ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບມາລີຍຶດ ເມືອງ GAO ຄືນໄດ້


ທະຫານມາລີຈຸນຶ່ງ ກໍາລັງລາດຕະເວນ ຢູ່ໃນເມືອງ Diabaly
ທະຫານມາລີຈຸນຶ່ງ ກໍາລັງລາດຕະເວນ ຢູ່ໃນເມືອງ Diabaly
​ເຈົ້າ​ໜ້າ​ທີ່ຝຣັ່ງ​ເວົ້າ​ວ່າ ກໍາລັງ​ທະຫານ​ມາລີ​ທີ່​ໜຸນຫຼັງ​ໂດຍ​
ຝຣັ່ງນັ້ນ ​ຍຶດ​ເອົາ​ເມືອງ​ຍຸ​ທະ​ສາດ GAO ​ຄືນ​ໄດ້ ຊຶ່ງ​ເປັນ
​ເມືອງ​ທີ່​ໝັ້ນ​ຂອງ​ພວກຫົວ​ຮຸນ​ແຮງ​ອີສລາມ ຢູ່​ທາງ​ພາກ​
ເໜືອ​ຂອງ​ປະ​ເທດ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ກອງທະຫານ​ ຈໍານວນ​ນຶ່ງ​ຈາກ​ປະ​ເທດໄນ​ຈີ​ເຣຍ ​ແລະ Chad ​ໄດ້ເຄື່ອນ​ເຂົ້າ​ໄປ​ໃນ​ຕົວ​ເມືອງດັ່ງກ່າວ ​ເພື່ອຊ່ວຍ​ຮັກສາ​ຄວາມ​ທຸ່ນ​ທ່ຽງ​. ກະຊວງ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ຍັງ​ເວົ້າ​ອີກ​ວ່າ ​ເຈົ້າເມືອງ​ໆກາວ ທີ່​ໄດ້ຫຼົບ ໜີ​ໄປ​ລີ້​ໄພ​ຢູ່​ໃນເມືອງ ຫຼວງ Bamako ​ໄດ້​ກັບ​ຕ່າວ​ຄືນ​ແລ້ວ.

Idrissa Fall ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໃນ​ມາລີ​ເວົ້າ​ວ່າ ການ​ເຂົ້າ​ໄປ​ແຊກ​ແຊງ ທາງ​ທະຫານ​ໃນ​ເມືອງ​ກາວ​ນີ້ ຖື​ວ່າ​ສໍາຄັນ​ທີ່​ສຸດ ຍ້ອນ​ວ່າ​ເມືອງ​ກາວ​ເປັນ
ບ່ອນ​ລີ້​ຊ່ອນ​ຂອງ​ກຸ່ມ​ກະບົດ.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ທະຫານ​ຝຣັ່ງ​ ແລະ​ ມາລີ ໄດ້​ຍຶດ​ເອົາ​ສະໜາມ​ບິນ​ ​ແລະ
ສະພານ​ ແຫ່ງ​ນຶ່ງ​ຂອງເມືອງ​ກາວ​ຄືນໄດ້. ທ່ານ ຊັງ ອີ​ຟ ​ເລີ ດຣີອັງ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ​ເວົ້າ​ວ່າ ທະຫານ​ໄດ້​ໃຊ້ການ​ປະ ຕິ​ບັດ​ການ​ໂຈມ​ຕີ​ທາງ​ອາກາດ​ແລະ​ພາກ​ພື້ນ​ດິນ ​ເພື່ອຕັດ​ຄວາມ​ສາມາດ​ດ້ານພະລາ​ທິການ​ແລະ​ການ​ຂົນ​ສົ່ງ​ຂອງ​ພວກ​ຫົວ​ຮຸນ​ແຮງ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ປະກາດ​ເມື່ອ​ຕອນ​ບ່າຍ​ວັນ​ເສົາວານ​ນີ້​ວ່າ ສະຫະ ລັດຈະຂະຫຍາຍ​ຂອບ​ເຂດ​ການ​ຊ່ວຍ​ເຫຼືອແກ່​ພາລະກິດຂອງ ຝຣັ່ງຢູ່​ໃນ​ມາລີນັ້ນ. ທ່ານ​ລີ​ອອນ ​ພາ​ແນັດ​ຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ ​ເທດ​ສະຫະລັດ ​ບອກ​ທ່ານ ​ເລີ ດຣີອັງ ທາງ​ໂທລະສັບ​ວ່າ ​ທໍ​ານຽບຫ້າ​ແຈ ຕຽມ​ທີ່​ຈະ​ທໍາການຊ່ວຍ​ເຕີມ​ນໍ້າມັນ​ທາງ​ອາກາດ ​ໃຫ້​ເຮືອ ບິນ​ຂອງຝຣັ່ງ.. ນອກ​ນີ້​ແລ້ວ ​ທັງ​ສອງ​ຜູ້ນໍາດ້ານ​ປ້ອງ​ກັນ​ປະ​ເທດ​ຍັງ​ໄດ້​ປຶກສາ​ຫາລື​ກັນເລື້ອງ​ການ​ໃຫ້​ສະຫະລັດ​ຂົນ​ສົ່ງທະຫານ​ຈາກ​ປະ​ເທດ​ອື່ນໆ​ໃນ​ອາ​ຟຣິກາ​ໄປ​ຍັງ​ມາລີ. ​ໃນ​ຕອນ​ນີ້ ສະຫະລັດ​ບໍ່​ມີ​ແຜນທີ່​ຈະ​ສົ່ງ​ທະຫານ​ຂອງ​ຕົນ​ໄປ​ຍັງ​ມາລີ.
XS
SM
MD
LG