ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝຣັ່ງເພີ່ມການຮັກສາ ຄວາມປອດໄພ ເພື່ອປ້ອງກັນ ການກໍ່ການຮ້າຍ (ວີດິໂອລາວ/ອັງກິດ)


ທະຫານຝຣັ່ງຈຸນຶ່ງ ຂະນະປະຕິບັດການ ໃນປະເທດມາລີ
ທະຫານຝຣັ່ງຈຸນຶ່ງ ຂະນະປະຕິບັດການ ໃນປະເທດມາລີ
ຝຣັ່ງໄດ້ສົ່ງໜ່ວຍປະຕິບັດການພິເສດ ໄປຄຸ້ມກັນພວກບໍ່ທາດ​ຢູ​
ເຣນຽມຢູ່ໃນ ປະເທດໄນເຈີ. ບໍ່​ເຫລົ່າ​ນັ້ນແມ່ນສະໜອງສ່ວນ
ໃຫຍ່ຂອງທາດຢູເຣນຽມ ທີ່ ຝຣັ່ງຕ້ອງການ ສໍາລັບອຸດສາຫະກໍາ
ພະລັງນີວເຄຼຍ​ນັ້ນ ​ໃຫ້​ຝຣັ່ງ. ຂະນະ​ດຽວ​ກັນຢູ່ພາຍໃນປະເທດ
ນັ້ນ ລັດຖະບານຝຣັ່ງໄດ້ເພີ່ມຂີດຄວາມລະວັງ ໄພການກໍ່ການ
ຮ້າຍ ໃຫ້ຢູ່ໃນລະດັບສູງສຸດອັນ​ດັບສອງ ພ້ອມກັບເສີມກໍາລັງ
ຮັກສາຄວາມປອດໄພຢູ່ຕາມ​ໂຮງການໃຫຍ່ໆຂອງລັດຖະບານ
ແລະ ສະຖານທ່ອງທ່ຽວທີ່ສໍາຄັນໆຕ່າງໆ. Henry Ridgwell
ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນຫຼວງປາຣີ ກ່ຽວ​ກັບ​
ຄວາມຢ້ານກົວວ່າຈະມີການແກ້ແຄ້ນຂອງພວກກໍ່ການຮ້າຍຢູ່ ພາຍໃນປະເທດແລະຕ່າງປະເທດ ລຸນຫຼັງທີ່ຝຣັ່ງສົ່ງທະຫານ ເຂົ້າໄປແຊກແຊງໃນປະເທດມາລີ.

ເບິ່ງວີດິໂອ ພາສາລາວ:



ທະຫານທີ່​ຖືອາວຸດ ປະຕິບັດການລາດຕະເວນ ຢູ່ບໍລິເວນໃຕ້ຫໍ Eiffel ​ໃນ​ທ່າມກາງ
ນັກທ່ອງທ່ຽວຈໍານວນ​ບໍ່​ຫລາຍ​ປາຍ​ໃດ ທີ່​ພາກັນມາທ່ຽວຊົມ ນະຄອນຫລວງປາຣີ
ໃນລະດູໜາວທີ່​ເຢັນ​ປານນໍ້າກ້ອນນັ້ນ.

ຝຣັ່ງໄດ້ສົ່ງທະຫານ ຫຼາຍກວ່າ 700 ຄົນ ໄປຮັກສາການຢູ່ທົ່ວນະຄອນຫຼວງປາຣີ
ເພາະ ຢ້ານກົວວ່າຈະມີການກໍ່ເຫດແກ້ແຄ້ນ ລຸນຫຼັງທີ່ຝຣັ່ງໄດ້ສົ່ງທະຫານຂອງຕົນ
ໄປຊ່ວຍປະເທດມາລີ.

ທ່ານ Jean-Charies Brisard ຊ່ຽວຊານຝຣັ່ງດ້ານການກໍ່ການຮ້າຍ ແລະອະດີດຫົວ ໜ້າສືບສວນສອບສວນໃຫ້ ຄອບຄົວຜູ້ໄດ້ຮັບເຄາະໃນເຫດການກໍ່ການຮ້າຍ ວັນທີ 11 ກັນຍາ 2001 ຕໍ່​ສະຫະລັດ ເວົ້າວ່າ ເວັບໃຊ້ຫຼາຍແຫ່ງຂອງ ກຸ່ມຈິຮາດອີສລາມ ໄດ້ຮຽກ ຮ້ອງໃຫ້ທໍາການໂຈມຕີຝຣັ່ງ. ທ່ານ Brisard ເວົ້າວ່າ:

“ພວກກຸ່ມອີສລາມດັ່ງກ່າວ ຮຽກຮ້ອງໃຫ້ທໍາການແກ້ແຄ້ນ ຢູ່ໃນອາຟຣິກາ ເພາະວ່າພວກ​ເຂົາສາມາດ​ເຮັດ​ໄດ້ຢູ່ໃນຂົງເຂດອາຟຣິກາ ຊຶ່ງເປັນການແກ້
ແຄ້ນຂອງພວກເຂົາເອງໂດຍກຸ່ມເຫຼົ່ານີ້ ແຕ່
ສໍາລັບຢູ່ໃນຝຣັ່ງເອງແລ້ວ ພວກ
​ເຂົາ
ຮຽກຮ້ອງ​ໃຫ້ມີ​ຄົນ​ແບບທ້າວ Mohammed Merah ໂຜ່​ໂຕ​ຂຶ້ນ​ມາ ຊຶ່ງ
ໝາຍຄວາມວ່າ
ພວກເຂົາຕ້ອງໄດ້ເພີ່ງພາ ການກໍ່ການຮ້າຍທີ່ຈັດຕັ້ງຂຶ້ນຢູ່
ພາຍໃນປະເທດ
.

ນັ້ນເປັນຄວາມ​ຮູ້ສຶກ​ທີ່ມີ​ການ​ເຫັນ​ພ້ອມ​ນໍາ​ຢ່າງຫລວງຫລາຍ​ຢູ່ໃນຝຣັ່ງ ຊຶ່ງເມື່ອພຽງສິບ ເດືອນຜ່ານ​ມາ​ນີ້​ເອງ ມີທະຫານສາມຄົນແລະຊາວຢິວອີກສີ່ຄົນ ຖືກຂ້າຕາຍໃນການໂຈມ ຕີຫຼາຍບັ້ນຢູ່ທີ່ເມືອງ Toulouse ທາງພາກໃຕ້ຂອງປະ​ເທດ. ມືປືນ ທ້າວ Mohammed Merah ເວົ້າວ່າ ສາ​ເຫດ​ນຶ່ງ​ທີ່​ດົນ​ໃຈ​ໃຫ້​ເຂົາ​ກໍ່​ການ​ຮ້າຍ​ດັ່ງກ່າວ ກໍ​ຄືການ​ໄປຮ່ວມສູ້ລົບ ຂອງທະຫານຝຣັ່ງ ຢູ່ໃນອັຟການີສຖານ.

ການສືບສວນສອບສວນຊີ້ບອກວ່າ ທ້າວ Mohammed Merah ບໍ່ແມ່ນຜູ້ກໍ່ການຮ້າຍ
ພຽງຜູ້ດຽວຢູ່​ໃນ​ຝຣັ່ງ. ທ່ານ Jean-Charles ຊ່ຽວຊານດ້ານ ການກໍ່ການຮ້າຍເວົ້າວ່າ ມີເຄືອຂ່າຍທີ່ຫ້າວຫັນຕັ້ງໜ້າຫຼາຍໆແຫ່ງ ທີ່ມີການ ເຊື່ອມໂຍງໂດຍກົງກັບເຂດ Sahel ​
ໃນ​ທະວີບອາ​ຟຣິກາ. ທ່ານ Brisard ເວົ້າວ່າ:

“ມີໜ່ວຍກໍ່ການຮ້າຍປະມານ 30 ໜ່ວຍຢູ່ໃນຝຣັ່ງ ທີ່​ໃຫ້ການຊ່ວຍເຫຼືອທາງ
ດ້ານການເງິນແລະວັດຖຸ ຫຼືແມ່ນແຕ່
​ເກນເອົາ​ສະມາຊິກ ​ໃຫ້ກຸ່ມອາລຄາອີດາ
ຢູ່ໃນ​ເຂດ Maghreb ຂອງ​ພວກ​ຫົວອິສລາມ.”

ທາງການຝຣັ່ງຍັງໄດ້ເພີ່ມການຮັກສາຄວາມປອດໄພຢູ່ຕາມ ສະຖານີລົດໄຟໃຕ້ດິນ ແລະ ການບໍລິການລົດໄຟສາທາລະນະໃນປາຣີ​ເຊ່ນ​ກັນ. ການໂຈມຕີຂອງພວກກໍ່ການຮ້າຍ ໃນນະຄອນຫຼວງລອນດອນ ປະເທດອັງກິດ ໃນປີ 2005 ແລະທີ່ນະຄອນຫຼວງ Madrid
ປະ​ເທດ​ສະ​ເປ​ນ​ ໃນ​ປີ 2004 ​ແມ່ນໄດ້​ແນ​ເປົ້າໝາຍໃສ່​ລະບົບ​ການຂົນ​ສົ່ງ​ສາທາລະນະ. ​ແຕ່​ເບິ່ງ​ຄື​ວ່າ ​ພວກ ຊາວ​ເມືອງ​ສ່ວນ​ຫຼາ​ຍມີ​ຄວາມໝັ້ນ​ໃຈວ່າ ​ທາງ​ການຈະຮັກສາ​ຄວາ​ມ​ປອດ​ໄພ ໃຫ້​ພວກ​ເຂົາ​ເຈົ້າໄດ້​. ​ແມ່ຍິງ​ແລະ​ຜູ້​ຊາຍ​ສອງ​ຄົນ​ນີ້ ​ເວົ້າ​ວ່າ:

“ຂ້ອຍບໍ່​ເປັນຫ່ວງ​ດອກ ​ຂ້ອນ​ຄິດ​ວ່າ​ຝຣັ່​ພ້ອມ​ທີ່​ຈະ​ຕ້ານ​ຢັນເອງໄດ້.

​“​ແນ່ນອນ ພວກ​ເຮົາ​ຕ້ອງ​ລະມັດລະວັງ​ຫັ້ນ​ຫຼ່ະ ​ແຕ່​ຂ້ອຍຄິດວ່າ​ ສິ່ງ​ທີ່
​ກອງ
ທັບ​ຝຣັ່ງ​ກໍາລັງເຮັດ​ຢູ່​ ຢູ່​ໃນ​ຝຣັ່ງນີ້ ​ແມ່ນ​ເປັນ​ການ​ດີ​ສໍາ​ລັບປວງ​ຊົນ ​
ເປັນ​ການ​ດີ​ສໍາລັບໂລກ.”


​ໃນ​ຂະນະ​ທີ່ມີ​ການຮັກສາຄວາມປອດໄພຢ່າງເຂັ້ມງວດຢູ່ພາຍໃນປະເທດນັ້ນ ບັນດາ
ຊ່ຽວຊານເວົ້າວ່າ ຈຸດທີ່​ເປັນ​ເປົ້າ​ໝາຍ​ທີ່ອ່ອນແອທີ່ສຸດຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ
​ຮ້າຍ ກໍຄື ຜົນປະໂຫຍດຂອງຝຣັ່ງ​ແລະ​ຂອງພວກປະເທດຕາເວັນຕົກ ໃນອາຟຣິກາ.

ການໂຈມຕີໂດຍກຸ່ມຫົວຮຸນແຮງອິສລາມ ຕໍ່ໂຮງງານແກັສທໍາມະຊາດ Ain Amenas
ທີ່ປະເທດ Algeria ເມື່ອອາທິດກ່ອນນັ້ນ ​ໄດ້ສົ່ງຜົນໃຫ້ພວກຄົນງານຕ່າງຊາດເສຍຊີວິດ
ໄປ ຢ່າງໜ້ອຍ 37 ຄົນ.

ນອກເໜືອຈາກທະຫານຈໍານວນສອງພັນຫ້າຮ້ອຍຄົນ ທີ່ສົ່ງໄປຍັງປະເທດມາລີແລ້ວ ຝຣັ່ງຍັງໄດ້ຈັດສົ່ງໜ່ວຍປະຕິບັດການພິເສດ ໄປຄຸ້ມກັນບໍ່ທາດ ຢູ​ເຣນຽມ ໃນປະເທດ Niger ນໍາ. Damien Helly ອາຈານ​ສອນ​ຮັບ​ເຊີນ ທີ່ມະຫາວິທະຍາໄລ College of Europe ເວົ້າວ່າ ນັ້ນເປັນຍ້ອນວ່າ ຫລາຍ​ເຖິງ 80 ເປີເຊັນຂອງການຜະລິດກະແສໄຟ
ຟ້າຂອງຝຣັ່ງ ແມ່ນ​ໃຊ້ທາດຢູເຣນຽມ ທີ່ຂຸດຢູ່ໃນ​ເຂດ Sahel. ທ່ານ Helly ເວົ້າວ່າ:

“ແລະ​ເຫດຜົນນຶ່ງອີກ ກໍ​ຄືວ່າ ພາກສ່ວນໃຫຍ່ຂອງການເຕີບໂຕຂອງ
ຢູໂຣບນັ້ນ
​ແມ່ນຂຶ້ນ​ຢູ່​ກັບສະພາບ​ການທາງເສດຖະກິດຂອງຝຣັ່ງ.
ສະນັ້ນ
ຈຶ່ງ​ເວົ້າ​ໄດ້​ວ່າ ມັນມີການເຊື່ອມໂຍງຢ່າງແຈ້ງຂາວ ລະຫວ່າງ
ຜົນປະໂຫຍດຕ່າງໆຂອງຝຣັ່ງແລະຂອງພາກພື້ນຢູໂຣບຢູ່ໃນ
ຂົງເຂດ
ນັ້ນ. ​ເວົ້າລວມແລ້ວ ມັນ​ແມ່ນເຫດຜົນທີ່ພາ​ໃຫ້ຝຣັ່ງເຂົ້າໄປແຊກແຊງ.”

ເຖິງແມ່ນມີການເຕືອນຂອງລັດຖະບານວ່າ ມີການສ່ຽງຕໍ່ການກໍ່ການຮ້າຍເພີ່ມຂຶ້ນກໍຕາມ ຜົນການຢັ່ງສຽງມະຫາຊົນພົບວ່າ ມີຊາວຝຣັ່ງ 65% ທີ່ ສະໜັບສະໜຸນການແຊກແຊງ ທາງທະຫານຢູ່ໃນມາລີ. ​ແຕ່ສໍາລັບຊາວ ​ເມືອງປາຣີ ແລະນັກທ່ອງທ່ຽວສ່ວນຫຼາຍແລ້ວ ​
ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຍັງເປັນປົກກະຕິ.

ເບິ່ງວີດິໂອ ພາສາອັງກິດ:

Special Forces Deployed As French Fears Grow Over Terror Risk
please wait

No media source currently available

0:00 0:03:29 0:00
ລິງໂດຍກົງ
XS
SM
MD
LG