ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ຖືກສະເທືອນຂວັນ ໂດຍການໂຈມຕີ ກໍ່ການຮ້າຍ ຂອງຄົນພາຍໃນ ທີ່ເພີ້ມຫຼາຍຂຶ້ນ


France Rocked by Attacks as Fear of ISIS-Inspired Terror Grows
please wait

No media source currently available

0:00 0:03:08 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

11 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ນັ້ນ 2 ຄົນມີ​ອາການ​ສາຫັດ ​ເວລາ
ຜູ້​ຊາຍ​ຄົນ​ໜຶ່ງ ​ຂັບ​ລົດ​ເຂົ້າ​ໃສ່​ຝຸງ​ຊົນ​ທີ່​ກຳລັງ​ຍ່າງ​ຢູ່ຖະໜົນ ​ໃນ
​ເມືອງ Dijon ປະ​ເທດ​ຝຣັ່ງ ​ໃນຄ່ຳ​ຄືນ​ວັນ​ອາທິດ​ຜ່ານ​ມາ ຂະນະ
​ທີ່​ຮ້ອງ​ຂຶ້ນ​ວ່າ “ພະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່” ​ ໃນ​ພາສາ​ອາຫຣັບ.
ມັນ​ເປັນ​ເຫດການ​ຫຼ້າສຸດ ​ໃນຫຼາຍໆ​ບັ້ນ ຂອງ​ການ​ໂຈມ​ຕີ​ ກໍ່​
ການ​ຮ້າຍ ແບບ​ໂດດດ່ຽວ ຫລື​ໂດຍ​ບຸກ​ຄົນ​ໆ​ດຽວ ​ໃນ​ປະ​ເທດ
​ຕາ​ເວັນ​ຕົກ.

ສື່​ຂ່າວຕ່າງໆລາຍ​ງານວ່າ ຜູ້​ໂຈມ​ຕີໃນ​ເມືອງ Dijon ນັ້ນ ຮ້ອງ​
ອອກ​ມາ​ວ່າ “Allahu Akbar” ຫຼື “ພະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່”
ກ່ອນ​ທີ່​ຜູ້ກ່ຽວ​ຈະ​ຂັບ​ລົດ​ຂອງ​ຕົນ​ເຂົ້າຕຳ​ ​ຜູ້​ຄົນ​ທີ່​ກຳລັງ​ພາກັນ
​ຍ່າງ​ຢູ່​ນັ້ນ ຫຼາຍໆ​ກຸ່ມ. ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ຜູ້​ຮ້າຍໄດ້ອ້າງ​ເຖິງ​ພວກເດັກນ້ອຍ ​ຂອງ​ປາ​ແລັສ​ໄຕ ເປັນ​ເຫດຜົນອະທິບາຍ​ການ​ກະທຳ​ຂອງ​ຕົນ.

ລັດຖະມົນຕີກະຊວງພາຍ​ໃນຝຣັ່ງ ທ່ານ Bernard Cazeneuve ​ໄດ້​ເດີນທາງ​ໄປ​ຢ້ຽມ
ຢາມ ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ ຢູ່​ທີ່​ໂຮງໝໍ. ທ່ານເວົ້າວ່າ:

“ໝົດ​ທຸກ​ຄົນ ​ໃນ​ຝຣັ່ງຮູ້​ວ່າ ການ​ຂົ່ມຂູ່​ນັ້ນ​ແມ່ນ​ເລື້ອງຈິງ. ມັນ​ຕ້ອງ​ມີ​ການ​ຄາດ​
ການ​ໄວ້​ລ່ວງ​ໜ້າ ​ເພື່ອ​ທີ່​ຈະ​ຕ້ານຢັນ​ມັນ​ໄດ້ ​ແລະນັ້ນ​ແມ່ນ ສິ່ງ​ທີ່​ຕຳຫລວດ ​ແລະ
ໜ່ວຍ​ສືບ​ລັບ ກຳລັງ​ປະຕິບັດ​ງານ​ຢູ່ທຸກໆ​ມື້.”

ການ​ໂຈມ​ຕີ ​ໄດ້​ເກີດ​ຂຶ້ນພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ ຜູ້​ຊາຍ​ອີກ​ຄົນ​ໜຶ່ງ​ໄດ້ເອົາ​ມີດແທງ
ເຈົ້າໜ້າ​ທີ່​ຕຳຫລວດ ຈົນ​ໄດ້​ຮັບ​ບາດ​ເ​ຈັບ 3 ຄົນ ​ໃນ​ສະຖານີ​ຕຳຫລວດ ຢູ່​ພາກກາງ​ຂອງ
ຝຣັ່ງ​ໃນ​ວັນ​ເສົາ​ຜ່ານ​ມາ. ຄົນ​ຮ້າຍໄດ້ຮ້ອງ​ອອກ​ມາ​ວ່າ “ພະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່” ຄື​ກັນ.

XS
SM
MD
LG