ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີໃໝ່ ຂອງຝຣັ່ງ ສາບານໂຕ ເຂົ້າຮັບຕໍາແໜ່ງ (ສະໄລດ໌ກັບວີດີໂອ)


ທ່ານ Francois Hollande ປະທານາທິບໍດີໃໝ່ຂອງຝຣັ່ງ.
ວັນທີ 15 ພຶດສະພາ 2012.
ທ່ານ Francois Hollande ປະທານາທິບໍດີໃໝ່ຂອງຝຣັ່ງ. ວັນທີ 15 ພຶດສະພາ 2012.

ທ່ານ Francois Hollande ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງປະທານາທິບໍດີ​ໃໝ່ຂອງຝຣັ່ງ​ແລ້ວ. ທ່ານ Hollande ​ໄດ້​ຂຶ້ນ​ດໍາລົງ​ຕໍາແໜ່​ງ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງ​ການ​ທໍາ​ພິທີ​ ທີ່​ບໍ່​ຫຼູຫຼາ​ປານ​ໃດ ທີ່​ວັງ Elysee ​ໃນ​ກຸງ​ປາຣີ.

ປະທານາທິບໍດີ​ໃໝ່​ໄດ້​ຖືກ​ຕ້ອນຮັບ​ທີ່​ວັງ Elysee ​ໃນ​ເວລາ​ບໍ່​ເທົ່າ​ໃດ ຊົ່ວ​ໂມງ ​ກ່ອນ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ ໂດຍ​ປະທານາທິບໍດີ Nicolas Sarkozy ທີ່​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ​ ຊຶ່ງ​ໄດ້​ເສຍ​ໄຊ​ໃຫ້​ທ່ານ Hollande ​ໃນ​ການ​ເລືອກ​ຕັ້ງ​ໃນ​ຕົ້ນ​ເດືອນ​ແລ້ວ​ນີ້​. ທ່ານ Hollande ​ເປັນ​ນັກ​ການ​ເມືອງສັງຄົມ​ນິຍົມຄົນ​ທໍາ​ອິດ​ທີ່ໄດ້​ເປັນ​ປະທານາທິບໍດີ​ຝຣັ່ງ ນັບ​ແຕ່​ທ່ານ Francois Mitterand ອອກ​ຈາກ​ຕໍາ​ແໜ່​ງໄປ​ໃນ​ປີ 1995 ນັ້ນ.

​ໃນ​ລະຫວ່າງ​ການ​ກ່າວ​ປາ​ໄສ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃໝ່​ທີ່​ຖ່າຍ​ທອດ​ທາງໂທລະພາບໄປ​ຍັງ​ທົ່ວ​ປະ​ເທດ​ຂອງ​ທ່ານນັ້ນ ປະທາ​ນາທີ​ບໍດີ​ໃໝ່ ກ່າວວ່າ​ທ່ານ​ຕຽມ​ພ້ອມ​ແລ້ວທີ່​ຈະ​ໄຂ​ຫົນທາງ​ໃໝ່​ສໍາ​ລັບ​ປະ​ເທດ​ຊາດຂອງ​ທ່ານ​ແລະ​ຢູ​ໂຣບ ດ້ວຍ​ການ​ເນ້ນ​ໜັກ​ໃສ່​ການ​ເຕີບ​ໂຕ ຄວາມເປັນ​ທໍາ​ແລະ​ອັນ​ທີ່​ທ່ານ​ບັນ​ລະ​ຍາຍ​ວ່າ ສັງຄົມ​ປະຊາທິປະໄຕນັ້ນ.

ທ່ານ Hollande ມີ​ໝາຍ​ກໍານົດ​ທີ່​ຈະ​ອອກ​ເດີນທາງ​ໄປ​ຍັງ​ເຢຍຣະມັນ​ໃນ​ຕອນ​ແລງ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ທໍາ​ການ​ພົບ​ປະ​ຄັ້ງ​ທໍາ​ອິດ​ຂອງທ່ານ​ກັບ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ວິ​ກິດ​ການ​ໜີ້​ສິນ​ຢ່າງມະຫາສານ​ຂອງ​ຢູ​ໂຣບນັ້ນ. ຄາດ​ກັນວ່າ ທ່ານ Hollande ຈະ​ຊຸກ​ຍູ້ໃຫ້​ມີ​ການ​ເຈລະຈາ​ກັນ​ຄືນ​ໃໝ່ ​ສົນທິສັນຍາ​ຂອງ​ເຂດ​ທີ່​ໃຊ້​ເງິນຢູ​ໂຣຫວ່າງ​ໄວໆ​ມາ​ນີ້ທີ່​ບັງຄັບ​ໃຫ້​ມີ​ການ​ປະຢັດ​ມັດທະຍັດ​ທາງ​ດ້ານ​ງົບປະມານ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ດ້ວຍ​ກັນ​ນັ້ນ. ທ່ານ Hollande ກໍາລັງ​ຮຽກຮ້ອງ​ໃຫ້​ເນ້ນ​ໜັກ​ຫຼາຍ​ຂຶ້ນ​ໃສ່​ການ​ເຕີບໂຕ ​ແຕ່​ຜູ້​ນໍາ​ເຢຍຣະມັນ​ກ່າວ​ວ່າ ສົນທິສັນຍາ​ນີ້ເປັນ​ເລື້ອງ​ທີ່​ເຈລະຈາ​ກັນ​ອີກ​ບໍ່​ໄດ້.

ການ​ພົບ​ປະກັນ​ລະຫວ່າງ​ສອງ​ຝ່າຍ​ມີ​ຂຶ້ນ​ໃນ​ທ່າມກາງ​ທີ່​ມີ​ຂ່າວ​ວ່າການ​ເສດຖະກິດ​ຂອງ 17 ປະ​ເທດ​ສະມາຊິກ​ໃນ​ເຂດ​ທີ່​ໃຊ້​ເງິນຢູ​ໂຣບໍ່​ມີ​ການ​ເຕີບ​ໂຕ​ຂຶ້ນ​ເລີຍ​ໃນ​ຊ່ວງ 3 ​ເດືອນ​ທໍາ​ອິດ​ຂອງ​ປີ 2012 ​ແລະ​ຫຼີກ​ລ້ຽງ​ຈາກ​ສະພາວະ​ເສດຖະກິດ​ຖົດຖອຍ. ບັນດາ​ນັກ​ຊ່ຽວຊານ​ໄດ້​ທໍານາຍ​ໄວ້​ວ່າການ​ເສດຖະກິດ​ຂອງ​ຂົງ​ເຂດ​ຈະ​ຫົດ​ໂຕເຂົ້າ 0.3 ​ເປີ​ເຊັນ​ສໍາລັບ​ໄຕ​ມາດ​ທໍາ​ອິດ​ຂອງ​ປີນີ້.

ຕໍ່​ໄປ​ໃນສັບປະດາ​ນີ້ ທ່ານ Hollande ຈະ​ບິນ​ມາຍັງ​ສະຫະລັດບ່ອນ​ທີ່​ທ່ານ​ຈະໄດ້ພົບ​ປະ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່​ທໍານຽບຂາວ​ໃນ​ວັນ​ສຸກ ກ່ອນ​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G-8 ທີ່ Camp David ສະຖານ​ທີ່​ພັກຜ່ອນຂອງ​ປະທານາທິບໍດີ ຢູ່​ນອກ​ກຸງ​ວໍ​ຊິງ​ຕັນ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ເນ​ໂຕ້​ທີ່​ນະຄອນ Chicago ນັ້ນ.

ຄາດ​ວ່າ ທ່ານ Hollande ຈະ​ສະ​ເໜີ​ແຕ່ງ​ຕັ້ງທ່າ​ນ Jean-Marc Ayrualt ຜູ້​ນໍາ​ລັດຖະ
ສະພາ​ຂອງ​ພັກ​ສັງຄົມ​ນິຍົມ​ເປັນ​ນາຍົກລັດຖະມົນ ຕີ. ທ່ານ Ayrualt ຈະ​ສະ​ເໜີ​ຊື່​ຂອງ
​ຄະນະ​ລັດຖະບານ​ຂອງ​ທ່ານໃນ​ວັນ​ພຸດ​ມື້​ອື່ນ​ນີ້.

ເບິ່ງວີດີໂອລາຍງານວິເຄາະຂ່າວລ່ວງໜ້າ ກ່ຽວກັບການພົບປະກັນລະຫວ່າງ
ປະທານາທິບໍດີຝຣັ່ງ ກັບນາຍົກລັດຖະມົນຕີເຢຍລະມັນ:

XS
SM
MD
LG