ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຝຣັ່ງ ໄວ້ອາໄລ ໃຫ້ແກ່ຜູ້ເຄາະຮ້າຍ ໃນການໂຈມຕີ ຢູ ປາຣີ


ແຂກທີ່ໄປຮ່ວມພິທີ ທີ່ຈັດຂຶ້ນຢູ່ເດີ່ນ ພິພິທະພັນທະຫານ
Invalides ໃນນະຄອນປາຣີ ເມື່ອວັນທີ 27 ​ພະຈິກ 2015
ແຂກທີ່ໄປຮ່ວມພິທີ ທີ່ຈັດຂຶ້ນຢູ່ເດີ່ນ ພິພິທະພັນທະຫານ Invalides ໃນນະຄອນປາຣີ ເມື່ອວັນທີ 27 ​ພະຈິກ 2015

ໃນ​ຂະນະ​ທີ່​ປະທານາທິບໍດີຝຣັ່ງ ທ່ານ Francois Hollande
​ເປັນ​ປະທານ​ຈັດພິທີໄວ້ອາ​ໄລສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ​
ໃຫ້​ແກ່​ພວກ​ເຄາະ​ຮ້າຍ​ ທີ່​ຫໍ​ພິພິດທະພັນທະ​ຫານ ​Invalides
ຢູ່​ໃນ​ນະຄອນຫລວງ​ປາຣີນັ້ນ ທ່ານ Christophe Huguet ກໍ
​ປີນ​ຂຶ້ນຂັ້ນໄດ​ຢູ່​ນອກ​ບາ​ຂອງ​ທ່ານເພື່ອ​ຫ້ອຍ​ທຸງຊາດ​ທີ່​ມີ​ສາມ​
ສີ​ຂອງຝຣັ່ງ​ເພື່ອໄວ້ອາ​ໄລ​ໃຫ້​ແກ່​ຜູ້​ເສຍ​ຊີວິດ 130 ຄົນ​ໃນ​ການ
​ໂຈມ​ຕີຢູ່​ປາຣີເດືອນ​ນີ້.​

ໃນ​ທັນ​ໃດ ພວກ​ເຮົາ​ກໍ​ຖາມ​ໂຕ​ເອງ​ວ່າ ​ການເປັນຄົນ​ຝຣັ່ງ ​ເພື່ອ
ອາ​ໄສ​ຢູ່​ໃນ​ປະ​ເທດ​ຝຣັ່ງ ມັນ​ເປັນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໃນ​ທຸກ
ມື້​ໂດຍ​ບໍ່​ຕ້ອງ​ມີ​ຄຳຖາມ​ໃດໆ. ທ່ານ Huguet ​ໄດ້ກ່າວລຸນ​ຫລັງ
ລົງ​ມາ​ຈາກຂັ້ນ​ໄດ​ແລ້ວ​ເພື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດໃນ​ເປັນ
​ຄົນ​ຝຣັ່ງຫລັງ​ຈາກ​ເກີດເຫດການ​ສັງຫານ​ແບບ​ນອງ​ເລືອດ​ນັ້ນ​ແລ້ວ.

ການ​ທີ່​ຈະ​ຮູ້ສຶກ​ວ່າ​ພວກ​ເຮົາ​ແມ່ນ​ໃຜ​ໃນ​ລັກສະນະ​ແບບ​ມື້ນີ້​ມັນບໍ່​ເປັນ​ຈັ່ງ​ໂຊກ​ແຕ່ ທ່ານ​ກໍ
ກ່າວ​ຕື່ມ​ວ່າ ມັນ​ຊິ​ເປັນ​ຫຍັງ​ໄປ​ລະ.

ປະຊາຊົນ​ຊາວ​ຝຣັ່ງຢູ່​ໃນ​ທົ່ວ​ປະ​ເທດ ​ໄດ້​ພາກັນ​ໄວ້ອາ​ໄລ​ໃຫ້​ແກ່​ພວກ​ເຄາະ​ຮ້າຍ ​ໃນ​ການ
​ໂຈມ​ຕີ​ເມື່ອ​ວັນ​ທີ 13 ພະຈິກ ​ໂດຍ​ພາກັນ​ສະ​ແດງ​ອອກ ​ເຊິ່ງຄວາມ​ຮັກຊາດ​ແບບ​ທີ່​ບໍ່​ຄ່ອຍ
​ໄດ້​ເຫັນ​ກັນຄື​ພາກັນ​ສະໜອງ​ຕອບ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ລັດຖະບານ​ໃຫ້​ປັກຫຼືຫ້ອຍທຸງຊາດ
​ໃສ່​ປະຕູ​ປ່ອງຢ້ຽມ ​ແລະ​ກໍ​ຖ່າຍຮູບ​ໄວ້. ຄວາມ​ຕ້ອງການ​ດັ່ງກ່າວ ​ເຮັດ​ໃຫ້​ທຸງຊາດ​ຂາດຕະ
ຫລາດຢ່າງ​ໄວວາ​ແລະ​ດ້ວຍ​ຄວາມຊົງ​ຈຳ​ທີ່ຍັງ​ເຫລືອຢູ່ກ່ຽວ​ກັບ​ລັດຖະບານ​ວີ​ຊີນັ້ນ ຈຶ່ງ​ໄດ້​
ກໍ່​ໃຫ້​ເກີດ​ເປັນ​ບັນຫາ​ໂຕ້​ແຍ້​ງສຳລັບ​ບາງ​ກຸ່ມ.

ທີ່​ນະຄອນຫລວງ​ປາຣີ ​ປະຊາຊົນ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ໄດ້ໄປເຕົ້າໂຮມກັນຢູ່ທີ່ບ່ອນ​ໄວ້
ອາ​ໄລ​ຊົ່ວຄາວ ​ໃຫ້​ແກ່​ພວກ​ເຄາະ​ຮ້າຍ​ ເກືອບ 500 ຄົນ ຮວມທັງ​ພວກ​ທີ່ໄດ້​ຮັບ​ບາດ​ເຈັບ ຫຼາຍກວ່າ 350 ຄົນໃນ​ການ​ໂຈມ​ຕີດ້ວຍ​ປືນ​ແລະ​ລະ​ເບີດ ທີ່​ມີ​ຂຶ້ນເກືອບ​ວ່າ​ພ້ອມໆ​ກັນ​ ທີ່​
ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ນັ້ນ.

At Paris Memorial, Hollande Vows To Crush 'Army Of Fanatics'
please wait

No media source currently available

0:00 0:00:39 0:00

XS
SM
MD
LG