ປົກຄອງຢູ່ໃນປັດຈຸບັນ.

ການຈັດລະດັບຄວາມເພິ່ງພໍໃຈສ່ວນຕົວຂອງຊາວຝຣັ່ງ ຕໍ່ປະທານາທິບໍດີຝຣັ່ງ ທ່ານຟຣັງຊົວສ໌ ໂອລລັງດ໌ ແມ່ນໄດ້ເພີ້ມສູງຂຶ້ນ ຍ້ອນຈຸດຢືນຂອງແນວທາງທີ່ແຂງແກ່ນ ຕັ້ງແຕ່ມີການໂຈມຕີກໍ່ການຮ້າຍຫຼາຍບັ້ນ ແຕ່ການຈັດລະດັບພັກຂອງທ່ານນັ້ນ ຍັງຄົງຕ່ຳຢູ່.

ລະດັບຄວາມເຊື່ອຖືຂອງພັກ FN ໄດ້ເພີ້ມສູງຂຶ້ນ ນັບຕັ້ງແຕ່ເກີດການໂຈມຕີ ໃນນະຄອນ
ປາຣີ. ບັນດາຜູ້ນຳພັກແນວໂຮມ ໄດ້ເຊື່ອມໂຍງການກໍ່ການຮ້າຍ ໃສ່ກັບການຮັບເອົາຄົນ
ເຂົ້າເມືອງຕະຫລອດມາ.

ການເລືອກຕັ້ງຮອບສອງ ກຳນົດວ່າ ຈະມີຂຶ້ນ ໃນວັນອາທິດ ສັບປະດາໜ້າ.

France Elections
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG