ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮ້ານກາເຟຝຣັ່ງ ເປີດຄືນໃໝ່ ຫລັງຈາກການໂຈມຕີ ຂອງ ພວກກໍ່ການຮ້າຍ


ພວກຜູ້ຊາຍກຳລັງເຣັດວຽກ ຢູ່ຕໍ່ໜ້າຮ້ານກາເຟ "La bonne biere" ຊຶ່ງເປັນບ່ອນໜຶ່ງ ທີ່ຖືກໂຈມຕີ ໃນເດືອນພະຈິກ.
ພວກຜູ້ຊາຍກຳລັງເຣັດວຽກ ຢູ່ຕໍ່ໜ້າຮ້ານກາເຟ "La bonne biere" ຊຶ່ງເປັນບ່ອນໜຶ່ງ ທີ່ຖືກໂຈມຕີ ໃນເດືອນພະຈິກ.

ໜຶ່ງ​ໃນ​ຈຳນວນຮ້ານ​ກາ​ເຟ ທີ່​ຖືກ​ໂຈມ​ຕີ​ ​ໃນ​ການ​ກໍ່​ການ​ຮ້າຍ
ເມື່ອ​ເດືອນ​ແລ້ວ​ນີ້ ທີ່​ນະຄອນ​ປາຣິ ​ໄດ້​ເປີດ​ຄືນແລ້ວ ໃນ​ວັນ​
ສຸກ​ມື້​ນີ້.

ຫ້າຄົນ​ໄດ້ເສຍ​ຊີວິດ ​ຢູ່​ທີ່ຮ້ານກາ​ເຟ Bonne Biere ໃນນະ
ຄອນຫລວງຝຣັ່ງ ລະຫວ່າງການໂຈມຕີ​ເມື່ອວັນທີ 13 ເດືອນ
ພະຈິກທີ່ຜ່ານມາ ທີ່ເຮັດໃຫ້ 130 ຄົນ ເສຍຊີວິດທີ່ນະຄອນ
ປາຣີ. ພວກຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາ ຄວາມຮັບ
ຜິດຊອບກ່ຽວ​ກັບການໂຈມຕີດັ່ງກ່າວ.

ຮ້ານ Bonne Biere ​ແມ່ນ​ເປັນ​ບາ​ແຫ່ງທຳອິດ ທີ່ເປັນເປົ້າ
ໝາຍໃນການໂຈມຕີ ທີ່ໄດ້ເປີດຄືນໃໝ່​.

ປ້າຍໜຶ່ງຢູ່ນອກຮ້ານດັ່ງກ່າວ ຂຽນວ່າ “ມັນເຖິງເວລາ​ແລ້ວສຳລັບພວກເຮົາ ເພື່ອຊອກຫາ
ທາງ​ໃຫ້ພວກເຮົາຢູ່ຮ່ວມ​ກັນ ເຕົ້າໂຮມກັນ ແລະດຳ​ເນີນ​ການໄປໜ້າ ເພື່ອບໍ່ໃຫ້ຫລົງລືມ.”

ປະຊາຊົນໃນທ້ອງຖິ່ນກ່າວວ່າ ເຂົາເຈົ້າເຫັນດີນຳ.

ເພື່ອນບ້ານ ທີ່ມີຊື່ວ່າ Diego Morris ກ່າວວ່າ “ພວກເຮົາຕ້ອງສືບຕໍ່ ການດຳລົງຊີວິດດັ່ງ
ທີ່ເຫັນຢູ່ນີ້. ມັນເປັນທີ່ໂສກເສົ້າອີຫລີ ເພາະວ່າ ຫ້າຄົນໄດ້ເສຍຊີວິດ ຢູ່ທີ່ນີ້ ລະຫວ່າງບາ ບ່ອນນີ້ແລະຮ້ານອາຫານ້ອຍຢູ່ໃກ້ໆນີ້ຂ້າພະເຈົ້າຈະບອກທ່ານຫຍັງໄດ້ອີກ. ມັນບໍ່ມີເຫດ
ຜົນຫຍັງໝົດ ຂ້າຄົນບໍ່ມີປະໂຫຍດຫຍັງ.”

France Shooting Cafe
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG