ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດຝຣັ່ງ ລະງັບການໂຈມຕີ ກໍ່ການຮ້າຍ ໄດ້ ແລະ ຈັບກຸມຊາຍໜຸ່ມ ອາຍຸ 15 ປີ


ຕຳຫຼວດປ້ອງກັນຄວາມປອດໄພ ຂອງຝຣັ່ງ ລາດຕະເວນ ຢູ່ຕາມສະຖານທ່ອງທ່ຽວ ໃນຂະນະທີ່ ພວກນັກທ່ອງທ່ຽວ ຍ່າງຜ່ານ ຢູ່ຕໍ່ໜ້າ ຫໍ Eiffel Tower ໃນນະຄອນຫຼວງ Paris, ວັນທີ 20 ສິງຫາ 2016.
ຕຳຫຼວດປ້ອງກັນຄວາມປອດໄພ ຂອງຝຣັ່ງ ລາດຕະເວນ ຢູ່ຕາມສະຖານທ່ອງທ່ຽວ ໃນຂະນະທີ່ ພວກນັກທ່ອງທ່ຽວ ຍ່າງຜ່ານ ຢູ່ຕໍ່ໜ້າ ຫໍ Eiffel Tower ໃນນະຄອນຫຼວງ Paris, ວັນທີ 20 ສິງຫາ 2016.

ຕຳຫຼວດໃນປະເທດຝຣັ່ງ ໄດ້ລະງັບການໂຈມຕີກໍ່ການຮ້າຍ ທີ່ອາດເກີດຂຶ້ນ ທີ່ນະຄອນ ຫຼວງ Paris ໃນທ້າຍສັບປະດາແລ້ວນີ້ ໂດຍການຈັບກຸມ ຜູ້ຕ້ອງສົງໄສທີ່ເປັນຊາຍໜຸ່ມ ອາຍຸ 15 ປີ ຜູ້ທີ່ ກະກຽມການກະທຳຄວາມຮຸນແຮງ ທີ່ກຳລັງຈະເກີດຂຶ້ນນັ້ນ.

ການຈັບກຸມຊາຍໜຸ່ມຜູ້ນັ້ນ ໃນວັນເສົາຜ່ານມາ ໄດ້ມີຂຶ້ນ ສອງມື້ ຫຼັງຈາກຕຳຫຼວດ ໄດ້ເຄື່ອນໄຫວເຂົ້າຈັບກຸມ ໃນອັນທີ່ໄອຍະການ ນະຄອນ Paris ກ່າວວ່າ ເປັນກຸ່ມ ພວກແມ່ຍິງ “commandos ຫຼື ໜ່ວຍຈູ່ໂຈມ” ຫຼັງຈາກການໂຈມຕີລົ້ມແຫຼວ ທີ່ ມະຫາວິຫານ Notre Dame ແລະ ການໂຈມຕີທີ່ອາດເກີດຂຶ້ນຢູ່ອີກແຫ່ງໜຶ່ງ.

ບັນດາເຈົ້າໜ້າທີ່ສືບລັບ ໄດ້ສົງໄສຊາຍໜຸ່ມດັ່ງກ່າວ ຜູ້ທີ່ໄດ້ວາງແຜນປະຕິບັດການ ໂຈມຕີດ້ວຍມີດ ຢູ່ໃນສະຖານທີ່ສາທາລະນະ ແຕ່ພວກເຈົ້າໜ້າທີ່ ໄດ້ປະຕິເສດ ທີ່ ຈະລະບຸຊື່ ຂອງສະຖານທີ່ ບ່ອນທີ່ການໂຈມຕີອາດຈະເກີດຂຶ້ນນັ້ນ.

ຂ່າວຄາວ ຂອງການຈັບກຸມ ມີຂຶ້ນບໍ່ດົນ ຫຼັງຈາກທີ່ ນາຍົກລັດຖະມົນຕີ Manuel Valls ໄດ້ກ່າວ ໃນວັນອາທິດວານນີ້ ວ່າ “ທຸກໆມື້ ການໂຈມຕີທັງຫຼາຍ ແມ່ນໄດ້ຖືກທັບມ້າງ ລວມທັງອັນທີ່ພວມເວົ້າກັນຢູ່ນີ້.”

ທ່ານ Valls ໄດ້ກ່າວວ່າ ເກືອບ 15,000 ຄົນ ຢູ່ໃນຝຣັ່ງ ແມ່ນກຳລັງຖືກຕິດຕາມເບິ່ງ ເພາະວ່າພວກເຂົາ ໄດ້ຖືກສົງໄສວ່າ ເປັນຂະບວນການຫົວຮຸນແຮງ ໃນຂະນະດຽວກັນ 1,350 ຄົນ ແມ່ນຢູ່ພາຍໃຕ້ການສືບສວນສອບສວນ ແລະ ອີກ 293 ຄົນໃນນັ້ນ ໄດ້ຖືກ ກ່າວຫາວ່າມີສ່ວນກ່ຽວຂ້ອງ ກັບເຄືອຂ່າຍລັດທິກໍ່ການຮ້າຍ.

ຝຣັ່ງ ແມ່ນຢູ່ໃນພາວະສຸກເສີນ ຫຼັງຈາກການໂຈມຕີ 3 ຄັ້ງໃນປີນີ້ ທີ່ລວມທັງ ການໂຈມຕີ ດ້ວຍລົດບັນທຸກ ໃນເມືອງ Nice ໃນວັນຊາດຝຣັ່ງ ທີ່ໄດ້ສັງຫານ 86 ຄົນ. ຕິດຕາມດ້ວຍ ການໂຈມຕີ 2 ຄັ້ງເມື່ອສອງປີຜ່ານ ອັນທີ່ເດັ່ນ ກໍແມ່ນການໂຈມຕີ ເມື່ອວັນທີ 13 ພະຈິກ ຢູ່ທີ່ຮ້ານອາຫານ, ບາ, ຫໍສະແດງດົນຕີ ຄອນເສີດ ແລະສະໜາມກິລາ ທີ່ໄດ້ເຮັດໃຫ້ 130 ຄົນເສຍຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG