ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ ຝຣັ່ງ ສະໜັບສະໜູນ ການຫ້າມນຸ່ງຊຸດ ລອຍນຳ້ Burkini


ນາງ Nissrine Samali, ອາຍຸ 20 ປີ, ຍ່າງລົງທະເລນຸ່ງ
ຊຸດປະເພນີ ສາສະໜາ ອິສລາມ ໃນເມືອງ Marseille, ພາກໃຕ້ຂອງ ຝຣັ່ງ.
ນາງ Nissrine Samali, ອາຍຸ 20 ປີ, ຍ່າງລົງທະເລນຸ່ງ ຊຸດປະເພນີ ສາສະໜາ ອິສລາມ ໃນເມືອງ Marseille, ພາກໃຕ້ຂອງ ຝຣັ່ງ.

ໄອຍາການ ຝຣັ່ງ ຄົນໜຶ່ງໄດ້ປະຕິເສດຄວາມຮຽກຮ້ອງໂດຍກຸ່ມຊາວມຸສລິມກຸ່ມໜຶ່ງໃນ ວັນເສົາວານນີ້ ເພື່ອໃຫ້ຍົກເລີກຫ້າມຊຸດລອຍນ້ຳ Burkinis ເຊິ່ງເປັນຊຸດລອຍນ້ຳເຕັມ ຕົວ, ປົກຄຸມຈາກຫົວລົງມາ ນຸ່ງໂດຍພວກແມ່ຍິງມຸສລິມໃນສະທາລະນະ.

ໃນເມືອງ Cannes ທາງພາກໃຕ້ຂອງປະເທດ ຝຣັ່ງ ໄດ້ມີການຫ້າມຊຸດລອຍນ້ຳເຕັມຕົວ ໂດຍສະເພາະເຈາະຈົງໃນຫາດຊາຍຂອງພວກເຂົາເຈົ້າໃນວັນສຸກທີ່ຜ່ານມາ, ເຊິ່ງອ້າງ ເຖິງຄວາມເປັນຫ່ວງ ກ່ຽວກັບ ລະບຽບທາງສັງຄົມ.

ໃນເດືອນທີ່ຜ່ານມາ, ຜູ້ປົກຄອງເມືອງ Cannes ທ່ານ Davis Lisnard ໄດ້ກ່າວວ່າ ຄົນ ທີ່ໄປຫາດຊາຍຈະຖືກຫ້າມບໍ່ໃຫ້ເຂົ້າຖ້າ “ໃສ່ຊຸດລອຍນ້ຳທີ່ບໍ່ຖືກຕ້ອງ,” ຫຼື ຜູ້ທີ່ບໍ່ “ເຄົາ ລົບຕາມປະເພນີ ແລະ ແຍກສາສະໜາ.”

ທ່ານ Sefen Guez Guez ໄອຍະການສຳລັບກຸ່ມຕໍ່ຕ້ານໂຣກຢ້ານສາສະໜາອິສລາມ ໃນ ຝຣັ່ງ ໄດ້ກ່າວວ່າ ທ່ານຈະອຸທອນການຕັດສິນຂອງໄອຍາການໃນວັນເສົາວານນີ້ ຕໍ່ ສະພາຂອງລັດ, ເຊິ່ງເປັນອົງກອນບໍລິຫານສູງສຸດຂອງປະເທດ.

ການຫ້າມນຸ່ງຊຸດລອຍນ້ຳ Burkinis ກ່າວວ່າ “ຊຸດລອຍນ້ຳ “ບົ່ງບອກເຖິງສາສະໜາໃນ ທາງທີ່ສະແດງອອກໂພດ, ໃນຂະນະທີ່ ຝຣັ່ງ ແລະ ສະຖານທີ່ທາງສາສະໜາຂອງ ພວກເຂົາເຈົ້າ ປະຈຸບັນນີ້ໄດ້ຕົກເປັນເປົ້າໝາຍຂອງການໂຈມຕີກໍ່ການຮ້າຍ, ມັນອາດ ສ້າງຄວາມສ່ຽງ ກ່ຽວກັບ ບັນຫາຕໍ່ລະບຽບທາງສັງຄົມ.”

ທຸກໆຄົນທີ່ດູໝິ່ນກົດລະບຽບດັ່ງກ່າວ, ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 31 ສິງຫານີ້ອາດ ຖືກປັບໄໝເປັນເງິນປະມານ 42 ໂດລາ.

ສວນນ້ຳເອກະຊົນທີ່ຕັ້ງຢູ່ໃກ້ກັບເມືອງ Marseille ເຊິ່ງເປັນເມືອງທ່າເຮືອ ເມດີເຕເຣແນ ໃນຕົ້ນສັບປະດານີ້ໄດ້ຍົກເລີກການໃສ່ຊຸດລອຍນ້ຳ Burkini ໜຶຶ່ງມື້ຫຼັງຈາກມັນໄດ້ຖືກວິ ຈານກັນສຳລັບກໍລະນີທີ່ໄດ້ກ່າວມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຮູບນີ້ໄດ້ຖືກເປີດເຜີຍເມື່ອບໍ໋ດົນມານີ້ໂດຍບໍລິສັດຈຳໜ່າຍເສື້ອຜ້າ Marks and Spencer ໃນວັນທີ 8 ເມສາ 2016 ໄດ້ສະແດງໃຫ້ເຫັນນາງແບບນຸ່ງຊຸດລອຍນ້ຳເຕັມຕົວ ຫຼື Burkini.
ຮູບນີ້ໄດ້ຖືກເປີດເຜີຍເມື່ອບໍ໋ດົນມານີ້ໂດຍບໍລິສັດຈຳໜ່າຍເສື້ອຜ້າ Marks and Spencer ໃນວັນທີ 8 ເມສາ 2016 ໄດ້ສະແດງໃຫ້ເຫັນນາງແບບນຸ່ງຊຸດລອຍນ້ຳເຕັມຕົວ ຫຼື Burkini.

XS
SM
MD
LG