ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທ້ວງທີ່ຝຣັ່ງສ້າງຄວາມເສຍຫາຍ ໃຫ້ແກ່ເສດຖະກິດ ຢ່າງຫລວງຫລາຍ


ລົດບັນທຸກນໍ້າມັນ ທີ່ໂຮງກັ່ນນໍ້າມັນ Total ຂອງຝຣັ່ງ, ວັນທີ 25 ຕຸລາ 2010;
ລົດບັນທຸກນໍ້າມັນ ທີ່ໂຮງກັ່ນນໍ້າມັນ Total ຂອງຝຣັ່ງ, ວັນທີ 25 ຕຸລາ 2010;

ເຈົ້າ​ໜ້າ​ທີ່​ຝຣັ່ງທ່ານ​ນຶ່ງ​ກ່າວ​ວ່າ ການ​ນັດ​ຢຸດ​ງານທີ່​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາເພື່ອຄັດຄ້ານ​ຕໍ່​ການ​ປະຕິ​ຮູບ​ລະບົບ​ເບ້ຍ​ບໍານານ​ຂອງ​ປະ​ເທດ​ນັ້ນ ໄດ້ເຮັດ​ໃຫ້​ປະ​ເທດ​ເສຍເງິນ​ຄໍາ​ໄປ​ຫລາຍ​ຮ້ອຍ​ລ້ານ​ດອນ​ລາ​ໃນ​ແຕ່​ລະ​ມື້.

ທ່ານ​ນາງ Christine Laguarde ລັດຖະມຸນຕີ​ການ​ເງິນ​ຂອງຝຣັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ລັດຖະບານ​ຕີ​ລາຄາ​ວ່າ ຜົນ​ກະທົບ​ໃນ​ແຕ່​ລະ​ມື້ຕໍ່​ເສດຖະກິດ​ຂອງຝຣັ່ງນັ້ນ ອາດ​ສູງ​ຮອດ 560 ລ້ານ$ຕໍ່​ມື້ກໍ​ເປັນ​ໄດ້.

ທານ​ນາງ​ເວົ້າ​ອີກ​ວ່າ ລາຍ​ງານ​ຂ່າວ​ຕ່າງໆ​ກ່ຽວ​ກັບການ​ປະ​ທ້ວງ​ແລະ​ນັດ​ຢຸດ​ງານ ​ເພື່ອ​ຄັດຄ້ານ​ຕໍ່ແຜນການ​ລັດຖະບານ​ທີ່ຈະ​ເພີ່ມ​ອາຍຸ​ຕໍ່າ​ສຸດຂອງ​ການ​ອອກ​ກິນ​ເບ້ຍ​ບໍານານ​ ຈາກ 60 ປີ​ ຂຶ້ນ​ເປັນ 62 ປີ​ນັ້ນ ໄດ້​ສ້າງຄວາມ​ເສຍ​ຫາຍ​ໃຫ້​ແກ່​ພາບ​ພົດ​ຂອງຝຣັ່ງ​ໃນ​ຕ່າງປະ​ເທດ.

XS
SM
MD
LG