ລິ້ງ ສຳຫລັບເຂົ້າຫາ

ໜຸ່ມຫວຽດນາມ ຂາຍໝາກປຸມເປົ້າ ຕັ້ງໂຮງຮຽນ ສອນພາສາຟຣີ ໃຫ້ຄົນທຸກ (ວີດີໂອ ກັບ ລາຍງານ ຮຽນພາສາອັງກິດ)


ການ​ສຶກສາມັກ​ຖືກມອງເຫັນ​ວ່າ ​ເປັນ​ທາງ​ອອກ​ແນວ​ນຶ່ງ​ຈາກ
​ຄວາມທຸກ​ຈົນ ​ແຕ່​ເຖິງແມ່ນຮຽນ​ຈົບ​ ຈາກ​ມະຫາວິທະຍາ​ໄລ
ກໍ​ບໍ່​ສາມາດຫາ​ວຽກ​ຫາ​ການ​ເຮັດ​ໄດ້​ສະເໝີໄປ. ທີ່​ນະຄອນ
ຫຼວງຮາ​ໂນ່​ຍ ມີ​ສອງ​ນ້ອງ​ອ້າຍ​ຈາກ​ຄອບຄົວທີ່​ຂາຍຂອງ​ຕາມ
​ແຄມ​ທາງ ພົບ​ເຫັນ​ທາງ​ນຶ່ງ​ເພື່ອ​ຊ່ອຍ​ພວກ​ນັກ​ຮຽນ​ນັກ​ສຶກສາ
​ທີ່​ທຸກ​ຍາກທີ່​ສຸດ​ໃນ​ເມືອງ​ດັ່ງກ່າວ ໂດຍ​ຈັດ​ສອນ​ພາສາ​ອັງກິດ
​ແລະ​ພາສາ​ຍີ່ປຸ່ນ​ໃຫ້ຟຣີ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ສິງ​ຈະ​ນຳ​ເອົາ​
ລາຍ​ງານ​ຈາກ​ Marianne Brown ຜູ້​ສື່​ຂ່າວ​ວີ​ໂອເອທີ່
ນະຄອນຫຼວງ​ຮາ​ໂນ່​ຍ ມາສະ​ເໜີ​ທ່ານ​ຕໍ່​ໄປ..

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

ໃນ​ເວລາ​ສອງ​ສາມ​ຊົ່ວ​ໂມງ ​ຂອງຕອນ​ບ່າຍ​ເກືອບທຸກໆມື້ ພວກ​ທ່ານ​ສາມາດ​ພົບ​ເຫັນ
ທ້າວ​ ຟາ​ມ ມິນ ​ດັບ (Pham Minh Dap) ​ໄວ 24 ປີ ຂາຍປຸມເປົ້າ ແລະ​ເຄື່ອງ​ຫຼິ້ນ​ເດັກ
ນ້ອຍ ຢູ່​ນອກ​ສວນສາທາລະນະ Hao Binh ​ໃນ​ເຂດໃຈກາງ​ນະຄອນ​ຮາ​ໂນ່​ຍ.

ລາວ​ເຮັດ​ວຽກ ເປັນ​ຄົນ​ຂາຍຂອງ​ຕາມ​ແຄມ​ທາງ​ ມາ​ໄດ້ 5 ປີ ​ພ້ອມ​ກັບ​ສະມາຊິກ​ອື່ນ​ໆ
ໃນຄອບຄົວ​ຂອງ​ລາວ ທີ່​ມາ​ຈາກ​ບ້ານ​ນຶ່ງ​ຂອງ​ພວກ​ຊາວ​ໄຮ່​ຊາວນາ​ທີ່​ທຸກ​ຍາກ ​ໃນ​
ແຂວງທັນ​ຮົວ. ​ໃນ​ແຕ່​ລະ​ມື້ ລາວ​ຫາ​ເງິນ​ໄດ້ ປະມານ 5 ດອນ​ລາ​ສະຫະລັດ.

ທ້າວ​ດັບ ກ່າວ​ວ່າ “ອັນ​ນີ້​ແມ່ນ​ວຽກ​ຂອງ​ບ້ານ​ຂ້ອຍ ພວກ​ເຮົາ​ທຸກ​ຍາກຫຼາຍ ດັ່ງ​ນັ້ນ
ອັນ​ນີ້​ເປັນ​ວຽກສຳຄັນ​ອັນ​ນຶ່ງນອກຈາກ​ວຽກເຮັດ​ໄຮ່​ເຮັດນາ​ແລ້ວ. ພວກ​ພີ່ນ້ອງ​ຂອງ
ຂ້ອຍ​ຫຼາຍ​ຄົນ​ກໍ​ຂາຍຂອງ​ໃນເຂດ​ອ້ອມ​ແອ້ມ​ນີ້ ມາ​ໄດ້ ບາງທີ​ເກີນ​ກວ່າ 30 ປີ​ແລ້ວ.
ທຸກໆ​ເຊົ້າ​ວັນ​ອາທິດ ຂ້ອຍ​ໄປ​ຕະຫລາດ Dong Suan ຂ້ອຍ​ໄປ​ຊື້ໝາກປຸມເປົ້າ
ແລ້ວ​ກໍ​ເອົາ​ມາ​ເຮືອນ ແລະເປົ່າ​ລົມ​ໃສ່ແລະ​ນຳໄປ​ແຂວນໃສ່​ລົດຖີບ​ຂ້ອຍ​ໄວ້ ​ແລະ​
ເວລາ​ພວກລູກຄ້າ​ເຫັນ ​ເຂົາ​ເຈົ້າ​ກໍ​ມາ​ຊື້​.”

​ແຕ່​ທ້າວ​ດັບ ກໍ​ມີ​ວຽກ​ນຶ່ງ​ອີກ​ເຊັ່ນ​ກັນ ຄືໃນ​ຕົ້ນ​ປີ​ນີ້ ລາວ​ແລະ​ອ້າຍ​ຂອງ​ລາວ​ໄດ້​ຈັດ​ຕັ້ງ
ສະຖານ​ທີ່​ນຶ່ງ​ຂຶ້ນທີ່​ເອີ້ນ​ວ່າ “Stand By You” ທີ່​ແປ​ວ່າ “ຢືນ​ຢູ່ຄຽງ​ຂ້າງ​ກັບ​ເຈົ້າ”
ຊຶ່ງ​ເປັນ​ສູນ​ສອນ​ພາສາ ​ໂດຍ​ພວກນາຍຄູ​ອາສາ​ສະໝັກ ສອນ​ບົດຮຽນ​ພາສາ​ຟຣີ​
ໃຫ້​ແກ່ພວກ​ນັກ​ສຶກສາ​ທີ່​ທຸກ​ຍາກ​ຢູ່​ໃນ​ເມືອງດັ່ງກ່າວ.

ຄ່າ​ເຊົ່າ​ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆ ລວມ​ເປັນ​ປະມານ 500 ດອນ​ລາ​ ຫຼື 10 ລ້ານ​ດົງ ຕໍ່​ເດືອນ
ຊຶ່ງ​ທ້າວ​ດັບ​ໄດ້​ໃຫ້​ເງິນ​ຊ່ອຍ​ເຫຼືອ​ ປະມານ 150 ດອນ​ລາ​ຈາກ​ລາຍ​ຮັບ​ຂອງ​ລາວ​ ໃນ​ຖານະ​
ເປັນ​ຄົນ​ຂາຍຂອງ​ແຄມ​ທາງ ແລະ​ວຽກ​ສອນ​ພາສາ​ທາງ​ສ່ວນ​ຕົວ​ຂອງ​ລາວ. ອ້າຍ​ຂອງລາວ
ກໍ​ອອກ​ເງິນ​ສົມທົບ​ຕື່ມ​ອີກ ເທົ່າ​ກັນ​ກັບ​ລາວ​ ຈາກ​ລາຍ​ຮັບ​ທີ່ລາວໄດ້ ຈາກການ​ເຮັດວຽກ
ເປັນ​ເລຂານຸການ. ຄ່າ​ໃຊ້​ຈ່າຍສ່ວນ​ທີ່ເຫຼືອ​ນັ້ນ ​ແມ່ນ​ໄດ້​ມາ​ຈາກພວກ​ໝູ່​ເພື່ອນ​ແລະ​ຄ່າ​ຮຽນ​
ຊຶ່ງຕົກຢູ່ໃນລະຫວ່າງ 25 ຫາ 50​ ເຊັນສະຫະລັດ ​ຄືໃນລະຫວ່າງ 5,000 ຫາ 10 ພັນດົງ
ໃນ​ແຕ່​ລະ​ຊັ້ນ ​ທີ່​ເກັບຈາກພວກນັກ​ສຶກສາ​ ທີ່​ຮຽນລະດັບ​ສູງ​ ຫຼື​ກ້າວໜ້າ​ແລ້ວ​ນັ້ນ.

ທ້າວຟາມມິນດັບ ຂາຍໝາກປູມເປົ້າ ແລະເຄື່ອງຫຼິ້ນເດັກນ້ອຍ ເພື່ອຫາເງິນມາໃຊ້ຈ່າຍຄ່າແລະໂຮງຮຽນສອນພາສາ ທີ່ນະຄອນຮ່າໂນ່ຍ
ທ້າວຟາມມິນດັບ ຂາຍໝາກປູມເປົ້າ ແລະເຄື່ອງຫຼິ້ນເດັກນ້ອຍ ເພື່ອຫາເງິນມາໃຊ້ຈ່າຍຄ່າແລະໂຮງຮຽນສອນພາສາ ທີ່ນະຄອນຮ່າໂນ່ຍ

ວັດຖຸ​ປະສົງ​ ​ແມ່ນ​ເພື່ອ​ຊ່ອຍ​ເຫຼືອ​ພວກ​ນັກຮຽນນັກສຶກສາ ຊຶ່ງ
ຖ້າ​ບໍ່ດັ່ງນັ້ນແລ້ວ ແມ່ນ​ບໍ່​ມີ​ໂອກາດ​ໄດ້​ຮຽນ​ພາສາ​ຕ່າງປະ​ເທດ
​ເລີຍ.

ທ້າວ​ດັບ​ກ່າວ​ວ່າ “ຢູ່​ທີ່​ນີ້ ​ແມ່ນ​ສຳລັບ​ພວກ​ນັກຮຽນ​ທີ່​ບໍ່​ມີ​ເງິນ​
ເທົ່າ​ນັ້ນ. ສຳລັບ​ພວກ​ນັກຮຽນ​ທີ່​ມາ​ຮຽນ​ຢູ່​ທີ່​ນີ້ ມາຈາກ​ເຂດ​
ຊົນນະບົດ ພວກ​ເຂົາ​ເຈົ້າ​ຕ້ອງ​ຈ່າຍ​ຄ່າ​ອາຫານ ​ແລະ​ຄ່າ​ເຊົ່າ.
ສິ່ງ​ສຳຄັນກໍ​ແມ່ນ​ວ່າ ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ເປັນ​ຊາວ​ໄຮ່ຊາວນາ.
ພວກ​ຊາວ​ໄຮ່​ຊາວນາ​ແມ່ນ​ທຸກ​ຍາກ​ແທ້ໆ​ໃນ​ຫວຽດນາມ.”

​ໃນ​ຂະນະ​ທີ່​ຄວາມທຸກ​ຈົນ​ໃນ​ຫວຽດນາມ ໄດ້ຫລຸດ​ຈາກ 60 ​ເປີ​ເຊັນ ລົງ​ມາເປັນ​ 20 ກວ່າ
ເປີ​ເຊັນ ​ໃນ​ຊ່ວງ 20 ປີຜ່ານ​ມາ​ນີ້ ອີງ​ຕາມ​ທະນາຄານ​ໂລກ ກໍ​ແມ່ນ​ວ່າ ການ​ເຕີບ​ໂຕຂຶ້ນ
ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ ​ໄດ້​ກໍ່ໃຫ້​ເກີດ​ຄວາມ​ບໍ່​ກ້ຳ​ເກິ່ງເພີ້​ມຂຶ້ນໃນ​ດ້ານ​ລາຍ​ຮັບ ​
ແລະໂອກາດ​ຕ່າງໆ.

​ໃນ​ເວລາ​ດຽວ​ກັນ ການ​ຫວ່າງ​ງານ​ໃນ​ບັນດາ​ນັກ​ສຶກສາ​ທີ່ຮຽນ​ຈົບ​ຈາກມະຫາວິທະຍາໄລ​
ຍັງ​ຄົງ​ເປັນ​ບັນຫາ​ທີ່ມີ​ຢູ່​ຕໍ່​ມາ ຄື 1 ​ໃນ​ບັນດາ​ນັກ​ສຶກສາ 10 ຄົນ​ໃດ ​ທີ່​ຮຽນ​ຈົບ​ຈາກ​ມະຫາ
ວິທະຍາ​ໄລ ແມ່ນ​ຍັງ​ຫວ່າ​ງງານ​ຢູ່ ອີງ​ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ.

​ໃນ​ປີ​ແລ້ວ​ນີ້ ທ່ານ Pham Vu Luan ລັດຖະມົນຕີ​ສຶກສາແລະ​ເຝິກອົບຮົມ ຖິ້ມ​ໂທດ​ການ
ຫວ່າງ​ງານ​ຂອງ​ພວກ​ທີ່​ຮຽນ​ຈົບ​ນີ້ ​ໃສ່​ມະຫາວິທະຍາ​ໄລ​ຕ່າງໆ ທີ່​ບໍ່​ສິດສອນ​ຄວາມ​ຊຳນິ
ຊຳນານທີ່​ພວກ​ນາຍ​ຈ້າງ​ຕ້ອງການ. ທ້າວ Dap ກ່າວ​ວ່າ ພວກ​ນາຍ​ຈ້າງ​ຕ້ອງການ​ຄວາມ
ຊຳນິ​ຊຳນານ​ໃນ​ດ້ານ​ພາສາ​ທີ່​ດີ.

ທ້າວ​ດັບ​ກ່າວ​ວ່າ “ພວກ​ເຮົາ​ຮູ້ຈັກ​ວ່າ ມີ​ແຕ່​ພາສາ​ເທົ່າ​ນັ້ນ​ທີ່ສາມາດ​ພັດທະນາ
ປະເທດນີ້​ໄດ້. ພວກ​ເຮົາ​ຕ້ອງການ​ພາສາ ສຳລັບ​ພວກ​ນັກ​ສຶກສາ​ທີ່​ສາມາດ​
ເຮັດ​ວຽກ ​ກັບ​ພວກ​ຊາວ​ຕ່າງປະ​ເທດ​ໄດ້ ​ແລະເຂົາ​ເຈົ້າ​ມີໂອກາດ​ດີ ທີ່​ຈະໄດ້​
ອອກ​ໄປຕ່າງປະເທດ ​ແລະ​ເຂົາ​ເຈົ້າ​ສາມາດ​ກັບ​ຄືນ​ມາ​ສ້າງສາ​ປະ​ເທດ​ນີ້​ໄດ້.”

​ແຕ່​ພວກ​ໂຮງຮຽນ​ສອນ​ພາສາ​ຕ່າງປະ​ເທດ ​ຄິດ​ຄ່າ​ຮຽນ ​ວິຊາ​ນຶ່ງ 150 ດອນ​ລາ. ສະນັ້ນ ໂອກາດ​ສຳລັບ​ພວກ​ຄົນ​ທຸກ​ຍາກ ​ແມ່ນ​ມີ​ຈຳກັດ. ທ້າວ​ດັບເອງ ກໍໄດ້​ຮ່ຳ​ຮຽນ​ພາສາ​ດ້ວຍ
​ຕົນ​ເອງ.

ທ້າວ​ດັບກ່າວ​ວ່າ ແຜນການ​ຕົ້ນຕໍແມ່ນ​ເພື່ອ​ສິດສອນ​ພາສາ​ອັງກິດ ​ແຕ່​ພວກ​ອາສາ​ສະໝັກ​
ສ່ວນ​ຫຼາຍ ຂໍ​ສອນ​ພາສາ​ຍີ່ປຸ່ນນຳ ຊຶ່ງ​ບັດ​ນີ້ ​ໂຮງຮຽນ​ຂອງລາວ​ຈຶ່ງສອນ​ທັງ​ສອງ​ພາສາ.

ທ່າວ​ດັບ​ກ່າວ​ວ່າ “​ເວລາ​ນີ້​ເຮົາ​ສອນ​ພາສາ​ຍີ່ປຸ່ນ 26 ຫ້ອງ. ພວກ​ເຮົາ​ບໍ່​ມີ​ເຮືອນ ​
ແລະ​ຫ້ອງ​ຮຽນ​ພໍ ດັ່ງ​ນັ້ນ​ຈຶ່ງ​ມີ​ຫຼາຍ​ຄົນ​ພາກັນ​ລໍຖ້າເຂົ້າຮຽນ. ​ແຕ່​ພວກ​ເຮົາ​ມີ​
ຫ້ອງ​ຮຽນ​ແຕ່ 4 ຫ້ອງ​ເທົ່າ​ນັ້ນ ​ແຕ່​ພວກ​ເຮົາ​ເປີດ​ຮຽນ​ຕັ້ງ​ແຕ່ 7:00 ​ເຊົ້າ​ຮອດ
9:00​ ໂມງ​ແລງ ດັ່ງ​ນັ້ນ ພວກ​ເຮົາຈຶ່ງ​ມີ​ນັກຮຽນ ຫລາຍ​ຄົນ ​ແລະ​ຫ້ອງ​ຮຽນ
ຫລາຍ​ຫ້ອງໃນ​ທຸກໆ​ມື້.

ນາງ Pham Thi Trang, ຂວາ, ຮຽນພາສາຍີ່ປຸ່ນຟຣີ ຢູ່ໂຮງຮຽນ ທີ່ຈັດຕັ້ງຂຶ້ນ ໂດຍຄົນຂາຍຂອງແຄມທາງ ທີ່ຮາໂນ່ຍ, ວັນທີ 7 ສິງຫາ 2014.
ນາງ Pham Thi Trang, ຂວາ, ຮຽນພາສາຍີ່ປຸ່ນຟຣີ ຢູ່ໂຮງຮຽນ ທີ່ຈັດຕັ້ງຂຶ້ນ ໂດຍຄົນຂາຍຂອງແຄມທາງ ທີ່ຮາໂນ່ຍ, ວັນທີ 7 ສິງຫາ 2014.

ປັດຈຸບັນ​ນີ້ ແມ່ນ​ມີນາ​ຍຄູ​ອາສາ​ສະໝັກ 10 ຄົນ ​ສອນ​ຢູ່​ໃນ​ໂຮງ
ຮຽນ​ນີ້. ນາຍຄູ​ຄົນ​ນຶ່ງແມ່ນ​ນັກ​ສຶກສາມະຫາວິທະຍາ​ໄລ ອາຍຸ
20 ປີ ຄື​ນາງ Ta Khanh Huyen ທີ່​ກຳລັງ​ຮຽນ​ພາສາ​ຍີ່ປຸ່ນ.

ນາງ Ta Khanh Huyen ກ່າວ​ວ່າ ນາງ​ໄດ້​ຍິນ​ຂ່າວ ​ກ່ຽວ​ກັບ
ໂຮງຮຽນ​ນີ້ ​ນຳ​ໝູ່​ເພື່ອນທີ່​ເຄີຍ​ໄດ້​ຮຽນ​ຢູ່​ທີ່​ນັ້ນ. ນາງ​ໄດ້​ສະ​ເໜີ
​ສອນ​ພາສາ​ຍີ່ປຸ່ນ​ໃຫ້ ເພື່ອ​ວ່າ​ນາງຈະ​ສາມາດ​ “ໃຫ້​ສິ່ງ​ໃດ​ສິ່ງ​ນຶ່ງ
​ເພື່ອ​ຕອບ​ແທນ”. ນາງ​ກ່າວ​ຕໍ່​ໄປ​ວ່າ ມັນ​ແມ່ນ​ການມີໂອກາດໄດ້
ໂອ້ລົມກັບຜູ້ຄົນ ​ແລະ​ໄດ້​ຊ່ອຍ​ປັບປຸງ​ຄວາມ​ຊຳນິ​ຊຳນານ​ ໃນ
​ການ​ປາກ​ເວົ້າ​ພາສາ​ຍີ່ປຸ່ນ​ຂອງ​ນາງ​ໃຫ້​ດີ​ຂຶ້ນ.

ນາງ Pham Thi Trang ​ໄວ 24 ປີ ​ເປັນ​ນຶ່ງ​ໃນ​ບັນດາ​ນັກຮຽນ 600 ຄົນ​ໃນ​ໂຮງຮຽນດັ່ງ
ກ່າວ. ປີ​ນີ້ ​ເປັນ​ປີ​ສຸດ​ທ້າຍ​ໃນ​ການ​ຮຽນວິຊາ ການ​ບັນຊີຂອງ​ນາງ. ພໍ່​ແມ່​ຂອງ​ນາງ​ເຮັດ​ວຽກ
​ຢູ່​ທີ່​ຕະຫຼາດ​ແຫ່ງ​ນຶ່ງ​ໃນ ແຂວງ Ha Nam ຊຶ່ງ​ນາງ​ກ່າວ​ວ່າ ການ​ດຳ​ເນີນ​ຊີວິດ​ ແມ່ນຍາກ
ຫຼາຍ ຢູ່​ໃນ​ເມືອງ.

ນາງ Pham Thi Trang ກ່າວ​ວ່າ ນາງ​ໄດ້​ເງິນ​ປະມານ 50 ດອນ​ລາຕໍ່​ເດືອນ​ຈາກ​ການ​ເຮັດວຽກ​ເຮັດ​ການບໍ່​ເຕັມ​ເວລາ ​ແລະ​ພໍ່​ແມ່​ຂອງ​ລາວ​ໃຫ້​ເງິນ​ຕື່ມ​ອີກ 75 ດອນ​ລາ ​ແຕ່ກໍ
ເກືອບ​ບໍ່​ພໍ​ກຸ້ມ​ກິນ​ ​ແລະ​ນາງ​ຕ້ອງ​ລະມັດລະວັງ​ທີ່​ສຸດ ກັບ​ເງິນ​ຈຳນວນ​ນີ້ ​ເພື່ອ​ວ່າ​ນາງ​ຈະ
ສາມາດ​ເສຍ​ຄ່າໃຊ້​ຈ່າຍຕ່າງໆ​ໄດ້.

ຄວາມຮຽກຮ້ອງ​ຕ້ອງການ​ຢາກ​ເຂົ້າ​ຮຽນ​ຢູ່​ໃນ​ໂຮງຮຽນ​ນີ້ ​ກຳລັງ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ.
ມີ​ນັກຮຽນ​ປະມານ 1 ພັນ​ຄົນ ​ຢູ່​ໃນ​ບັນຊີ​ນັກຮຽນ​ ທີ່​ລໍຖ້າ​ເຂົ້າ​ຮຽນ ​ແລະ​ມີ​ອີກ 10 ຄົນ ໄດ້
ສະ​ເໜີ​ຂໍສອນ​ໃຫ້ຟຣີ. ທ້າວ​ດັບ​ກ່າວ​ວ່າ ລາວ​ຫວັງ​ວ່າ ຈະ​ຫາ​ເງິນໄດ້​ເພີ້​ມອີກ ​ໂດຍຜ່ານ
​ການ​ປຸກລະດົມ​ຫາ​ເງິນ​ຮ່ວມກັບໝູ່ ​ເພື່ອ​ຈ່າຍ​ຄ່າ​ເຊົ່າ​ສະຖານ​ທີ່​ໃຫຍ່​ກວ່າ​ນີ້​ອີກ ​ເພື່ອ​ວ່າ
ລາວ​ຈະສາມາດ​ເປີດ​ຫ້ອງ​ຮຽນ​ສອນ​ພາສາ ໄດ້​ຕື່ມ​ອີກ.

XS
SM
MD
LG