ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ສະໜັບສະໜູນພັກອະນຸລັກນິຍົມ ຝຣັ່ງ ລົງຄະແນນສຽງ ໃນການເລືອກຕັ້ງຂັ້ນຕົ້ນ


ຜູ້ສະໜັບສະໜູນຄົນໜຶ່ງ ຍົກທຸ' ຝຣັ່ງ ຂຶ້ນ ໃນເວລາທີ່ທ່ານ Nicolas Sarkozy, ອະດີດຫົວໜ້າພັກ Les Republicains ແລະ ຜູ້ລົງແຂ່ງຂັນການເລືອກຕັ້ງຂັ້ນ ຕົ້ນເອົາຕຳແໜ່ງປະທາ
ນາທິບໍດີ ສຳລັບພັກການເມືອງນິຍົມກາງຂວາຂອງ ຝຣັ່ງ ເຂົ້າ
ຮ່ວມໃນການຊຸມນຸມໂຄສະນາຫາສຽງໃນເມືອງ Nimes, ປະເທດ ຝຣັ່ງ, 18 ພະຈິກ, 2016.
ຜູ້ສະໜັບສະໜູນຄົນໜຶ່ງ ຍົກທຸ' ຝຣັ່ງ ຂຶ້ນ ໃນເວລາທີ່ທ່ານ Nicolas Sarkozy, ອະດີດຫົວໜ້າພັກ Les Republicains ແລະ ຜູ້ລົງແຂ່ງຂັນການເລືອກຕັ້ງຂັ້ນ ຕົ້ນເອົາຕຳແໜ່ງປະທາ ນາທິບໍດີ ສຳລັບພັກການເມືອງນິຍົມກາງຂວາຂອງ ຝຣັ່ງ ເຂົ້າ ຮ່ວມໃນການຊຸມນຸມໂຄສະນາຫາສຽງໃນເມືອງ Nimes, ປະເທດ ຝຣັ່ງ, 18 ພະຈິກ, 2016.

ບັກດາຫົວອະນຸລັກນິຍົມ ຝຣັ່ງ ກຳລັງອອກໄປລົງຄະແນນສຽງໃນວັນອາທິດມື້ນີ້, ໃນການ ເລືອກຕັ້ງຂັ້ນຕົ້ນທົ່ວປະເທດ ເພື່ອເລືອກເອົາຜູ້ຖືກສະເໜີຊື່ຂອງພວກເຂົາເຈົ້າ ສຳລັບ ການເລືອກຕັ້ງປະທານາທິບໍດີໃນປີໜ້າ, ຫຼັງຈາກການໂຄສະນາຫາສຽງໄດ້ສະແດງໃຫ້ ເຫັນຄວາມເປັນຫ່ວງ ກ່ຽວກັບ ການຫຼັ່ງໄຫຼຂອງພວກຍົກຍ້າຍຖິ່ນຖານເຂົ້າໃນ ຢູໂຣບ ແລະ ການໂຈມຕີກໍ່ຄວາມເສຍຫາຍຫຼາຍຄັ້ງຂອງພວກ ຈີຮາດ ໃນ ຝຣັ່ງ.

ຫຼັງຈາກຄວາມຕົກໃຈຢ່າງແຮງ ໃນການລົງຄະແນນສຽງ “Brexit” ຂອງ ອັງກິດ ແລະ ໄຊ ຊະນະໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ຂອງທ່ານ Donald Trump, ການ ລົງຄະແນນສຽງປະທະນາທິບໍດີ ຝຣັ່ງ ແມ່ນກຳລັງກາຍເປັນການທົດສອບອີກຄັ້ງໜຶ່ງຂອງ ຄູ່ແຂ່ງຂັນ ລະຫວ່າງ ພັກການເມືອງທີ່ສຳຄັນ ແລະ ພັກປະຊາທິປະຕິໄຕທີ່ກຳລັງເຕີບໂຕ ຂຶ້ນ.

ຜູ້ລົງແຂ່ງຂັນ 8 ຄົນແມ່ນກຳລັງແຂ່ງຂັນກັນໃນວັນອາທິດມື້ນີ້ ໃນການເລືອກຕັ້ງຂັ້ນຕົ້ນ ຮອບທຳອິດ ດ້ວຍອະດີດປະທານາທິບໍດີ ອາຍຸ 61 ປີທ່ານ Nicolas Zarkozy ແລະ ອະ ດີດນາຍົກລັດຖະມົນຕີ ອາຍຸ 62 ປີທ່ານ Francois Fillon, ແລະ ທ່ານ Alain Juppe ອາຍຸ 75 ປີເປັນຜູ້ນຳໜ້າການແຂ່ງຂັນ.

ຜູ້ລົງແຂ່ງຂັນທີ່ໄດ້ຮັບການຈັບຕາເບິ່ງຢ່າງໃກ້ຊິດແມ່ນທ່ານ Marine Le Pen ຫົວອະນຸ ລັກນິຍົມຈັດ, ເຊິ່ງການກ່າວວິຈານ ກ່ຽວກັບ ຜູ້ຍົກຍ້າຍຖິ່ນຖານ ແລະ ການປະຕິບັດຂອງ ຊາວ ມຸສລິມ ໄດ້ສະທ້ອນໃຫ້ເຫັນໃນຈິດໃຈຜູ້ລົງຄະແນນສຽງຫຼາຍຄົນ.

ນີ້ແມ່ນການເລືອກຕັ້ງຂັ້ນຕົ້ນຄັ້ງທຳອິດ ທີ່ຖືກຈັດຂຶ້ນໂດຍພວກອະນຸລັກນິຍົມຂອງ ຝຣັ່ງ. ກ່ອນໜ້ານີ້, ບັນດາຜູ້ລົງແຂ່ງແມ່ນຖືກແຕ່ງຕັ້ງຢູ່ພາຍໃນພັກເອງ.

ຜົນຈາກການລົງຄະແນນສຽງຮອບທຳອິດຄາດວ່າຈະປາກົດອອກມາໃນວັນອາທິດມື້ນີ້ ແລະ ການແຂ່ງຂັນຂັ້ນຊີ້ຂາດແມ່ນມີກຳນົດຈະຈັດຂຶ້ນໃນວັນທີ 27 ພະຈິກນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG