ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ໃຈບຸນ ຈັດອາຫານ ໃຫ້ແກ່ຜູ້ທຸກຈົນ ໄດ້ກິນຟຣີ ໃນເດືອນ ຣາມາດານ ທີ່ ປາກິສຖານ (ສະໄລດ໌/ວີດີໂອ)


Free Ramadan Meals a Blessing for Many in Pakistan
please wait

No media source currently available

0:00 0:03:08 0:00

ຫລັງ​ຈາກ ​ໄດ້​ຮັບ​ຄວາມ​ຍາກລຳ​ບາກ ​ມາ​ຫລາຍ​ປີ ຍ້ອນ​ເສດຖະ
ກິດ​ຕົກ​ຕໍ່າ ​ ແລະເງິນ​ເຟີ້ ເພື່ອຊື້​ສິ່ງ​ຈຳ​ເປັນ​ເຊັນ​ວ່າ ອາຫານ ​ແມ່ນ​
ແຕ່​ຊາວ​ປາ​ກິ​ສຖານ​ຊົນຊັ້ນ​ກາງ ກໍພາກັນ​ມີ​ຄວາມ​ຮູ້ສຶກ ​ກ່ຽວກັບ​
ຄວາມ​ຝືດ​ເຄືອງ​ດ້ານ​ເສດຖະກິດ. ​ໃນ​ຂະນະ ​ທີ່ເດືອນສັກສິດຖື
ສິນອົດ Ramadan ​ເລີ້ມຂຶ້ນ​ຢູ່​ໃນປາ​ກິ​ສຖານຫລາຍ​ຄົນ​ພາກັນ
​ສວຍ​ໂອກາດກິນ​ອາຫານ​ແລງ iftar ຟຣີ ທີ່​ອຸປະ​ຖຳ​ໂດຍບັນດາ
ອົງການກຸສົນ ​ແລະບຸກຄົນ​ທີ່​ຮັ່ງ​ມີ.

ຢູ່​ໃນ​ຄຸ້ມບ້ານ​ທີ່​ມີ​ລາຍ​ໄດ້​ຕໍ່າຂອງ​ນະຄອນ​ຫຼວງປາ​ກິ​ສຖານ
ອາຫານ​ແລງ iftar ຟຣີ ​ໄດ້​ຈັດ​ໄວ້​ໃຫ້​ແກ່​ຜູ້​ຄົນ​ທີ່​ລໍາ​ບາກ​ຍ​າກ​ເຂັນ
ຕະຫຼອດເດືອນ​ສັກສິດ Ramadan.

ບັນດາ​ຜູ້​ຈັດຕັ້ງກ່າວ​ວ່າ ໄພ​ເງິນ​ເຟີ້ທີ່ທະວີຄວາມຮ້າຍແຮງຂຶ້ນ ​ໄດ້​ພາ​ໃຫ້ຜູ້​ຄົນ​ຫລາຍຂຶ້ນ
ນັບມື້ ໃນແຕ່ລະ​ປີ ພາກັນ​ກິນ​ອາຫານ​ຢູ່​ບ່ອນຈັດ​ອາຫານ​ໃຫ້ກິນຟຣີ. ທ່ານ Mohammad
Amir ​ເຮັດ​ວຽກ​ຢູ່​ຮ້ານ​ຕັດ​ຫຍິບ.

ທ່ານກ່າວ​ວ່າ ທ່ານ​ໄດ້​ທ້ອນ​ຫອ​ມ​ເງິນໄດ້ຢ່າງ​ດີ ​ໂດຍ​ການ​ກິນ​ອາຫານ​ຟຣີ ຢູ່​ທີ່​ນີ້ ​ເພາະວ່າ
ລາຍ​ໄດ້​ຂອງ​ລາວ​ບໍ່​ພຽງພໍ​ຊື້​ອາຫານ​ ແກ່​ຄອບຄົວ​ຂອງ​ລາວ​ທັງ​ໝົດ.

ລາວ​ກ່າວ​ວ່າ ລາວ​ມາ​ທີ່​ນີ້​ເພື່ອ​ກິນ​ ຫຼັງຈາກ​ການ​ອົດອາຫານ ​ໃນ​ດ້ານສ່ວນ​ໂຕ​ແລ້ວ ມັນ​
ເປັນ​ການ​ລະອາຍ ທີ່​ມາ​ນັ່ງ​ຢູ່​ບ່ອນ​ເປີດ​ເຜີຍ ​ແລະ​ລໍຖ້າ​ກິນອາຫານ​ເພື່ອການກຸສົນ.

ທ້າວ Asad Ullah ​ເຮັດ​ວຽກ​ເປັນ​ນາຍ​ຍາມ ​ແລະ​ມາກິນ​ອາຫານ​ຟຣີ ທຸກໆ​ວັນ​ໃນເດືອນ
Ramadan. ລາວຫວັງ​ວ່າ ​ເງິນ​ທີ່​ລາວ​ທ້ອນ​ຫອມໄວ້​ນັ້ນ ຈະ​ຊ່ວຍ​ໃຫ້​ລາວ​ຊື້​ເຄຶ່ອງນຸ່ງ​ຫົ່ມ
ໃໝ່ ໃຫ້ແກ່​ພວກ​ລູກໆ​ຂອງ​ລາວ.

ລາວ​ກ່າວ​ວ່າ ​ເງິນ​ເດືອນ​ຂອງ​ລາ​ວພຽງ​ແຕ່​ປະມານ 10,000 ຣູປີຫລື 100 ​ໂດ ​ລາ​ຕໍ່​ເດືອນ.
ລາວ​ກ່າວ​ວ່າ ກິນ​ອາຫານ​ຟຣີຄາບ​ນຶ່ງ ລາວສາມາດທ້ອນເງິນ​ໄວ້​ໄດ້ 25 ​ເປີ​ເຊັນ​ຂອງ​ລາຍ​
ໄດ້​ລາວ ​ແລະ​ຊ່ວຍ​ຄອບຄົວ​ຂອງ​ລາວໃນ​ທ້າຍ​ເດືອນ​ ເພື່ອໃຊ້ຈ່າຍໃນສິ່ງຈຳ​ເປັນ​ບາ​ງຢ່າງ.

ຜູ້​ຈັດ​ຕັ້ງ ທ່ານ Abdul Razak Bhatti ກ່າວ​ວ່າ ພໍ່ຄ້າ​ຊາວ​ຂາຍ​ທ້ອງ​ຖິ່ນ ​ແລະ​ຜູ້​ຮັ່ງ​ມີ ພາ
ກັນ​ໃຫ້ທຶນສະໜັບສະໜຸນຕໍ່ການປະຕິບັດງານ​ການ​ກຸສົນ​ຢ່າງ​ງຽບໆ. ທ່ານ​ກ່າວ​ວ່າ ທ່ານ​
ໄດ້​ເລີ້ມ​ແຈກ​ອາຫານ​ຟຣີ ​ໃນ​ລະຫວ່າງເດືອນສັກ ສິດ Ramadan ​ເມື່ອ​ຫ້າ​ປີ​ກ່ອນ​ ຍ້ອນ
ຄວາມສັດທາທາງ​ດ້ານ​ສາສະໜາ​ຂອງ ທ່ານ. ​ແຕ່​ທ່ານ​ກ່າວ​ວ່າ ບັດ​ນີ້​ໄດ້​ເຮັດ​ເປັນປະຈຳ
ໃນແຕ່​ລະ​ວັນ ຕະຫລອດ​ປີ.

XS
SM
MD
LG