ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ຕັດສິນ ໃຫ້ອະດີດ ທະຫານບ້ານ ຣວັນດາ ຄົນນຶ່ງ ຕິດຄຸກ 25 ປີ (ວີດີໂອ)


ແຜນທີ່ ຣວັນດາ
ແຜນທີ່ ຣວັນດາ
ສານ​ແຫ່ງ​ນຶ່ງໃນ​ຝຣັ່ງ ​ໄດ້​ຕັດສິນລົງໂທດເປັນເທຶ່ອທຳອິດ
​ແບບທີ່​ບໍ່​ເຄີຍມີ​ມາ​ກ່ອນ ​ໃນ​ການຂ້າລ້າງເຊື້ອຊາດເຜົ່າພັນ
ໂດຍໃຫ້​ອະດີ​ດທະຫານຣວັນດາຄົນ​ນຶ່ງຖືກ​ຄຸກເປັນເວລາ
25 ປີ.

ສານໃນກຸງປາຣີ ​ໄດ້​ພົບ​ເຫັນ​ວ່າ ທ້າວ Pascal
Simbikangwa ມີ​ຄວາມ​ຜິດ ​ໃນການຂ້າລ້າງເຊື້ອຊາດ
ເຜົ່າພັນແລະສົມຮູ້ຮ່ວມຄິດໃນການກໍ່ອາຊະຍາກຳຕ້ານ
ມະນຸດຊາດ ​ກ່ຽວກັບບົດບາດ​ຂອງ​ລາວ ໃນການ​ສັງຫານ​
ໝູ່ຢູ່ຣວັນ​ດາ ໃນປີ 1994.

ການ​ດຳເນີນ​ຄະດີດັ່ງກ່າວ ແມ່ນເປັນ​ເທຶ່ອທຳອິດ​ໃນຝຣັ່ງ ​ເພື່ອ​ລົງ​ໂທດ​ພວກ​ທີ່​ຮັບຜິດຊອບ​
ກ່ຽວກັບການກໍ່ຄວາມ​ຮຸນ​ແຮ​ງ 100 ມື້ ທີ່​ເຮັດ​ໃຫ້ຊົນເຜົ່າ Tutsis ​ແລະຊົນ​ເຜົ່າ Hutus
ນິຍົມແນວທາງປານກາງປະມານ 800,000 ເສ​ຍຊີວິດ ໄປນັ້ນ.

ຝຣັ່ງ ​ໄດ້​ຖືກ​ຕິຕຽນ​ວ່າ ບໍ່​ໄດ້ດຳເນີນການ​ຢ່າງພຽງພໍ ​ເພື່ອ​ຍຸດຕິການຂ້າລ້າງ ເຊື້ອຊາດເຜົ່າ
ພັນ ຢູ່​ໃນ​ອະດີດ​ຫົວ​ເມືອງ​ຂື້ນ​ຂອງ​ຕົນ ​ແລະ​ສະໜອງບ່ອນຫລົບລີ້ ໃຫ້ແກ່​ພວກທີ່ທຳການ
ສັງຫານໝູ່ດັ່ງກ່າວ. ທ້າວ Simbikangwa ​ໄດ້​ຖືກ​ຈັບ​ໃນ​ປີ 2008 ຢູ່​ທີ່​ເກາະ​ Mayotte
ຂອງຝຣັ່ງ​ໃນ​ມະຫາ​ສະມຸດອິນ​ເດຍ.

ພາຍ​ໃຕ້​ກົດໝາຍ​ຝຣັ່ງແລ້ວ ຊາວຣວັນ​ດາ ທີ່​ຖືກສົງ​ໄສວ່າ ພົວພັນ​ກັບ​ການຂ້າ ລ້າງເຊື້ອ
ຊາດເຜົ່າພັນ ​ສາມາດ​ນຳມາ​ດຳ​ເນີນ​ຄະດີ​ຢູ່ໃນ​ສານຝຣັ່ງໄດ້. ຢູ່​ໃນ​ບັນດາ​ປະ​ເທດ​ຢູ​ໂຣບ
ອື່ນໆ ​ກໍໄດ້​ມີ​ການ​ດຳເນີນ​ຄະດີ​ທີ່​ຄ້າຍຄື​ກັນນີ້.ທ້າວ Simbikangwa ທີ່ເປັນອຳມະພາດ
ໃນສ່ວນລຸ່ມຂອງຮ່າງກາຍມາ​ ແຕ່​ປີ1986 ຍ້ອນ​ອຸບປະຕິ​ເຫດ​ທາງລົດນັ້ນ​ ໄດ້​ປະຕິ​ເສດ
ການ​ກ່າວ​ຫາ​ຕໍ່​ລາວ​ໃນ​ລະຫວ່າງ ​ການ​ດຳເນີນ​ຄະ ດີນັ້ນ.


rwanda
please wait
Embed

No media source currently available

0:00 0:00:15 0:00
XS
SM
MD
LG