ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝຣັ່ງ ມອບຮູບແຕ້ມ ທີ່ຖືກພວກ Nazis ລັກໄປນັ້ນ ຄືນໃຫ້ ເຈົ້າຂອງ​ (ວີ​ດີ​​ໂອ)


FRANCE STOLEN ART
please wait
Embed

No media source currently available

0:00 0:01:03 0:00
ໃນວັນອັງຄານວານນີ້ ລັດຖະບານຝຣັ່ງ ໄດ້ມອບຮູບແຕ້ມ
3 ແຜ່ນ ທີ່ຖືກພວກ Nazis ລັກຂະໂມຍໄປນັ້ນ ຄືນໃຫ້ແກ່
ພວກເຈົ້າຂອງ ທີ່ຖືກຕ້ອງຊອບທຳ.

ລັດຖະມົນຕີວັດທະນະທຳຝຣັ່ງ ທ່ານນາງ Aurelie Filippetti
ໄດ້ກ່າວວ່າ ການມອບຄືນຮູບແຕ້ມໃຫ້ກັບບັນດາຄອບຄົວນີ້
“ແມ່ນພາລະໜ້າທີ່ທາງດ້ານສິນທໍາ ” ຊຶ່ງເປັນການຮັບຮູ້
ເຖິງການຂົມຂື່ນເຈັບປວດ ທີ່ມີສາເຫດມາຈາກພວກ Nazis
ໃນປາງສົງຄາມໂລກຄັ້ງທີ 2 ນັ້ນ.

ພວກ Nazis ໄດ້ຍຶດເອົາຮູບແຕ້ມຕ່າງໆ ຈາກເຈົ້າຂອງແທ້ໆ
ຊຶ່ງມີທັງພວກຄອບຄົວຊາວ Jews ແລະບໍ່ແມ່ນຊາວ Jews ນໍາ.

ຮູບແຕ້ມຈຳນວນຫລາຍຮ້ອຍແຜ່ນ ທີ່ຖືກລັກຂະໂມຍໄປນັ້ນ ແມ່ນຫ້ອຍວາງສະແດງ
ຕາມຫໍພິພິດຕະພັນຕ່າງໆຂອງຝຣັ່ງ ຊຶ່ງຫວັງວ່າ ຈະມີຄົນຈື່ຈຳຮູບແຕ້ມເຫຼົ່ານີ້ໄດ້
ແລະມອບຄືນ ໃຫ້ແກ່ພວກເຈົ້າຂອງທີ່ຖືກຕ້ອງຊອບທຳ.
XS
SM
MD
LG